ມາ​ຮູ້​ຈັກ ຄໍາວ່າ “ແຕກ” ຄວາມໝາຍໃນພາສາລາວແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ແຕກ” ມີຄວາມໝາຍແນວໃດ?

​ຄໍາວ່າ “ແຕກ” ແມ່ນມີຫຼາຍຄວາມໝາຍ ນຶ່ງໃນນັ້ນໝາຍເຖິງແຍກ, ແຍກອອກຈາກກັນ ຫຼື ເຮັດໃຫ້ສິ່ງ ໃດສິ່ງນຶ່ງບໍ່ຕິດຢູ່ນໍາກັນ ເຊັ່ນ: ແຕກແຍກບໍ່ມີຄວາມສາມັກຄີ, ແຍກກັນ (ແຕກກັນ), ແຍກປະເພດ (ແຕກ ອອກເປັນປະເພດ), ແຍກທາດ, ແຍກຕົວ (ແຕກອອກ). ໝາຍເຖິງ ການແບ່ງອອກ ເປັນຕົ້ນແກ້ວແຕກ ເປັນປ່ຽງໆ, ນໍ້າກ້ອນຢູ່ຂົ້ວໂລກເໜືອລະລາຍ ແລະ ແຕກອອກເປັນແຜ່ນໃຫຍ່ໆ.

ພ້ອມນັ້ນ, ຍັງໝາຍເຖິງ ຊະອອກເປັນຕົ້ນ ແຕກຊະນະໂມ, ແຕກຊະແຕກຊາຍ ແລະ ໝາຍເຖິງການປົ່ງ ເຊັ່ນ: ຕົ້ນໄມ້ແຕກກິ່ງ, ແຕກຍອດ, ແຕກດອກ, ແຕກດອກອອກຜົນ, ແຕກໜໍ່. ນອກຈາກນັ້ນ, ຍັງໝາຍເຖິງແຈ່ມແຈ້ງເປັນຕົ້ນ ຮຽນໜັງສືແຕກສະແດງວ່າຮຽນໜັງສືເຂົ້າໃຈ. ໝາຍເຖິງເລີກກ່ຽວຂ້ອງກັນ ເຊັ່ນ: ສຽງແຕກກັນ, (ແຕກ ຄວາມສາມັກຄີ), ແຕກກັນ, ແຕກຫັກ, ແຕກສະຫຼາຍ, ແຕກສາມັກຄີ. ໝາຍເຖິງ ອອກ ເຊັ່ນ: ເຫື່ອແຕກ, ນໍ້າລາຍແຕກ, ນໍ້າຕາກແຕກ. ອີກຄວາມໝາຍນຶ່ງໝາຍເຖິງການແຕກ ຫຼື ປ່ຽນ ເຊັ່ນ: ແຕກເງິນໃບແສນ ກີບເປັນໃບຫ້າສິບພັນກີບ, ແຕກເງິນສະກຸນນຶ່ງ ເປັນເງິນອີກສະກຸນນຶ່ງ. ນອກຈາກສີ່ງທີ່ກ່າວມາ ຍັງໝາຍ ເຖິງເປ່ເພ, ລະເບີດ ເຊັ່ນ: ທໍ່ນໍ້າແຕກ, ລະເບີດແຕກ, ທໍ່ຄວນລົດແຕກ, ເຂື່ອນແຕກ ເປັນຕົ້ນ. ເມື່ອນໍາໄປ ບວກກັບຄໍາອື່ນຍັງໃຫ້ຄວາມໝາຍແຕກຕ່າງອອກໄປ ເຊັ່ນ: ແຕກຕ່າງ, ແຕກຕື່ນ, ແຕກພ່າຍ, ແຕກໜີ, ໝາກແຕກ ເປັນຕົ້ນ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ແຕກ”.

“ແຕກ” (1. ຄໍາກິລິຍາ) ແຍກ, ແບ່ງ, ຊະ, ປົ່ງ (ແຕກແໜງ), ແຈ່ມແຈ້ງ (ຮຽນໜັງສືແຕກ), ເລີກກ່ຽວຂ້ອງກັນ (ແຕກຄວາມສາມັກຄີ), ອອກ (ເຫື່ອແຕກ), ແຕກເງິນ. ເປ່ເພ, ມີສຽງລະເບີດອອກ.

ຕົວ­ຢ່າງ: 

  • ຄົນເຮົາເກີດມາຫຼາຍພັນປີ ແຕກກັນເປັນຫຼາຍກຸ່ມ ແຍກອອກເປັນຫຼາຍຊົນຊາດ ແບ່ງເອີ້ນກັນຕາມ ລັກສະນະພູມສັນຖານ ແລະ ຈຸພິເສດທີ່ຢູ່ ຢາຍຊະກັນໄປທົ່ວໂລກ.
  • ພໍຮອດລະດູຝົນ ຕົ້ນໄມ້ໃບຫຍ້າແຕກກິ່ງ ປົ່ງໃບ ຂຽວງາມຕາ, ແຕກໜໍ່ຈໍ່ແນວກັນຢ່າງໄວວາ.
  • ຍ້ອນຄົນເຮົາມີອຸດົມການ ແລະ ຈຸດຢືນບໍ່ຄືກັນ ຈິ່ງເຮັດໃຫ້ແຕກຄວາມສາມັກຄີ ແລະ ແບ່ງອອກເປັນ ກຸ່ມກ້ອນ.
  • ຕໍາສົ້ມຈັ່ງແມ່ນເປັນຕາແຊບ ເຫັນແລ້ວເຮັດໃຫ້ນໍ້າລາຍແຕກ ແຕ່ພໍໄດ້ກິນແລ້ວທັງແຊບທັງເຜັດ ຈົນ ເຫື່ອອກ (ແຕກ) ເຕັມໂຕ.
  • ວານນີ້ໄປແຕກເງິນໂດລາ ເປັນກີບ ເປັນວ່າອັດຕາແລກປ່ຽນແມ່ນເພີ່ມຂຶ້ນຫຼາຍທຽບກັບປີຜ່ານມາ.
  • ທໍ່ນໍ້າປະປາແຕກ ຈິ່ງເຮັດໃຫ້ນໍ້າບໍ່ມາ ຖ້າຈະໃຊ້ນໍ້າແມ່ນໃຫ້ປະຫຍັດ ຈົນກວ່າເຂົາມາແປງທໍ່ແຕກ ຈິ່ງໃຊ້ປົກກະຕິ.
  • ເບີ່ງຮູບເງົາສົງຄາມ ສຽງປືນ ແລະ ສຽງລະເບີດແຕກ ສະໜັ່ນຫວັນໄຫວ ເຮັດໃຫ້ຫູດັບຕັບໄໝ້.

ສະຫຼຸບ.

ຄໍາວ່າ “ແຕກ”​ ໝາຍເຖິງການແຍກອອກ, ແບ່ງອອກ, ຊະອອກ, ປົ່ງ ຫຼື ແຕກແໜງ (ຕົ້ນໄມ້). ໝາຍ ເຖິງການເລີກກ່ຽວຂ້ອງກັນ ຫຼື ແຕກຄວາມສາມັກຄີ. ນອກຈາກນັ້ນ, ຍັງໝາຍເຖິງອອກ ເຊັ່ນ: ນໍ້າລາຍ ແຕກ, ນໍ້າຕາແຕກ, ນໍ້າເຫື່ອແຕກ. ໝາຍເຖິງການປ່ຽນ ຫຼື ແຕກເງິນ. ໝາຍເຖິງເປ່ເພ ຮົ່ວຊືມ ຫຼື ລະເບີດເປັນສ່ຽງໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo