ລາວ-ມາເລເຊຍ ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວ​ພັນ​ນຳ​ກັນ​ຫລາຍກວ່າ​ເກົ່າ

SA Game ລາວ-ມາເລເຊຍ

ຂປລ.

​ນາ​ຍົກ​ລັດ​ຖະ​ມົນ​ຕີຕ້ອນ​ຮັ​ບນາຍົກລັດຖະມົນຕີ ມາເລເຊຍຮັດ​ແໜ້າ​ສຳ​ພັນ ລາວ-ມາເລເຊຍ ການຮ່ວມມືຍາວ​ນານ

ລາວ-ມາເລເຊຍ ຈະ​ຮັດ​ແໜ້ນ​ ແລະ ສືບ​ຕໍ່ການ​ຮ່ວມ​ມືໃນ​ຫລາຍໆ​ດ້ານ, ​ໃນ​ວັນ​ທີ 26-27 ມິຖຸນາ 2023 ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນຂອງ ​ພະນະ​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ​ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະ​ທ່ານ ດາໂຕ ສີຣິ ອັນວາ ອິບບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ເພື່ອສືບຕໍ່ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ທີ່ມີມາຍາວ​ນານ ລະຫວ່າງ ສປປ ລາວ ​ແລະ ມາເລເຊຍ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2023, ເປັນກຽດຕ້ອນຮັບໂດຍ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ; ຫລັງຈາກສຳເລັດພິທີຕ້ອນຮັບ ກໍໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການຂຶ້ນ.

ໃນໂອກາດນີ້, ພະນະທ່ານນາຍົກ ລັດຖະມົນ ຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຂັ້ນສູງຂອງ ມາເລເຊຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້

SA Game
ຂປລ.

ເຊິ່ງຈະເປັນຂີດຫມາຍອັນສຳຄັນອີກບາດກ້າວຫນຶ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດທີ່ມີມາແຕ່ດົນນານ ໄດ້ຮັບການຜັນຂະຫຍາຍຂຶ້ນສູ່ບາດກ້າວອັນໃຫມ່ ກໍຄື ຮັກສາການພົບປະແລກປ່ຽນ ລະຫວ່າງການນຳຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ.

ໃນກອງປະຊຸມພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປ ປ ລາວ ແລະ ມາເລເຊຍ ຕະຫລອດໄລຍະ 57 ປີ ຜ່ານມາ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເຂົ້າສູ່ລວງກວ້າງ ແລະ ລວງເລິກ

ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນຳຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ, ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານເສດຖະກິດ ເປັນຕົ້ນ ດ້ານການຄ້າ-ການລົງທຶນ ຂອງສອງປະເທດ ລາວ-ມາເລເຊຍ ທີ່ມີທ່າຂະຫຍາຍຕົວຢ່າງຕໍ່ ເນື່ອງ ເຊິ່ງໃນປີ 2022 ສາມາດບັນລຸໄດ້ 241,7 ລ້ານໂດລາສະຫະລັດ ຫລື ເພີ່ມຂຶ້ນ 68,65% (ປີ 2021 ມີມູນຄ່າ 75,78 ລ້ານໂດລາສະຫະລັດ)

ຄຽງຄູ່ກັນນີ້ ສອງຝ່າຍ ເຫັນວ່າເງື່ອນໄຂ ແລະ ຄວາມສາມາດໃນການສົ່ງເສີມການຮ່ວມມືທາງດ້ານການຄ້າລະຫວ່າງກັນ ຍັງມີຫລາຍທ່າແຮງ ໂດຍສະເພາະການສົ່ງເສີມການຜະລິດເປັນສິນຄ້າ, ການເຊື່ອມໂຍງການຄ້າກັບປະເທດທີ 3 ແລະ ພາກພື້ນອື່ນໆ ເຊິ່ງ ມາເລເຊຍ ມີຕະຫລາດທີ່ກວ້າງຂວາງ ແລະ ສາມາດເປັນທ່າແຮງໃນການຊ່ວຍສະໜັບສະໜູນຂະບວນການຕ່າງໆ ໃຫ້ຂັບເຄື່ອນໄປຢ່າງມີປະສິດທີຜົນ.

ປັດຈຸບັນ ການລົງທຶນຂອງ ມາເລເຊຍ ຢູ່ ສປປ ລາວ ມີ 46 ໂຄງການ, ລວມມູນຄ່າ 924 ລ້ານໂດລາສະຫະລັດ ກວມເອົາຫລາຍຂະແໜງການ ເປັນຕົ້ນ ພະລັງງານໄຟຟ້າ, ອຸດສາຫະກຳປຸງແຕ່ງໄມ້, ການກໍ່ສ້າງ, ການເງິນ ແລະ ທະນາຄານ, ການບໍລິການໂຮງແຮມ, ບໍ່ແຮ່ ແລະ ກະສິກໍາ ເຊິ່ງໄດ້ຖືກຈັດເປັນອັນດັບ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ.

ພ້ອມນີ້້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານພະລັງ ງານ, ໃນນີ້ ໄດ້ມີການຮ່ວມມືທາງດ້ານພະລັງງານທົດແທນທີ່ສະອາດ ເຊິ່ງເປັນຂະແໜງການຕົ້ນຕໍຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ມາເລເຊຍ, ໃນນີ້ ຝ່າຍລາວ ໄດ້ສະເຫນີໃຫ້ສືບຕໍ່ປຶກສາຫາລື ເພື່ອຍົກລະດັບກຳ ລັງການຊື້-ຂາຍ ພະລັງງານໄຟຟ້າ ຈາກ 300mw ຂຶ້ນເປັນ 500mw ໃນຕໍ່ໜ້າ

ລັດຖະບານ ມາເລເຊຍ ຍັງໄດ້ໃຫ້ການຊ່ວຍເຫລືອດ້ານການພັດທະນາ ຊັບພະຍາກອນມະນຸດຢູ່ ສປປ ລາວ ໂດຍຜ່ານໂຄງການຮ່ວມມືດ້ານວິຊາການຂອງ ມາເລເຊຍ, ນັບແຕ່ປີ 1991 – 2023 ໄດ້ສະໜອງທຶນການສຶກສາທັງຫມົດ 1.690 ທຶນ, ທັງຫມົດນີ້ ໄດ້ປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.

ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ສອງຝ່າຍ ເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນຂອງການນຳຂັ້ນສູງ ພັກ-ລັດ ຢ່າງເປັນປົກກະຕິ, ສືບຕໍ່ຈັດ ຕັ້ງປະຕິບັດບັນດາໂຄງການຮ່ວມມື ທີ່ໄດ້ລົງນາມແລ້ວນັ້ນ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງຂຶ້ນ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ

ປະຈຸບັນ ສອງຝ່າຍ ແມ່ນພວມກະກຽມເປີດຄືນໃຫມ່ຖ້ຽວບິນປົກກະຕິຈາກ ກົວລາລຳເປີ – ນະຄອນຫລວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນ ແລະ ນັກທ່ອງ ທ່ຽວ ໃຫ້ມີການພົວພັນໄປມາຫາສູ່ກັນຫລາຍຂຶ້ນ ເຊິ່ງຈະເປັນການປະກອບສ່ວນສຳຄັນ ໃນການຊຸກຍູ້ ປີທ່ອງທ່ຽວລາວ 2024 ໃຫ້ຟົດຟື້ນຍິ່ງຂຶ້ນ

SA Game
ຂປລ.

ເພີ່ມທະວີການຮ່ວມມື ລາວ-ມາເລເຊຍ ໃຫ້ເລິກເຊິ່ງຍິ່ງຂຶ້ນໃນຂະແໜງຕ່າງໆ

ພະລັງງານໄຟຟ້າ, ກາັນເງິນ ແລະ ທະນາຄານ, ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອຮັບປະກັນໄດ້ຄວາມປອດໄພທາງໄຊເບີ; ດ້ານກະສິ ກຳ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ແຮງງານ, ການຮ່ວມມືດ້ານອາຫານຮາລານ ຢູ່ ສປປ ລາວ, ການຮ່ວມມືລະຫວ່າງມະຫາວິທະຍາໄລຂອງສອງປະເທດ ລາວ ແລະ ມາເລເຊຍ ແລະ ອື່ນໆ.

ສອງຝ່າຍ ໄດ້ຢືນຢັນສືບຕໍ່ໃຫ້ການຮ່ວມມືສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາ ກົນ.

ນອກຈາກນີ້, ກໍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນເອງ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄຳຄິດເຫັນຕໍ່ສະພາບ ການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ພະນະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການຊ່ວຍເຫລືອອັນລ້ຳຄ່າໃນວຽກງານສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ໃນໄລຍະທີ່ມີການແຜ່ລະບາດຢູ່ ສປປ ລາວ ເຊັ່ນ:

ການສະໜອງວັກແຊັງ, ອຸປະກອນການແພດ ແລະ ການສົ່ງຊ່ຽວຊານມາຊ່ວຍເຫລືອ ສປປ ລາວ ຢ່າງທັນການ ແລະ ຫວັງຢ່າງຍິ່ງວ່າ ມາເລເຊຍ ຈະສືບຕໍ່ໃຫ້ການສະໜັບສະ ໜູນຊ່ວຍເຫລືອ ສປປ ລາວ ຕື່ມອີກໃນຕໍ່ຫນ້າ ໂດຍສະ ເພາະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ໃນຂະນະດຽວກັນ, ຝ່າຍ ມາເລເຊຍ ຍິນດີຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ປະສານສົມທົບກັບຝ່າຍລາວຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາໜ້າວຽກຕ່າງໆ ໃຫ້ມີປະສິດທິຜົນສູງສຸດ, ທັງນີ້ ກໍ່ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ມາເລເຊຍ-ລາວ, ລາວ-ມາເລເຊຍ.

ບົດບັນທຶກຄວາມເຂົ້າໃຈ ການຮ່ວມມື

ພາຍຫລັງສຳເລັດພິທີພົບປະທາງການ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະ ມາເລເຊຍ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ການລົງນາມເອກະສານຮ່ວມມືນຳກັນ ຈໍານວນ 02 ສະບັບ ຄື:

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານລົດໄຟ ແລະ ບົດບັນທຶກການຮ່ວມມື ລະຫວ່າງ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ກຸ່ມບໍລິສັດ Mutiara Perlis Sdn Bhd (MPSB), ພ້ອມທັງເປັນສັກຂິພິຍານການ ແລກປ່ຽນເອກະສານຮ່ວມມື ທີ່ໄດ້ສຳເລັດການລົງນາມແລ້ວ ຈຳນວນ 02 ສະບັບ ຄື:

ບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານພະລັງງານ ແລະ ໜັງສືແຈ້ງເຈດຈຳນົງ ວ່າດ້ວຍ ການຮ່ວມມືສຶກສາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ດ້ານພະລັງງານ ໃນ ສປປ ລາວ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ TNB Power Generation.

ຫລັງຈາກນັ້ນ, ສອງຝ່າຍ ກໍໄດ້ຮ່ວມກັນຖະແຫລງຂ່າວຕໍ່ບັນດາສື່ມວນຊົນລາວ ແລະ ມາເລເຊຍ ກ່ຽວກັບ ຜົນສຳ ເລັດຂອງການພົບປະຄັ້ງນີ້ ເຊິ່ງຈະເປັນພື້ນຖານສຳຄັນໃຫ້ແກ່ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ໃນການນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ເປັນຮູບປະທໍາຍິ່ງຂຶ້ນ, ແນໃສ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ກ້າວສູ່ລວງເລິກ ແລະ ກວ້າງ ຂວາງກວ່າເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.