ຄໍາວ່າ “ຕຸ້ມ” ກັບຄວາມໝາຍ ແລະ ການນໍາໃຊ້ ໃນພາສາລາວ

SA Game ຕຸ້ມ

DooDiDo

ອະທິບາຍຄໍາວ່າ “ຕຸ້ມ” ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ຕຸ້ມ” ໝາຍເຖິງ​ຊື່​ຂອງກອງ​ຊະ​ນິດ​ໜຶ່ງ​ເອີ້ນ​ວ່າ​ ກອງ​ຕຸ້ມ, ເຊິ່ງ​ກອງ​ນີ້ຫຸ້ມດ້ວຍໜັງທັງສອງຂ້າງ ໃຊ້ຕີໃນເວລາຫຼິ້ນບຸນບັ້ງໄຟ ຫຼືກອງທີ່ຕີສຽງດັ່ງຕຸ້ມໆ ເອີ້ນກອງຕຸ້ມ. ອີກ​ຄວາມ​ໝາຍ​ໜຶ່ງ​ກໍ​ເປັນ​ເຄື່ອງ​ປະ​ດັບ​ທີ່​ມີ​ລັກ​ສະ​ນະ​ຄ້າຍ​ຄື​ກັບ​ໝາກ​ຕຸ້ມ ແລະ ຫລາຍໆ​ຄົນ​ກໍ​ມັກ​ຈະ​ເອີ້ນ​ວ່າ ຕຸ້ມ​ຫູ, ເຊິ່ງ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ລາວ​ແມ່ນ​ແມ່​ຍິງ​ຈະ​ເປັນ​ຄົນ​ໃສ່​ຕຸ້ມ​ຫູ, ແຕ່​ປະ​ຈຸ​ບັນ​ນີ້​ເຫັນ​ວ່າ​ຜູ້​ຊາຍ​ກໍ​ເລີມ​ນຳ​ມາ​ໃສ່​ຄື​ກັນ​ເປັນ​ແຟ​ຊັນ​ຂອງ​ບຸກ​ຄົນ​ນັ້ນ.

ນອກຈາກນີ້, “ຕຸ້ມ” ຍັງໝາຍ​ເຖິງຕຸ້ມແນວໜຶ່ງ ສານດ້ວຍໄມ້ຕອກໄມ້ໄຜ່ ເປັນຮູບກົມ ຈະ​ເປັນ​ເຄືອງ​ມື​ໃນ​ການ​ກາ​ປາ​ສະ​ນິດ​ໜຶ່ງ​ເຊິ່ງ​ປະ​ຊາ​ຊົນ​ລາວ​ສະ​ໄໝ​ແຕ່​ກ່ອນ​ກີ້​ນຳ​ມາ​ໃຊ້​ຫາ​ປາ​ເພື່ອ​ລ້ຽງ​ຊີບ, ແລະ ຕຸ້ມ ອີກ​ແບບ​ໜຶ່ງ​ທີ​ປະ​ຊາ​ຊົນ​ສານ​ສຳລັບຂັງນົກຕໍ່ ມີນົກເຂົາ, ນົກທາ, ນົກຄໍ່ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game ຕຸ້ມ
DooDiDo

ຄໍາວ່າ “ຕຸ້ມ”.

  • ນ. ເຄື່ອງມືຫາປາ ສານດ້ວຍຕອກໄມ້ໄຜ່ມີຮູບຄືຂ້ອງ ມີງາຢູ່ຂ້າງໃຫ້ປາເຂົ້າໄປແລ້ວອອກບໍ່ໄດ້ ເອີ້ນຕຸ້ມ, ຕຸ້ມມີຫຼາຍແນວເຊັ່ນ ແນວຕາຫ່າງ ສຳລັບໃສ່ເອົາກົບເອີ້ນຕຸ້ມກົບ, ແນວຕາຖີ່ໃສ່ເອົາປານ້ອຍເຊັ່ນ ປາສ້ອຍ ປາຂາວ ເອີ້ນຕຸ້ມລານ, ແນວໃຫຍ່ ແລະສູງໃສ່ເອົາປາຄໍ່ ປາດຸກ ເອີ້ນຕຸ້ມໃຫຍ່, ແນວໃຊ້ໂຕ່ງປາ ທີ່ກົ້ນລີ່ ເອີ້ນ ຕຸ້ມໂຕ່ງປາ.
  • ນ. ເຄື່ອງປະດັບຫູ ທາງໜ້າຮູບຄືໝາກຕຸ້ມ ຂາສັ້ນ ເອີ້ນຕຸ້ມຫູ.
  • ນ. ກະດຸມ, ກະດຸມທີ່ເຮັດດ້ວຍຄຳ, ເງິນ, ນາກ ຈະເຮັດເປັນເມັດ ຫຼື ຮ້ອຍເປັນພວງຄືສາຍສ້ອຍ ເອີ້ນໝາກຕຸ້ມ, ໃສ່ເສື້ອເອີ້ນຕຸ້ມເສື້ອ, ໃສ່ຜ້າ ເອີ້ນຕຸ້ມຜ້າ.
  • ນ. ກອງຕຸ້ມ, ຊື່ກອງແນວໜຶ່ງ ຫຸ້ມດ້ວຍໜັງທັງສອງຂ້າງ ໃຊ້ຕີໃນເວລາຫຼິ້ນບຸນບັ້ງໄຟ ຫຼືກອງທີ່ຕີສຽງດັ່ງຕຸ້ມໆ ເອີ້ນກອງຕຸ້ມ.
  • ນ. ຊື່ຕຸ້ມແນວໜຶ່ງ ສານດ້ວຍໄມ້ຕອກໄມ້ໄຜ່ ເປັນຮູບກົມ ສຳລັບຂັງນົກຕໍ່ ມີນົກເຂົາ, ນົກທາ, ນົກຄໍ່ ເປັນຕົ້ນ.

ຕົວຢ່າງ:

  • ຕຸ້ມຫູ​ຂອງ​ຂ້ອຍ​ຕົກເຫຍຢູ່​ງານດອງ​ມື້​ວານ​ນີ້​ຊອກ​ບໍ່​ເຫັນ ເສຍ​ດາຍ​ເດ
  • ​​ອ້າຍ​ທິດ​ກຳ​ລາວ​ໄປ​ຕໍ່​ນົກ​ໄດ້​ຫລາຍ​ໂຕ ລາວ​ເອົາ​ໃສ່​ໄວ້​ໃນ​ຕຸ້ມ

ສະຫຼຸບ.

ຄໍາວ່າຕຸ້ມ ໝາຍເຖິງ​ຊື່​ຂອງກອງ​ຊະ​ນິດ​ໜຶ່ງ​ເອີ້ນ​ວ່າ​ ກອງ​ຕຸ້ມ, ເຊິ່ງ​ກອງ​ນີ້ຫຸ້ມດ້ວຍໜັງທັງສອງຂ້າງ ໃຊ້ຕີໃນເວລາຫຼິ້ນບຸນບັ້ງໄຟ ຫຼືກອງທີ່ຕີສຽງດັ່ງຕຸ້ມໆ ເອີ້ນກອງຕຸ້ມ. ອີກ​ຄວາມ​ໝາຍ​ໜຶ່ງ​ກໍ​ເປັນ​ເຄື່ອງ​ປະ​ດັບ​ທີ່​ມີ​ລັກ​ສະ​ນະ​ຄ້າຍ​ຄື​ກັບ​ໝາກ​ຕຸ້ມ ແລະ ຫລາຍໆ​ຄົນ​ກໍ​ມັກ​ຈະ​ເອີ້ນ​ວ່າ ຕຸ້ມ​ຫູ. ນອກຈາກນີ້, “ຕຸ້ມ” ຍັງໝາຍ​ເຖິງຕຸ້ມແນວໜຶ່ງ ສານດ້ວຍໄມ້ຕອກໄມ້ໄຜ່ ເປັນຮູບກົມ ຈະ​ເປັນ​ເຄືອງ​ມື​ໃນ​ການ​ກາ​ປາ​ສະ​ນິດ​ໜຶ່ງ ແລະ ຕຸ້ມ ອີກ​ແບບ​ໜຶ່ງ​ທີ​ປະ​ຊາ​ຊົນ​ສານ​ສຳລັບຂັງນົກຕໍ່ ມີນົກເຂົາ, ນົກທາ, ນົກຄໍ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ