ເຊັນສັນຍາການໂອນຮຸ້ນ 20% ຂອງລັດຖະບານ ແຫ່ງ ສປປ ລາວ

SA Game

ພາບ​: laoedaily.com.

ການເຊັນສັນຍາໂອນຮຸ້ນຂອງລັດຖະບານ ແຫ່ງ ສປປ ລາວ ໃນບໍລິສັດ ຮຸ້ນສ່ວນທ່າເຮືອສາກົນ ລາວ – ຫວຽດນາມ.

ໃນວັນທີ 26 ມີນາ 2021 ທີ່ນະຄອນຫຼວງວຽງຈັນ ໄດ້​ມີພິທີເຊັນສັນຍາການໂອນຮຸ້ນ 20% ຂອງລັດຖະບານລາວ ໃນບໍລິສັດ ຮຸ້ນສ່ວນທ່າເຮືອສາກົນ ລາວ – ຫວຽດນາມ ລະຫວ່າງລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ແລະ ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ,

ໂດຍເປັນການຮ່ວມລົງນາມ ລະຫວ່າງ ທ່ານ ຈັນທອນ ສິດທິໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດພັດທະນາທ່າເຮືອ ຫວຸ້ງອ່າງ ລາວ – ຫວຽດນາມ ແລະ ທ່ານ ສຸລິຍາ ມະນີວົງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ.

ໃນພິທີໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ພະນະທ່ານ ຫງວຽນ ບາຮຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການບໍລິຫານຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສີລາ ວຽງແກ້ວ ທີ່ປຶກສາອາວຸໂສ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ, ບັນດາຫົວໜ້າກົມ, ຮອງກົມຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ.

SA Game
ພາບ​: laoedaily.com.

ບໍລິສັດ ລັດວິສາຫະກິດລາວບໍລິການທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ( ລລວ ) ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2010 ເຊິ່ງຂຶ້ນກັບກະຊວງການເງິນໂດຍກົງ ແລະ ໄປຖືຮຸ້ນ 20% ໃນບໍລິສັດຮຸ້ນສ່ວນທ່າເຮືອສາກົນ ລາວ – ຫວຽດນາມ ທີ່ ສສ ຫວຽດນາມ. ຮອດປີ 2016 ກະຊວງການເງິນໄດ້ອອກຂໍ້ຕົກລົງເຫັນດີອະນຸມັດໃຫ້ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ( ລລບສ ) ເປັນຜູ້ເຂົ້າຄຸ້ມຄອງຖືຮຸ້ນໃນສ່ວນຂອງລັດຖະບານລາວ ແລະ ສືບຕໍ່ດຳເນີນການເຄື່ອນໄຫວກິດຈະການຮຸ້ນສ່ວນກັບຫວຽດນາມຢູ່ທ່າເຮືອຫວຸ້ງອ່າງ.

ມາຮອດປີ 2019 ກະຊວງການເງິນໄດ້ເຮັດສັນຍາຮ່ວມທຶນສ້າງຕັ້ງບໍລິສັດໃໝ່ກັບ ບໍລິສັດ ປີໂຕຣລ້ຽມເທຣດ ດິ້ງ ລາວ ມະຫາຊົນ ມາເປັນຊື່ ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ. ຈາກນັ້ນ, ລັດຖະບານລາວ ແລະ ລັດຖະບານຫວຽດນາມ ຈຶ່ງໄດ້ມີອະນຸສັນຍາຕົກລົງເຫັນດີໃຫ້ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ທີ່ສ້າງຕັ້ງໃໝ່ນີ້ໄປຖືຮຸ້ນແທນຢູ່ຫວຽດນາມ.

ສະນັ້ນ ລລບສ ຈຳເປັນຕ້ອງໄດ້ມອບຄືນຮຸ້ນ 20% ຢູ່ຫວຽດນາມກັບຄືນໃຫ້ແກ່ກະຊວງການເງິນ ຕາງໜ້າໂດຍລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ສືບຕໍ່ໄປຖືຮຸ້ນດັ່ງກ່າວ.

SA Game
ພາບ​: laoedaily.com.

ທ່ານ ຈັນທອນ ສິດທິໄຊ ຜູ້ອຳນວຍການໃຫຍ່ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ໄດ້ກ່າວວ່າ: ໂຄງການທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ເປັນໂຄງການໜຶ່ງທີ່ເປັນຍຸດທະສາດ ແລະ ເປັນໂຄງການນິມິດໝາຍສຳຄັນໃນການຮ່ວມມືລະຫວ່າງລັດ ແລະ ເອກະຊົນລະຫວ່າງສອງພັກສອງລັດ, ເປັນໂຄງການຮ່ວມມືພິເສດລະຫວ່າງ ລາວ – ຫວຽດນາມ,

ລັດຖະບານຫວຽດນາມຍາມໃດກໍມີຄວາມຫວັງດີ, ມີຄວາມເອົາໃຈໃສ່ ແລະ ມີຄວາມມຸ່ງໝັ້ນສະໜັບສະໜູນລັດຖະບານ ກໍຄືປະຊາຊົນລາວມາຕະຫຼອດ ເຊິ່ງສະແດງອອກໃຫ້ເຫັນເຖິງທ່າເຮືອຫວຸ້ງອ່າງ ເປັນຍຸດທະສາດສຳຄັນໃຫ້ລັດຖະບານລາວເຂົ້າໃນການນຳໃຊ້ເພື່ອເປັນນິມິດໝາຍສຳຄັນໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ.

ສໍາລັບໂຄງການພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ກໍຄືລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ເຊິ່ງໂຄງການດັ່ງກ່າວເປັນນິມິດໝາຍປະຫວັດສາດແຕ່ສະໄໝສອງປະທານ ຄື: ປະທານໄກສອນ ພົມວິຫານ ແລະ ປະທານ ໂຮ່ຈິມິນ ໃນການຊຸກຍູ້ສົ່ງເສີມທີ່ປະເທດລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ເພື່ອເຮັດໃຫ້ປະເທດລາວໄດ້ຮັບການພັດທະນາໝັ້ນຄົງ ຍືນຍົງ ແລະ ສີວິໄລໃນໄລຍະຍາວນັ້ນ, ລັດຖະບານຫວຽດນາມ ຈຶ່ງໄດ້ມີຂໍ້ຕົກລົງວ່າໃຫ້ລັດຖະບານລາວໄດ້ນຳໃຊ້ທ່າເຮືອຫວຸ້ງອ່າງ.

ອີງຕາມແຜນການຈັດຕັ້ງປະຕິບັດໂຄງການ, ຄາດວ່າຈະໄດ້ລົງມືຍົກລະດັບ ແລະ ກໍ່ສ້າງໃນປີ 2021 ແລະ ປີ 2023 ຈະໃຫ້ສຳເລັດໃນໄລຍະທີ 1, ໂຄງການທ່າເຮືອຫວຸ້ງອ່າງແມ່ນໂຄງການທ່າເຮືອນໍ້າເລິກທີ່ມີຄວາມສຳຄັນຫຼາຍໃນພາກການຂົນສົ່ງທາງນໍ້າໃນທາງພາກກາງຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ກໍຄືພາກກາງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການເຊື່ອມໂຍງການຄ້າໃນພູມີພາກນີ້ ແລະ ເປັນການຕອບສະໜອງນະໂຍບາຍຂອງລັດຖະບານຂອງ ສປປ ລາວ ເຮັດໃຫ້ປະເທດລາວມີເສັ້ນທາງອອກສູ່ທະເລ, ກາຍເປັນທາງຜ່ານ ແລະ ຈຸດເຊື່ອມຕໍ່ໃນການຂົນສົ່ງເພື່ອຜົນປະໂຫຍດລວມໃນພູມີພາກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.