ມາ​ຮູ້​ຈັກຄໍາວ່າ “ອູ່” ຄວາມໝາຍໃນພາສາລາວແມ່ນ​ຫຍັງ?

SA Game

ອະທິບາຍຄໍາວ່າ “ອູ່” ມີຄວາມໝາຍແນວໃດ?

​ຄໍາວ່າ “ອູ່” ໝາຍເຖິງບ່ອນນອນສໍາລັບເດັກນ້ອຍ ຫຼື ຄົນທົ່ວໄປ ນິຍົມກັນໃຊ້ນັ່ງ ຫຼື ນອນ ເພື່ອພັກຜ່ອນ ສ່ວນໃຫຍ່ແມ່ນມັກແຂວນອູ່ໃສ່ຕົ້ນໄມ້ ຫຼື ຂາຄໍ້າອູ່ສະເພາະ. ອູ່ມີຫຼາຍແບບ ບາງຊະນິດເຮັດດ້ວຍໄມ້, ບາງ ຊະນິດກໍ່ເຮັດດ້ວຍແພ, ບາງຊະນິດກໍເອົາເຊືອກມາສານເປັນຕາໜາງສີ່ລ່ຽມ, ບາງຊະນິດກໍເຮັດດ້ວຍວັດສະ ດຸຫຼາຍຊະນິດ, ອູ່ແມ່ນພູມປັນຍາທ້ອງຖີ່ນ ຊຶ່ງຢູ່ລາວ ມີຄໍາເວົ້າທີ່ຕິດພັນກັບອູ່ ຄື ສາຍອູ່ສາຍໃຈ, ປຸກເຮືອນຕາມໃຈຜູ້ຢູ່ ຜູກອູ່ຕາມໃຈຜູ້ນອນ.

ອູ່ທີ່ເຮັດ ມັກຈະມີຮູບຮ່າງແຕກຕ່າງກັນໄປຕາມແຕ່ລະເຂດ ເພື່ອໃຫ້ສະ ດວກໃນການໃຊ້ງານ ແລະ ຕອບໂຈດຂອງຜູ້ໃຊ້. ຄໍາວ່າ “ອູ່” ຍັງໝາຍເຖິງບ່ອນເອົາລົດ, ເຮືອ, ຍົນໄປ ສ້ອມແປງ ຫຼື ເກັບມ້ຽນ ຊຶ່ງມັກນິຍົມກັນເອີ້ນ ອູ່ສ້ອມແປງລົດ, ອູ່ມ້ຽນລົດ, ອູ່ແປງເຮືອ, ອູ່ຕໍ່ເຮືອ, ອູ່ມ້ຽນ ຍົນ ແລະ ອື່ນໆ. ອູ່ຍັງມັກນໍາໄປບວກກັບ ຄໍາອື່ນ ຊຶ່ງເຮົາມັກໄດ້ຍີນຄໍາວ່າ ອູ່ເຂົ້າ ອູ່ປາ ໝາຍເຖິງບ່ອນ ທີ່ມີຄວາມອຸດົມສົມບຸນ.

SA Game

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ອູ່”.

“ອູ່” (1. ຄໍານາມ) ບ່ອນເຮັດໄວ້ສໍາລັບເດັກນ້ອຍເກີດໃໝ່ນອນ, ບ່ອນຢູ່, ບ່ອນນອນເຮັດດ້ວຍໄມ້ສານ ຫຼື ເສັ້ນເຊືອກສານ ຫຼື ແຜ່ນແພ, ບ່ອນແປງລົດ ແລະ ອູ່ມ້ຽນລົດ.

ຕົວ­ຢ່າງ: 

  • ສຸພາສິດລາວເວົ້າວ່າ “ປຸກເຮືອນຕາມໃຈຜູ້ຢູ່ ຜູກອູ່ຕາມໃຈຜູ້ນອນ” ໝາຍຄວາມວ່າເຮັດຫຍັງກະຢ່າ ຕ້ອງໃຫ້ຕາມໃຈຜູ້ທີ່ເປັນເຈົ້າຂອງ ຫຼື ເຈົ້າພາບ.
  • ຄົນສະໄໝກ່ອນມັກນໍາເອົາຫວາຍມາຖັກເປັນເສັ້ນ ເພື່ອເຮັດອູ່ ເອີ້ນອູ່ຫວາຍ. ແຕ່ໃນປະຈຸບັນອູ່ແມ່ນ ເຮັດດ້ວຍວັດສະດຸຫຼາຍຢ່າງແຕກຕ່າງກັນອອກໄປ.
  • ການທີ່ເຮົາມັກເອົາເດັກນ້ອຍນອນອູ່ເພາະມັນສະບາຍ ຊຶ່ງເວລາຂີ່ອູ່ມັກເຮັດໃຫ້ເຫງົານອນເປັນຜົນໃຫ້ ເດັກນ້ອຍບໍ່ຮ້ອງໄຫ້.
  • ໃນທຸກວັນນີ້ ການກວດກາ ແລະ ການສ້ອມແປງລົດແມ່ນສະດວກຫຼາຍ ເພາະມີອູ່ສ້ອມແປງທີ່ທັນສະ ໄໝຫຼາຍແຫ່ງແຕກຕ່າງກັບສະໄໝກ່ອນ ເພາະມີອູ່ຈໍານວນຈໍາກັດ ແລະ ເຄື່ອງມືບໍ່ທັນສະໄໝ.
  • ອູ່ຕໍ່ເຮືອບັນທຸກຂອງບໍລິສັດຮຸນໄດ ປະເທດເກົາຫຼີໃຕ້ ແມ່ນອູ່ຕໍ່ເຮືອໃຫຍ່ອັນດັບຕົ້ນໆຂອງໂລກ ການ ຜະລິດເຮືອບັນທຸກແຕ່ລະຄັ້ງແມ່ນສາມາດບັນທຸກໄດ້ຫຼາຍແສນໂຕນ.

ສະຫຼຸບ.

ຄໍາວ່າ “ອູ່”​ ໝາຍເຖິງບ່ອນທີ່ເຮັດໄວ້ສໍາລັບນັ່ງຂີ່ຫຼີ້ນ ຫຼື ນອນ ແລະ ມັກນິຍົມເຮັດໃຫ້ເດັກນ້ອຍເກີດໃໝ່ ນອນ ເຮັດດ້ວຍວັດສະດຸແຕກຕ່າງກັນໄປ. ນອກຈາກນັ້ນ, ຍັງໝາຍເຖິງອູ່ສ້ອມແປງ ຫຼື ບ່ອນມ້ຽນລົດ, ຍົນ ຫຼື ອູ່ຕໍ່ເຮືອ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo