ຄໍາວ່າ “ຕັ້ງ” ກັບຄວາມໝາຍ ແລະ ການນໍາໃຊ້ ໃນພາສາລາວ

SA Game ຕັ້ງ

DooDiDo

ອະທິບາຍຄໍາວ່າ “ຕັ້ງ” ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ຕັ້ງ” ໝາຍເຖິງການ​ທຳ​ນຳ​ສິ່ງ​ທີ່ນອນ​ຢູ່ ຫຼື ຢູ່​ໃນ​ສະ​ຖາ​ນະ​ທີ່​ເປັນ​ລວງ​ຂວາງ​ຕັ້ງ​ຊີ້​ຂື້ນ​ຟ້າ​ນັ້ນ​ເອີ້ນ​ວ່າ ຕັ້ງ, ເຊິ່ງ​ບໍ່​ວ່າ​ຈະ​ເປັນ​ວັດ​ຖຸ ຫລື ສິ່ງ​ອື່ນ​ໃດ​ກໍ​ຕາມ ລວມ​ໄປ​ເຖິງ​ການ​ຂີດ​ຂຽນ​ຄິດ​ໄລ່​ຕ່າງໆ, ເປັນ​ຕົ້ນ​ການ​ຕັ້ງ​ສິ່ງ​ຂອງ​ທີ່​ລົ້ມ​ຢູ່ ບໍ່​ວ່າ​ຈະ​ເປັນ​ການ​ລົ້ມ​ລົດຈັກ, ລົດ​ຖີບ ຈາກ​ອຸ​ບັດ​ຕິ​ເຫດ​ຕ່າງໆໃຫ້​ຕັ້ງ​ຂື້ນ​ກັບ​ມາ​ຢູ່​ໃນ​ສະ​ພາບ​ທີ່​ສາ​ມາດ​ຂີ່​ໄດ້ ຫຼື ໃນ​ສະ​ພາບ​ປົກ​ກະ​ຕິ​. ອີກ​ຄວາມ​ໝາຍ​ກໍ​ແມ່ນ​ການ​ມີ​ສະ​ຕິ ແລະ ພະ​ຍາ​ຍາມ​ເຮັດ​ໃຫ້​ດີກວ່າ​ເກົ່າ​ເຊິ່ງ​ໃຊ້​ໄດ້​ກັບ​ເລື່ອງ​ຈິດ​ໃຈ ການ​ຕັ້ງ​ໃຈ​ເຮັດ, ​ຕັ້ງ​ໃຈ​ສ້າງ ຕັ້ງ​ໃຈ​ຮຽນ​ເປັນ​ຕົ້ນ.

ນອກຈາກນີ້, “ຕັ້ງ” ຍັງ​ໝາຍ​ເຖິງ​ການ​​ເລີ່ມ​ຕົ້ນ​ຂອງ​ເວ​ລາ, ເປັນ​ການ​ທີ່​ເລີ່ມ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ເຊິ່ງ​ຈະ​ໃຫ້​ຮູ້​ວ່າ​ຈຸດ​ເລີມ​ຕົ້ນ​ຂອງ​ການ​ເຮັດ​ໃນ​ສິ່ງ​ນັ້ນໆ​ແມ່ນ​ເລີມ​ມາ​ຕອນ​ໃດ ເອີ້ນ​ວ່າ ຕັ້ງ ເຊັ່ນວ່າ: ຕັ້ງ​ແຕ່​ຂ້ອຍ​ມາ​ຢູ່​ວຽງ​ຂ້ອຍ​ກໍ​ເລີມ​ຝືກ​ຢູ່​ດ້ວຍ​ຕົນ​ເອງ​ໃຫ້​ໄດ້​ໂດຍ​ບໍ່​ມີ​ພໍ່​ແມ່​ຄອຍ​ຊ່ວຍ​ເຫລືອ ແລະ ຍັງ​ໝາຍ​ເຖິງ  ການຈາກໄປ ເຊັ່ນ ເສຍຕັ້ງພັນ, ຄົນຕັ້ງໝື່ນ ເປັນຕົ້ນ.

SA Game ຕັ້ງ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ຕັ້ງ”.

  • ກ. ວາງຂອງທີ່ລົ້ມໃຫ້ຊັນຢູ່, ສະຖິດ, ດຳລົງ, ປະພຶດ ເຊັ່ນຕັ້ງຢູ່ໃນທຳ, ຍົກໃຫ້ສູງຂຶ້ນ, ຍົກໃຫ້ມີຖານະດີກວ່າເກົ່າ ເຊັ່ນຕັ້ງເປັນເຈົ້າເມືອງ; ມຸ່ງໝາຍ, ອົດທົນ, ເອົາໃຈໃສ່ ເຊັ່ນ ຕັ້ງໃຈ ເປັນຕົ້ນ.
  • ບຸ. ແຕ່, ເຖິງ, ຈາກໄປ ເຊັ່ນ ເສຍຕັ້ງພັນ, ຄົນຕັ້ງໝື່ນ ເປັນຕົ້ນ.

ຕົວຢ່າງ:

  • ຕັ້ງ​ແຕ່​ນີ້​ຕໍ່​ໄປ​ຂ້ອຍ​ຈະ​ຕັ້ງ​ໃຈ​ຫາ​ເງິນ​ລ້ຽງ​ຄອບ​ຄົວ​ໃຫ້​ໄດ້
  • ແມ່​ຕູ້​ຫລິ້ນ​ໄພ້​ຊອດ​ແຈ້ງ, ລາວ​ເສຍ​ເງິນ​ຕັ້ງ​ສອງ​ລ້ານ​ປາຍ​ພຸ້ນ​ນະ
  • ປີ​ໜ້າ​ຂ້ອຍ​ຈະ​ຕັ້ງ​ເຮືອນ, ມາ​ຊ່ວຍ​ເຮັດ​ເຮືອນ​ຂ້ອຍ​ແດ່​ເດີ

ສະຫຼຸບ.

ຄໍາວ່າຕັ້ງ ໝາຍເຖິງການ​ທຳ​ນຳ​ສິ່ງ​ທີ່ນອນ​ຢູ່ ຫຼື ຢູ່​ໃນ​ສະ​ຖາ​ນະ​ທີ່​ເປັນ​ລວງ​ຂວາງ​ຕັ້ງ​ຊີ້​ຂື້ນ​ຟ້າ​ນັ້ນ​ເອີ້ນ​ວ່າ ຕັ້ງ, ເຊິ່ງ​ບໍ່​ວ່າ​ຈະ​ເປັນ​ວັດ​ຖຸ ຫລື ສິ່ງ​ອື່ນ​ໃດ​ກໍ​​. ອີກ​ຄວາມ​ໝາຍ​ກໍ​ແມ່ນ​ການ​ມີ​ສະ​ຕິ ແລະ ພະ​ຍາ​ຍາມ​ເຮັດ​ໃຫ້​ດີກວ່າ​ເກົ່າ​ເຊິ່ງ​ໃຊ້​ໄດ້​ກັບ​ເລື່ອງ​ຈິດ​ໃຈ. ນອກຈາກນີ້, “ຕັ້ງ” ຍັງ​ໝາຍ​ເຖິງ​ການ​​ເລີ່ມ​ຕົ້ນ​ຂອງ​ເວ​ລາ, ເປັນ​ການ​ທີ່​ເລີ່ມ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ເຊິ່ງ​ຈະ​ໃຫ້​ຮູ້​ວ່າ​ຈຸດ​ເລີມ​ຕົ້ນ​ຂອງ​ການ​ເຮັດ​ໃນ​ສິ່ງ​ນັ້ນໆ​ແມ່ນ​ເລີມ​ມາ​ຕອນ​ໃດ ເອີ້ນ​ວ່າ ແລະ ຍັງ​ໝາຍ​ເຖິງ  ການຈາກໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ