ໂຄງການເສັ້ນທາງລົດໄຟ ລາວ-ຈີນ ມີຄວາມສຳຄັນຫລາຍຕໍ່ປະຊາຊົນລາວ
ຄວາມສຳຄັນຂອງໂຄງການເສັ້ນທາງລົດໄຟ ລາວ-ຈີນ ທີ່ມີຕໍ່ປະຊາຊົນລາວ.
ທ້າຍເດືອນມີນາ 2021 ຜ່ານມາ, ຂະບວນນຳຄະ ນະບັນດາສື່ມວນຊົນໄດ້ ໄປຢ້ຽມຢາມໂຄງການເສັ້ນທາງລົດໄຟ ລາວ-ຈີນ ແລະ ຮັບຟັງການລາຍງານຄວາມຄືບໜ້າໃນການວາງລາງລົດໄຟ ແຕ່ສະຖານີ ບ້ານໄຊ ເມືອງໄຊທານີ, ນະຄອນຫລວງວຽງຈັນ ຫາ ສະຖານີບໍ່ເຕັນ ຊາຍແດນລາວ-ຈີນ, ໂດຍການຕ້ອນຮັບຂອງ ທ່ານ ຫູ ປິນ ປະທານ ບໍລິສັດ ທາງລົດໄຟເລກ 2 ສປ ຈີນ ພ້ອມຄະນະ.
ໂຄງການເສັ້ນທາງລົດໄຟລາວ-ຈີນ ໄດ້ລົງມືກໍ່ສ້າງ ແລະ ມີພິທີວາງສີລາລຶກ ໃນວັນທີ 2 ທັນ ວາ ປີ 2015 ເພື່ອເປັນຂອງຂວັນສະເຫລີມສະຫລອງ ວັນສະຖາປະນາ ສປປລາວ ຄົບຮອບ 40 ປີ, ໂດຍການເຂົ້າຮ່ວມຂອງການນຳຂັ້ນສູງ ຂອງສອງປະເທດ ລາວ-ຈີນ, ທີ່ເຕັມໄປດ້ວຍຄວາມໝາຍ ຄວາມສຳຄັນເປັນຍິ່ງ.
ໂຄງການດັ່ງກ່າວ, ໄດ້ເປັນພື້ນຖານໂຄງລາງທາງດ້ານເສດຖະກິດ ທີ່ໜັກແໜ້ນ ແລະ ຍືນຍົງຂອງປະເທດເຮົາ ໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ກໍຄືການປະຕິບັດນະໂຍບາຍຫັນປະເທດ ຈາກສະຖານະພາບ ປະເທດບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດກັບພາກພື້ນ ແລະ ສາກົນ.
ທ່ານ ຫູ ປິນ ປະທານ ບໍລິສັດ ທາງລົດໄຟເລກ 2 ສປ ຈີນ ກ່າວວ່າ:
ໂຄງການເສັ້ນທາງລົດໄຟ ລາວ-ຈີນ ຈະສຳເລັດຕາມແຜນການໃນທ້າຍປີນີ້, ປັດຈຸບັນ ການວາງລາງລົດໄຟແມ່ນສຳເລັດແລ້ວ 80%, ຄາດວ່າຈະປູລາງລົດໄຟ ແຕ່ສະຖານີ ບ້ານໄຊ ເມືອງໄຊທານີ, ນະຄອນຫລວງວຽງຈັນ ຫາ ສະຖານີບໍ່ເຕັນ ຊາຍແດນລາວ-ຈີນ ໃຫ້ສຳເລັດໃນວັນທີ 30 ພຶດສະພາ 2021 ແລະ ຈະເລີ່ມທົດລອງແລ່ນໃນທ້າຍປີ 2021 ນີ້.
ສຳລັບຄວາມຫຍຸ້ງຍາກ ໂດຍສະເພາະ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້, ທາງບໍລິສັດ ແມ່ນໄດ້ຕັດສິນໃຈສູ້ຊົນຜ່ານຜ່າ ເຮັດວຽກດ້ວຍຄວາມຮັບ ຜິດຊອບສູງ ເພື່ອໃຫ້ສຳເລັດຕາມແຜນການ ກໍຄື ແຜນຂອງ 2 ລັດຖະບານໄດ້ຕົກລົງສັນຍາຮ່ວມກັນ.
ພາຍຫລັງໂຄງການເສັ້ນທາງລົດໄຟລາວ-ຈີນ ສຳເລັດ ຄາດວ່າຈະນຳເອົາຜົນປະໂຫຍດມະຫາ ສານ ມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ເຊັ່ນ:
ສປປ ລາວ ຈະມີພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໝັ້ນຄົງ ຕອບສະໜອງຍຸດທະສາດຫັນປະເທດ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຈອດ ກັບບັນດາພາກພື້ນ ແລະ ສາກົນ. ສິ່ງສຳຄັນ ແມ່ນຈະອໍານວຍຄວາມສະດວກໃນການຂົນສົ່ງ ແລກປ່ຽນສິນຄ້າ, ການໄປມາຫາສູ່ຂອງປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ ໃຫ້ຫລາຍເພີ່ມຂຶ້ນ.
ໂຄງການເສັ້ນທາງລົດໄຟ ລາວ-ຈີນ ມີມູນຄ່າການກໍ່ສ້້າງປະມານ 5.965 ລ້ານໂດລາສະຫະ ລັດ, ມີຄວາມຍາວປະມານ 422,4 km, ຜ່ານ 5 ແຂວງ ຄື
ແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະ ນະຄອນຫລວງວຽງຈັນ, ມີ 32 ສະຖານີ, ຂົວ 167 ແຫ່ງ, ອຸໂມງ 75 ແຫ່ງ ແລະ ຄາດວ່າຈະສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີ 2021
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ແຫລ່ງທີ່ມາ: ຂປລ.