ນາຍົກ ລັດຖະມົນຕີມາເລເຊຍ ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

SA Game ນາຍົກ

ຂປລ.

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ນາຍົກ ມາເລເຊຍ ເພື່ອຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ນາຍົກ ລັດຖະມົນຕີມາເລເຊຍ ຢ້ຽມ​ຢາມ ສ​ປ​ປ ລາວ ໃນວັນທີ 27 ມິຖຸນາ 2023 ທີ່ ສະພາແຫ່ງຊາດລາວ, ເພື່ອ​ຂະ​ຫຍາຍ​ການ​ພົວ​ພັນ ແລະ ຮ່ວມ​ມື​ກັນ​ໃຫ້​ຫລາຍກວ່າ​ເກົ່າ, ໂດຍ​ໃຫ້​ການ​ຕ້ອນ​ຮັບ​ໂດຍ​ພະນະທ່ານ ປອ.ໄຊສົມພອນ ພົມ ວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ພະນະທ່ານ ອັນວາ ອິບບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 26-27 ມິຖຸນາ 2023.

ໃນໂອກາດນີ້, ພະນະທ່ານ ປອ.ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງພະນະທ່ານນາຍົກລັດຖະມົນຕີ ມາເລເຊຍ ພ້ອມດ້ວຍຄະນະ ຊຶ່ງຢູ່ໃນທ່າມກາງບັນຍາກາດທີ່ ສະພາແຫ່ງຊາດ ແຫ່ງ ສປປ ລາວ ພວມດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະແດງຄວາມເຊື່ອຫມັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນ 2 ຊາດ ລາວ ແລະ ມາເຊເຊຍ ໃຫ້ດີຂຶ້ນເລື້ອຍໆ. ພ້ອມກັນນີ້, ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ສະພາບການພັດທະນາເສດຖະ ກິດ-ສັງຄົມ ກໍຄື ການເຄື່ອນໄຫວຂອງສະພາແຫ່ງຊາດລາວ ຊຸດທີ IX.

SA Game
ຂປລ.

ພະນະທ່ານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຊ່ວຍເຫລືອຂອງ ລັດຖະບານ ແລະ ປະຊາຊົນ ມາເລເຊຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ການຊ່ວຍເຫລືອລ້າ (ODA) ​​ເຂົ້າ​ໃນການປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂກາ​ນລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ເປັນຕົ້ນແມ່ນ ການສະໜອງຢາວັກແຊັງຕ້ານພະຍາດໂຄວິດ-19 ແລະ ອຸປະກອນການແພດຕ່າງໆ, ພ້ອມທັງສະແດງຄວາມຫວັງວ່າ ມາເລເຊຍ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ຫນ້າ

ໂດຍສະເພາະແມ່ນ ການເປັນປະທານອາຊຽນ ແລະ ການເປັນເຈົ້າພາບຈັດກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA-45) ໃນປີ 2024 ທີ່ ນະຄອນຫລວງວຽງຈັນ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ໄດ້ສະແດງຄວາມຂອບໃຈ ຕໍ່ ພະນະທ່ານ ໄຊສົມພອນ ພົມວິຫານ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດດ້ານຕ່າງໆ ທີ່ ສປປ ລາວ ຍາດມາໄດ້ໃນຕະຫລອດໄລຍະທີ່ຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການພັດທະນາໃນຕໍ່ໜ້າ.

SA Game
ຂປລ.

ສອງຝ່າຍ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເປັນຮູບປະທຳຍິ່ງຂຶ້ນ, ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັດຍັດ ຂອງສອງປະເທດ ກໍສືບຕໍ່ຂະຫຍາຍຕົວ ແລະ ນຳເອົາຜົນປະ ໂຫຍດຕົວຈິງ ມາສູ່ສອງປະເທດ ລາວ-ມາເລເຊຍ.

ພະນະທ່ານ ປອ.ໄຊສົມພອນ ພົມວິຫານ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ມາເລເຊຍ ຈົ່ງສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ, ພ້ອມທັງ ອວຍພອນໃຫ້ ພະນະທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະຜູ້ແທນ ຈົ່ງເດີນ ທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບທຸກປະ ການ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.