ໃນບົດນີ້ຈະເວົ້າຄໍາວ່າ “ຄົວ” ຄວາມໝາຍໃນພາສາລາວມີຫຍັງແດ່?
ອະທິບາຍຄໍາວ່າ “ຄົວ” ມີຄວາມໝາຍແນວໃດ?
ຄໍາວ່າ “ຄົວ” ໝາຍເຖິງເຮືອນຄົວ ຫຼື ເຮືອນໄຟ ຊຶ່ງເປັນບ່ອນແຕ່ງກິນ ຫຼື ເຮັດອາຫານ ຄົນສະໄໝກ່ອນ ນິຍົມກັນເຮັດຢູ່ນອກເຮືອນ ແຕ່ເຮືອນແບບສະໄໝໃໝ່ໃນປະຈຸບັນ ນິຍົມກັນເຮັດຢູ່ໃນເຮືອນ. ພ້ອມນັ້ນ, ຍັງໝາຍເຖິງຈໍານວນຄົນທີ່ຢູ່ໃນເຮືອນດຽວກັນທັງໝົດ ຫຼື ຄົວເຮືອນນຶ່ງໆເອີ້ນຄອບຄົວ ຕົວຢ່າງ ຄົວເຮືອນ ນີ້ມີທັງໝົດ 5 ຄົນ ປະກອບມີພໍ່ແມ່ ແລະ ລູກ 3 ຄົນ. ອີກນຶ່ງຄວາມໝາຍແມ່ນເຄື່ອງຂອງຕ່າງໆໃນເຮືອນ ກະເອີ້ນ ຄົວ ຄືກັນ.
ນອກຈາກນັ້ນ, ຍັງໝາຍເຖິງການແຕ່ງກິນ ຫຼື ເຮັດອາຫານ ແລະ ຍັງໝາຍເຖິງການປາດຊີ້ນ ຫຼື ປາ ຫຼື ສັດ ເພື່ອເຮັດອາຫານ ເອີ້ນຄົວກິນ (ແຕ່ງກິນ) ເຊັ່ນ: ຄົວເປັດ, ຄົວໄກ່, ຄົວປາ, ຄົວ ຊີ້ນໝູ, ຄົວຊີ້ນງົວ. ສໍາລັບບຸກຄົນທີ່ແຕ່ງອາຫານຖ້າເປັນຜູ້ຊາຍເຮົາເອີ້ນ ພໍ່ຄົວ ແລະ ຖ້າເປັນແມ່ຍິງເຮົາ ເອີ້ນ ແມ່ຄົວ.
ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄຳວ່າ “ຄົວ”.
“ຄົວ” (1. ຄໍານາມ) ເຮືອນບ່ອນເຮັດອາຫານ, ຈໍານວນຄົນທີ່ຢູ່ໃນເຮືອນດຽວກັນທັງໝົດ, ເຄື່ອງຂອງ ຕ່າງໆໃນເຮືອນ. (2. ຄໍາກິລິຍາ) ເຮັດອາຫານກິນ, ປາດຊີ້ນ ຫຼື ປາ ເພື່ອເຮັດອາຫານ, ຄົວກິນ (ເຮັດອາ ຫານກິນ).
ຕົວຢ່າງ:
- ເຮືອນຄົວຢູ່ເຮືອນລາວຈັ່ງແມ່ນທັນສະໄໝ ມີເຄົາເຕີ, ມີເຕົາໄມໂຄເວັບ, ມີລະບົບລະບາຍອາການ, ລະບົບໄຟ, ລະບົບນໍ້າ ຄົບຊຸດ ຕ່າງກັບເຮືອນຄົວສະໄໝກ່ອນທີ່ມີພຽງເຕົາໄຟ ສ່ວນນໍ້າຕ້ອງໄດ້ໄປ ຕັກຕ່າງຫາກ, ຟືນກະກອງໄວ້ຕະລ່າງ ຈັ່ງແມ່ນຫຍຸ້ງຍາກ.
- ຄົວເຮືອນລາວມີທັງໝົດ 7 ຄົນ ມີ ປູ່ກັບຍ່າ, ພໍ່ ແລະ ແມ່ນ ພ້ອມດ້ວຍລູກ 3 ຄົນ.
- ລາວເປັນພໍ່ຄົວທີ່ເກັ່ງ ເວລາລາວຄົວໄກ່ ເພື່ອເຮັດກິນໃຊ້ເວລານ້ອຍດຽວ ແລະ ແຕ່ງອອກມາດ້ວຍ ລົດຊາດທີ່ດີເລີດ.
ສະຫຼຸບ.
ຄໍາວ່າ “ຄົວ” ໝາຍເຖິງເຮືອນຄົວ ຫຼື ເຮືອນໄຟ ບ່ອນແຕ່ງກິນ, ໝາຍເຖິງຄົວເຮືອນນຶ່ງໆ ຫຼື ຈໍານວນຄົນທີ່ຢູ່ໃນເຮືອນດຽວກັນທັງໝົດ, ໝາຍເຖິງເຄື່ອງຂອງຕ່າງໆໃນເຮືອນ. ພ້ອມກັນນັ້ນ, ຍັງໝາຍເຖິງການຄົວ ກິນ, ການຄົວຊີ້ນ ຄົວປາ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo