ເກີດ​ເຫດແຜ່ນດິນໄຫວ 4 ຄັ້ງ ທີ່ເມືອງ ພູຄູນ ແຂວງຫຼວງພະບາງ

SA Game

ພາບ​: laoedaily.com.

ສ​ປ​ປ ລາວ ເກີດແຜ່ນດິນໄຫວ 4 ຄັ້ງ, ແຮງສຸດ 4,5 ຣິກເຕີ ທີ່ເມືອງ ພູຄູນ.

ຖື​ວ່າ​ເປັນ​ເຫດການແຜ່ນດິນໄຫວຄອນ​ຄ້າງ​ແຮງ ແລະ ໄລ​ຍະ​ຜ່ານ​ມາ​ນີ້ຢູ່ໃນ ສປປ ລາວ ເລີ່ມພົບຖີ່ຂຶ້ນເລື່ອຍໆ, ຫຼ້າສຸດໃນວັນທີ 29ມີນານີ້ ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ກວດພົບແຜ່ນດິນໄຫວ 4 ຄັ້ງແຮງສຸດ 4,5 ຣິກເຕີ ເຮັດ​ໃຫ້​ປະ​ຊາ​ຊົນ​ເຂດ​ນັ້ນ​ຕ້ອງ​ຮູ້​ສືກ​ຕົກ​ອົກ​ຕົກ​ໃຈ​ກັນ​ໄປ.

​ຕາມລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 29 ມີນາ 2021 ເວລາ 8:20 ໂມງ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 4 ຄັ້ງ, ໃນບໍລິເວນ ພາກເໜືອ ຂອງປະເທດລາວ ລາຍລະອຽດຂອງການເກີດແຜ່ນດິນໄຫວຄື:

SA Game
ພາບ​: laoedaily.com.

ໃນເວລາ 08:29:35.

ງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.447°N ແລະ ເສັ້ນແວງທີ່ 101.292°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2,4 ຣິກເຕີ ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ສາລາ, ເມືອງ ໄຊສະຖານ ແຂວງ ໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງໄຊສະຖານ ປະມານ 11 ກິໂລແມັດ.

ໃນເວລາ 11:00:43.

ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 18.815°N ແລະ ເສັ້ນແວງທີ່ 103.067°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,1 ຣິກເຕີ້ ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 10 ກິໂລແມັດ

ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ຫໍ້ໃຕ້ ເມືອງ ເຈົ້າອະນຸວົງ, ແຂວງ ໄຊສົມບູນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ເຈົ້າອະນຸວົງ ປະມານ 10 ກິໂລແມັດ.

SA Game
ພາບ​: laoedaily.com.

ໃນເວລາ 11:04:12.

ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.079°N ແລະ ເສັ້ນແວງທີ່ 103.111°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,9 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ຫຼວງພັນໄຊ, ເມືອງອະນຸວົງ ແຂວງ ໄຊສົມບູນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງອະນຸວົງ ປະມານ 20 ກິໂລແມັດ.

ໃນເວລາ 11:10:02.

ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.73°N ແລະ ເສັ້ນແວງທີ່ 102.75°E ຄວາມແຮງສັ່ນສະເທືອນວັດແທກໄດ້ 4,5 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 83 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ເມືອງ ພູຄູນ ແຂວງຫຼວງພະບາງ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ພູຄູນ ປະມານ 46 ກິໂລແມັດ, ແຕ່ໃກ້ກັບໝູ່ ບ້ານ ດົງເງິນ ທີ່ຂື້ນກັບເມືອງ ໂພນໄຊ ແຂວງ ຫຼວງພະບາງ ແລະ ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.