ຄໍາວ່າ “ຕາບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ຕາບ

DooDiDo

ອະທິບາຍຄໍາວ່າ “ຕາບ” ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ຕາບ” ໝາຍເຖິງການ​ເອົາ​ຢາງ ຫຼື ແຜ່ນ​ແພ ຫຼື ສິ່ງ​ຂອງ​ທີ່​ແປ​ເປັນ​ແຜ່ນ​ບາງໆ ບາງ​ທີ່​ອາດ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ຮູບ​ຊົງ​ແປ​ຕະ​ຫລອດ​ກໍ​ໄດ້​ ເອົາ​ມາ​ແປະ​ໃສ່​ເພື່ອ​ບໍ່​ໃຫ້​ມີ​ຮູ, ຮອຍ​ຂາດ ຕ່າງໆ ເຊັ່ນ​ວ່າ ການ​ຕາບ​ຢາງ​ລົດ ຫຼື ບາງ​ຂົງ​ເຂດ​ອາດ​ຈະ​ເອີ້ນ​ວ່າ ຈອດ​ຢາງ​ລົດ ບໍ່​ວ່າ​ຈະ​ເປັນ​ຢາງ​ລົດ​ໃຫຍ່ ລົດ​ນ້ອຍ ກໍ​ເອີ້ນ​ວ່າ ຕາບ ຫລື ຈອດ​ຄື​ກັນ, ນອກ​ຈາກ​ນັ້ນ​ຍັງສາ​ມາດ​ໃຊ້​ໄດ້​ກັບ​ສິ່ງ​ອື່ນໆ​ເຊັ່ນ​ກັນ​ດັ່ງ ຕາບ​ເສື້ອ​ຂາດ, ຕາຍ​ຫລັງ​ຄາ​ເຮືອນ ອື່ນໆ ເປັນ​ຕົ້ນ.

ນອກຈາກນີ້, “ຕາບ” ຍັງສາ​ມາດ​ໃຊ້​ໄດ້​ກັບ ​ເວ​ລາ, ຈະ​ມີ​ຄວາມ​ໝາຍ​ວ່າ​ຈົນ​ເຖິງ, ເມື່ອ, ຍັງ, ຈົນຕະຫຼອດ, ຮອດເຖິງ ເຊັ່ນ: ຕາບຕໍ່ເທົ້າ, ຕາບໄປເຖິງ. ເປັນ​ການໃຊ້​ເພື່ອ​ບົງ​ບອກ​ເຖິງ​ຊ່ວງ​ເວ​ລາ​ທີ່​ຍັງ​ມີ​ການ​ກະ​ທຳ​ຢູ່ ແລະ ຫາກ​ສິ້ນ​ສຸດ​ແລ້ວ ແມ່ນ​ຈະ​ມີ​ຈຸ​ດ​ປະ​ສົງ​ອື່ນ​ເພື່ອ​ທີ່​ຈະ​ເຮັດ​ຕໍ່​ຫລັງ​ຈາກ​ນັ້ນ. ອີກ​ຄວາມ​ໝາຍ​ຍັງ​ມີ​ຄວາມ​ໝາຍ​ວ່າ ຂ້າງ, ຝ່າຍ, ຮິມ ດັ່ງ​ຄຳ​ເວົ້າ​ທີ່​ວ່າ “ທຸກຕາບຫ້ວຍ ໄມ້ຊໍ່ຊົມບານ ລີໄລຈັບກິ່ງຮັງເຮຮ້ອງ”.

SA Game ຕາບ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ຕາບ”.

  • ນ. ຂ້າງ, ຝ່າຍ, ຮິມ.
  • ນ. ຮອຍແປ້ວ, ຮອຍຂີ້ບາດທີ່ດີແລ້ວ ເຊັ່ນຂາຕາບ, ແຂນຕາບ ເປັນຕົ້ນ.
  • ກ. ເອົາແປະໃສ່ບ່ອນຂາດ ຫຼືບ່ອນວາກ, ເສື້ອຜ້າທີ່ຂາດ ໃຊ້ຜ້າແປະໃສ່ບ່ອນຂາດ ຫແລ້ວຫຍິບ ຫຼືເຮືອແຕກ ເອົາແປ້ນມາແປະໃສ່ ແລ້ວຕອກຕາປູໃສ່ໃຫ້ແໜ້ນເອີ້ນຕາບ ຢ່າງວ່າ “ເສື້ອຂາດຫຼັງໄປຕາບກະນ່ອງໄກ່”.
  • ວ. ຈົນເຖິງ, ເມື່ອ, ຍັງ, ຈົນຕະຫຼອດ, ຮອດເຖິງ ເຊັ່ນ: ຕາບຕໍ່ເທົ້າ, ຕາບໄປເຖິງ.

ຕົວຢ່າງ:

  • ຕາບໃດ​ທີ່​ຂ້ອຍ​ຍັງ​ມີ​ຊິ​ວິດ​ຢູ່​ຂ້ອຍ​ຈະ​ຂໍ​ສູ້​ເພື່ອ​ໃຫ້​ຄອບ​ຄົວ​ສະ​ບາຍ
  • ​ອາ​ທິດ​ແລ້ວ​ໃຫ້​ລູກ​ນ້ອງ​ເອົາ​ເຮືອ​ໄປ​ຕາບ ເພາະ​ມັນ​ມີ​ປ່ອງ​ຮົ່ວ​ເຮັດ​ໃຫ້​ນ້ຳ​ເຂົ້າ

ສະຫຼຸບ.

ຄໍາວ່າຕາບ ໝາຍເຖິງການ​ເອົາ​ຢາງ ຫຼື ແຜ່ນ​ແພ ຫຼື ສິ່ງ​ຂອງ​ທີ່​ແປ​ເປັນ​ແຜ່ນ​ບາງໆ ບາງ​ທີ່​ອາດ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ຮູບ​ຊົງ​ແປ​ຕະ​ຫລອດ​ກໍ​ໄດ້​ ເອົາ​ມາ​ແປະ​ໃສ່​ເພື່ອ​ບໍ່​ໃຫ້​ມີ​ຮູ, ຮອຍ​ຂາດ. ນອກຈາກນີ້, “ຕາບ” ຍັງສາ​ມາດ​ໃຊ້​ໄດ້​ກັບ ​ເວ​ລາ, ຈະ​ມີ​ຄວາມ​ໝາຍ​ວ່າ​ຈົນ​ເຖິງ, ເມື່ອ, ຍັງ, ຈົນຕະຫຼອດ, ຮອດເຖິງ. ອີກ​ຄວາມ​ໝາຍ​ຍັງ​ມີ​ຄວາມ​ໝາຍ​ວ່າ ຂ້າງ, ຝ່າຍ, ຮິມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ