ຄຳມ່ວນ ເລັ່ງ​ເຮັດ​ເປົ້າ​ໝາຍ​ຂອງ​ແຜ່ນ​ການ 5 ປີ ໃຫ້​ສຳ​ເລັດ

SA Game ຄຳມ່ວນ

ຂປລ.

ບັນ​ດາ 6 ເປົ້າໝາຍ​ສຳ​ຄັນ​ ແຂວງ ຄຳມ່ວນ ​ສຸມ​ໃສ່ເພື່ອໃຫ້ບັນລຸຈຸດໝາຍ​ຕາມ​ເປົ້າ

ຄຳມ່ວນ ຕັ້ງ​ເປົ້າ​ໝາຍຂອງແຜນການ 5 ປີ ເປັນ ໃນໄລຍະທ້າຍສະໄໝ ​ແລະ ຈະສຸມໃສ່ 6 ເປົ້າໝາຍ ເພື່ອບັນລຸຈຸດໝາຍ ແລະ ທິດທາງໜ້າທີ່ລວມ, ສຸມໃສ່ເສດຖະກິດມະຫາພາກ ໃຫ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ຮອດປີ 2025 ສູ້ຊົນເຮັດໃຫ້ລາຍຮັບສະເລ່ຍ 2.399 ໂດລາສະຫະລັດຕໍ່ຄົນຕໍ່ປີ

ພ້ອມທັງສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງກັບຄວາມຕ້ອງການຂອງການພັດທະນາ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວຕາມທິດມີກິນ, ມີໃຊ້.

ພ້ອມຈະສຸມໃສ່ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ກຽມພ້ອມຮັບມື ແລະ ຕອບໂຕ້ຄວາມສ່ຽງຈາກໄພພິບັດທຳມະຊາດ, ສຸມໃສ່ສ້າງພື້ນຖານໂຄງລ່າງໃຫ້ມີຄວາມເຂັ້ມແຂງ, ການຄຸ້ມຄອງບໍລິຫານລັດມີປະສິດທິພາບ ສັງຄົມມີຄວາມສະເໝີພາບ ຍຸຕິທຳ ແລະ ໄດ້ຮັບການປົກປ້ອງ ຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ.

SA Game
ຂປລ.

ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງ ຄຳມ່ວນ ໄດ້ລາຍງານໃນກອງປະຊຸມເປີດກວ້າງ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ໃນວັນທີ 20 ມິຖຸນາ 2023 ຜ່ານມາວ່າ: ໄລຍະ 2 ປີເຄິ່ງ ຂອງການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໄລຍະ 5 ປີ ແຂວງຄໍາມ່ວນ ໄດ້ກໍານົດເອົາ 3 ທ່າແຮງ ທີ່ເປັນພື້ນຖານໃນການພັດທະນາ ເສດຖະກິດ-ສັງຄົມຄື:

ທ່າແຮງທາງດ້ານກະສິກຳ, ທ່າແຮງທາງດ້ານພະລັງງານ ແລະ ທ່າແຮງດ້ານການບໍລິການ ແລະ ການທ່ອງທ່ຽວ, ເຊິ່ງແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ ຍັງສືບຕໍ່ຈັດຕັ້ງປະຕິບັດຄາດໝາຍ ໃນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ດ້ວຍການສືບຕໍ່ຜັນຂະຫຍາຍວິໄສທັດ ພັດທະນາແຂວງຄຳມ່ວນ ຮອດປີ 2030 ແລະ ຍຸດທະສາດ ການພັດທະນາຮອດປີ 2025 ໂດຍສືບຕໍ່ພັດທະນາແຂວງຄຳມ່ວນ ໃຫ້ເປັນແຫລ່ງຜະລິດສະບຽງ ອາຫານ, ເປັນຖານພັດທະນາອຸດສາຫະກໍາ, ການບໍລິການ-ການທ່ອງທ່ຽວ ແລະ ຄາດຄະເນ ເສດຖະກິດ ຂະຫຍາຍຕົວໃນລະດັບ 6% ຂຶ້ນໄປ.

ສຳລັບແຜນຈຸດສຸມຂອງການພັດທະນາ 5 ປີ ກໍຄືໄລຍະທ້າຍສະໄໝ ຮອດປີ 2025 ແຂວງຄຳມ່ວນ ຈະສືບຕໍ່ສ້າງຄວາມມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບ ປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສີວິໄລ

ສືບຕໍ່ນໍາພາເສດຖະກິດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ, ສຸມໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ສໍາເລັດ, ປະຊາຊົນມີວຽກເຮັດງານທຳ, ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ, ບຸກທະລຸ ແລະ ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ, ອຸປະສັກ ແລະ ສິ່ງທ້າທາຍຕ່າງໆໃຫ້ໝົດໄປ.

SA Game
ຂປລ.

ພ້ອມທັງສ້າງເງື່ອນໄຂ ແລະ ປັດໄຈຕ່າງໆ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຢ່າງໜັກແໜ້ນ, ສ້າງສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ສູ້ຊົນພັດທະນາເສດຖະກິດ ສະອາດ ສີຂຽວ ເປັນມິດຕໍ່ສິ່ງແວດລ້ອມ

ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາໃນຫລາຍຮູບແບບ ຕາມຫລັກການຕ່າງຝ່າຍຕ່າງໄດ້ຜົນປະໂຫຍດ, ເພີ່ມຄວາມສັກສິດໃນການປົກຄອງລັດ ຕາມກົດໝາຍ ກ້າວໄປສູ່ການສ້າງລັດແຫ່ງກົດໝາຍ, ມີຄວາມທັນສະໄໝ, ກະທັດຮັດ, ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິພາບຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.