ຄະ​ນະ​ຜູ້​ນຳລາວ ຮ່ວມພິທີໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ

SA Game

ຂ​ປ​ລ

ຮອງນາຍົກລັດຖະມົນຕີ ພ້ອມ​ຄະ​ນະເຂົ້າຮ່ວມພິທີໄວ້ອາໄລ ທ່ານ ຊິນໂຊະ ອາເບະ ຂອງຍີ​ປຸນ

ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມດ້ວຍຄະນະ ໄດ້ເດີນທາງເພື່ອເຄື່ອນໄຫວວຽກງານ ຢູ່ປະເທດຍີ່ປຸ່ນ ແລະ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ໃຫ້ແກ່ ທ່ານ ຊິນໂຊະ ອາເບະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຢີ່ປຸ່ນໃນລະຫວ່າງວັນທີ 25-29 ກັນຍາ 2022 ນີ້, ​ ທີ່ນະຄອນຫລວງໂຕກຽວ(Tokyo) ປະເທດຍີ່ປຸ່ນ.

ໃນການເຄື່ອນໄຫວວຽກງານໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ພາກທຸລະກິດລາວ ແລະ ພາກທຸລະກິດຍີ່ປຸ່ນ ທີ່ AJC Hall, ສູນອາຊຽນ-ຍີ່ປຸ່ນ ໂດຍການຕ້ອນຮັບຂອງ ທ່ານ ຮິຣະບາຢາຊິຄຸນິຮິໂຣະ (Mr. HARABAYASHI Kunihiro) ເລຂາທິການໃຫຍ່ສູນອາຊຽນ-ຢີ່ປຸ່ນ ແລະ ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ:

SA Game
ຂ​ປ​ລ

ກອງປະຊຸມໃນມື້ນີ້, ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ສໍາລັບລັດຖະບານລາວ ເຊິ່ງຈະເປັນກາລະໂອກາດອັນດີໃນການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບສະພາບຕົວຈິງ ຂອງການສົ່ງເສີມການລົງທຶນຢູ່ ສປປ ລາວ ແລະ ທິດທາງໃນຕໍ່ໜ້າ ພາຍໃຕ້ສະພາບການຂອງໂລກທີ່ມີການປ່ຽນແປງຢ່າງໄວວາ, ສະຫລັບສັບຊ້ອນ ແລະ ກຳລັງປະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ ໃນທຸກຂົງເຂດ.

ສຳລັບ ສປປ ລາວ ໄດ້ມີຄວາມພະຍາຍາມເປັນຢ່າງສູງ ເພື່ອປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດຢູ່ພາຍໃນປະເທດ ດ້ວຍການພັດທະນາພື້ນຖານໂຄງລ່າງເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ສ້າງບັນຊີຮຽກການລົງທຶນ ເຊິ່ງຈະເປັນການອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການທ່ອງ ທ່ຽວ, ລວມທັງປັບປຸງບັນດາລະບຽບການ, ນະໂຍບາຍ, ນິຕິກຳຕ່າງໆເພື່ອຟື້ນຟູເສດຖະ ກິດຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງ ພະຍາດໂຄວິດ-19, ບັນຫາດ້ານພະລັງງານ, ສະພາບເສດຖະກິດຂອງໂລກ ແລະ ໄພພິບັດທາງທໍາມະຊາດໃນໄລຍະຜ່ານມາ.

ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການຮ່ວມມື ແລະ ການຊ່ວຍເຫລືອອັນລໍ້າຄ່າໃນດ້ານຕ່າງໆ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ແລະ ສ້າງສາ ສປປ ລາວ ເປັນແຕ່ລະໄລຍະ

ເປັນຕົ້ນ ການພັດ ທະນາພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້ ແລະ ອື່ນໆ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ.

ສໍາລັບການຮ່ວມມືດ້ານການລົງທຶນ, ທ່າແຮງຈຸດພິເສດຂອງການລົງທຶນຈາກປະ ເທດຍີ່ປຸ່ນ ຢູ່ ສປປ ລາວ, ມາຮອດປັດຈຸບັນ ເຫັນໄດ້ວ່າການລົງທຶນຂອງປະເທດຍີ່ປຸ່ນ ໄດ້ມີການເພີ່ມຂຶ້ນຫລາຍ ໂດຍສະເພາະ ພາຍຫລັງທີ່ລັດຖະບານຂອງສອງປະເທດ ໄດ້ມີສັນຍາວ່າດ້ວຍການສົ່ງເສີມ ແລະ ປົກປ້ອງການລົງທຶນໃນປີ 2008, ການລົງທຶນຂອງປະເທດຍີ່ປຸ່ນ ຈັດຢູ່ໃນອັນດັບທີ 15 ຂອງການລົງທຶນຈາກ 53 ປະເທດ ທີ່ໄປລົງທຶນຢູ່ ສປປ ລາວ, ມີຫລາຍກວ່າ 146 ໂຄງການ, ລວມມູນຄ່າຫລາຍກວ່າ 317 ລ້ານໂດລາສະຫະລັດ ໃນເກືອບທຸກຂະແໜງການ.

SA Game
ຂ​ປ​ລ

ພ້ອມກັນນັ້ນ, ນັກລົງທຶນຍີ່ປຸ່ນ ຍັງໄດ້ເຂົ້າໄປລົງທຶນຢູ່ເຂດເສດຖະກິດພິເສດ ໃນທົ່ວປະເທດ ຈຳນວນ 55 ໂຄງການ, ລວມມູນຄ່າຫລາຍກວ່າ 182,8 ລ້ານໂດລາສະຫະລັດ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບທິດທາງ ແລະນະໂຍບາຍຂອງ ສປປ ລາວ ໃນການສົ່ງເສີມການລົງທຶນໃນປັດຈຸບັນ ຕື່ມອີກ, ພ້ອມທັງ ມີຄວາມເຊື່ອໝັ້ນວ່າ ກອງປະຊຸມພົບປະແລກປ່ຽນໃນຄັ້ງນີ້ ຈະເປັນປະໂຫຍດໃຫ້ແກ່ບັນດາທ່ານ ໄດ້ສຶກສາຄົ້ນຄວ້າ ແລະ ພິຈາລະນາ ຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ.

ຍີ່ປຸ່ນ ແລະ ສປປ ລາວ ມີການພົວພັນທີ່ດີ ແລະ ມີມູນເຊື້້ອອັນຍາວນານ, ສອງປະເທດພວກເຮົາໄດ້ຍົກລະດັບສາຍພົວພັນການທູດ ຈາກຄູ່ຮ່ວມມືຮອບດ້ານໃນປີ 2010 ມາເປັນຄູ່ຮ່ວມຍຸດທະສາດ ໃນປີ 2015, ເຊິ່ງແມ່ນປີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຍີ່ປຸ່ນຄົບຮອບ 60 ປີ

ໃນນັ້ນ ທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ກໍແມ່ນຜູ້ໜຶ່ງທີ່ມີບົດບາດສໍາຄັນ ແລະ ໄດ້ເຮັດວຽກຢ່າງໃກ້ຊິດກັບບັນດາການນໍາຂັ້ນສູງຂອງລາວ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ແລະ ຖືໄດ້ວ່າເປັນພື້ນຖານອັນສໍາຄັນໜຶ່ງຂອງການພົວພັນ ແລະ ການຮ່ວມມືລາວ-ຍີ່ປຸ່ນ ໃນປັດຈຸບັນ.

ໃນເວລາຕໍ່ມາ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປທີ່ ສະໜາມກິລາໃນຮົ່ມ Nippon Bukkokan ເພື່ອເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ທ່ານ ຊິນໂຊະ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ.

ຈາກນັ້ນ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປທີ່ ເຮືອນຮັບຮອງຂອງລັດຖະບານ ຍີ່ປຸ່ນ (Akasaka Palace) ເພື່ອພົບປະກັບ ທ່ານ ກິຊິກະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ຕື່ມອີກ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ