ເມືອງຄົງເຊໂດນເຜີຍແຜ່ມະຕິກອງປະຊຸມຂອງສະພາແຫ່ງຊາດຊຸດທີ IX

SA Game

ຂ​ປ​ລ

ປະ​ຊາ​ຊົນເມືອງຄົງເຊໂດນຮ່ວມ​ໃຈຮັບຟັງການເຜີຍແຜ່ມະຕິກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສພຊ

ອີງ​ຕາມ​ການ​ລາຍ​ງານ​ຂອງແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ປະຊາຊົນຜູ້ມີສິດເລືອກຕັ້ງບ້ານບຶງກາງ ແລະ ບ້ານຄົງໃຫຍ່ ເມືອງຄົງເຊໂດນ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງສາລະວັນ(ສພຂ) ຊຸດທີ II ຕິດພັນກັບການເຜີຍແຜ່ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ກໍຄື ສພຊ ແລະ ສພຂ

ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ, ເປັນອົງການນິຕິບັນຍັດ; ພິຈາລະນາຮັບຮອງເອົາການລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ຕົກລົງບັນຫາສໍາຄັນພື້ນຖານຂອງຊາດ ແລະ ຂອງທ້ອງຖິ່ນ, ຕິດຕາມກວດການການເຄົາລົບ, ປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງບັນດາອົງການລັດ.

SA Game
ຂ​ປ​ລ

ຈາກນັ້ນ, ບັນດາ ສສຊ ແລະ ສສຂ ກໍໄດ້ຮັບຟັງການສະເໜີຂອງປະຊາຊົນ ຕໍ່ກັບບັນຫາຕ່າງໆທີ່ເກີດຂຶ້ນພາຍໃນບ້ານ ເພື່ອຊ່ວຍນຳເອົາຄຳສະເໜີຕ່າງໆ ໄປລາຍງານຕໍ່ກັບພາກສ່ວນທີ່ກ່ຽວຂ້ອງ ຮັບຮູ້ຕໍ່ບັນຫາຕ່າງໆ ແລະ ຊ່ວຍແກ້ໄຂ ເຊິ່ງລ້ວນແຕ່ເປັນຄໍາສະເໜີທີ່ເປັນປະໂຫຍດ, ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ກໍຄື ການສ້າງສາພັດທະ ນາບ້ານເມືອງຂອງຕົນ ໃຫ້ມີຄວາມເຂັ້ມແຂງ.

ຕໍ່ກັບຄໍາສະເໜີຂອງປະຊາຊົນ, ສສຊ, ສສຂ ໄດ້ຊີ້ແຈງອະທິບາຍຕໍ່ບາງບັນຫາໃຫ້ ປະຊາຊົນໄດ້ເຂົ້າໃຈ ແລະ ບາງບັນຫາທີ່ຕິດພັນກັບຫລາຍພາກສ່ວນ ແມ່ນໄດ້ສັງຮວມເປັນຂໍ້ມູນ ເພື່ອນໍາໄປລາຍງານຄະນະປະຈໍາສະ ພາປະຊາຊົນແຂວງຄົ້ນຄວ້າ, ປຶກສາຫາລືແລະ ຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂໃນຕໍ່ໜ້າ.

SA Game
ຂ​ປ​ລ

ການເຄື່ອນໄຫວພົບປະຢ້ຽມຢາມໃນຄັ້ງນີ້, ນຳໂດຍ ທ່ານ ສີເຮັງ ຫອມສົມບັດ ປະ ທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14, ທັງເປັນປະທານສະພາປະຊາ ຊົນແຂວງ, ທ່ານ ຄຳສິງ ໄຊສົມແພງ ຮອງປະທານກຳມາທິການ ວຽກງານສະມາຊິກສະ ພາແຫ່ງຊາດ, ສສຊ ປະຈຳເຂດເລືອກຕັ້ງ14 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.