ປອດ​ໄພ​ໄວ້​ກ່ອນ! ກ​ານຝຶກຊ້ອມຮັບມືເຫດສຸກເສີນເສັ້ນທາງລົດໄຟລາວ-ຈີນ

SA Game

CRI

ທິມ​ງານເສັ້ນທາງລົດໄຟລາວ-ຈີນ ຝຶກຊ້ອມຮັບມືເຫດການສຸກເສີນດ້ານຄວາມປອດໄພ

ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ບໍລິສັດທາງລົດໄຟລາວ-ຈີນ ໄດ້ຈັດການຝຶກຊ້ອມຮັບມືເຫດການສຸກເສີນດ້ານຄວາມປອດໄພຂອງເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ນະຄອນຫຼວງວຽງຈັນໃນວັນທີ 27 ກັນຍານີ້, ການຝຶກຊ້ອມຄັ້ງນີ້ເປັນການທົດສອບຄວາມສາມາດຂອງທັງສອງຝ່າຍລາວ-ຈີນ ໃນການຮັບມືກັບເຫດການສຸກເສີນການສົ່ງຕໍ່ຂໍ້ມູນ ແລະຄວາມສາມາດໃນການແກ້ໄຂເຫດການສຸກເສີນດ້ານຄວາມປອດໄພລົດໄຟລາວ-ຈີນ ເພື່ອຮັບປະກັນຄວາມປອດໄພການຂົນສົ່ງດ້ານຊີວິດ, ຊັບສິນຂອງຜູ້ໂດຍສານ ແລະພະນັກງານລົດໄຟ.

ທ່ານ ທອງເດີນ ຄໍາມະນີ ຮອງຜູ້ອໍານວຍການໃຫຍ່ຂອງບໍລິສັດລົດໄຟລາວ-ຈີນ ຈໍາກັດ ກ່າວວ່າ: ການຝຶກຊ້ອມຄັ້ງນີ້ແມ່ນໄດ້ປະຕິບັດຕາມຄູ່ມືໃນການແກ້ໄຂບັນຫາສຸກເສີນຕາມມາດຕະຖານສາກົນ ໂດຍມີການສົມທົບກັບໜ່ວຍຄວາມປອດໄພຂອງສປ ຈີນ, ທະຫານຕໍາຫຼວດທີ່ຮັບຜິດຊອບຄວາມປອດໄພຂອງເສັ້ນທາງລົດໄຟລາວ-ຈີນ, ຮູບແບບການຝຶກຊ້ອມ

SA Game
CRI

ໂດຍການຈໍາລອງເຫດການມີການລັກງັດແງະອຸປະກອນຢູ່ເສັ້ນທາງລົດໄຟບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພາຍຫຼັງມີສະພາບທີ່ບໍ່ປົກກະຕິຢູ່ໃນຂອບເຂດເກີດເຫດດັ່ງກ່າວ ລະບົບການຄຸ້ມຄອງທີ່ທັນສະໄໝຈະແຈ້ງເຕືອນໃຫ້ເຈົ້າໜ້າທີ່ຢູ່ສູນຄວບຄຸມຂອງບໍລິສັດທາງລົດໄຟຮູ້ ແລະກວດກາດ້ວຍກ້ອງວົງຈອນປິດທີ່ມີຄຸນນະພາບສູງ ສາມາດຈັບເຫັນເຫດການໄດ້ຢ່າງລະອຽດ. ຫຼັງຈາກນັ້ນ, ສູນຄວບຄຸມຈະປະສານຫາໜ່ວຍງານລປພ, ຕໍາຫຼວດທະຫານ ແລະ ປະສານງານຫາທ້ອງຖິ່ນຂັ້ນບ້ານ, ຂັ້ນເມືອງ ໜ່ວຍງານທີ່ກ່ຽວຂ້ອງຂອງບ່ອນເກີດເຫດເຂົ້າປະຕິບັດງານ ເພື່ອເຂົ້າຈັບກຸມຕໍ່ຜູ້ກະທໍາຜິດມອບໃຫ້ເຈົ້າໜ້າທີ່ດໍາເນີນຕາມກົດໝາຍ. ພ້ອມທັງແຈ້ງຫາໜ່ວຍງານສູນບໍາລຸງຮັກສາທາງລົດໄຟ ເພື່ອກວດກາຄວາມເສຍຫາຍ ແລະສ້ອມແປງໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ທ່ານ ຫຼີປິ່ງ ທີ່ປຶກສາທູດຝ່າຍປ້ອງກັນຊາດຂອງສປ ຈີນ ປະຈໍາລາວ ກ່າວວ່າ: ເສັ້ນທາງລົດໄຟລາວ-ຈີນ ແມ່ນໂຄງການສັນຍາລັກໃຫ້ແກ່ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະມິດຕະພາບລາວ-ຈີນ ພວກຂ້າພະເຈົ້າຈັດການຝຶກຊ້ອມຄັ້ງນີ້, ຈຸດປະສົງຕົ້ນຕໍກໍແມ່ນເພື່ອຮັບມືກັບເຫດການສຸກເສີນທີ່ອາດຈະເກີດຂຶ້ນຕາມເສັ້ນທາງລົດໄຟລາວ-ຈີນ ພວກເຮົາສາມາດແກ້ໄຂບັນຫາໄດ້ຢ່າງທັນການ ໂດຍສົມທົບກັບກ້ອນກໍາລັງຂອງທະການຕໍາຫຼວດ ແລະຊາວບ້ານຕ່າງໆທີ່ຢູ່ລຽບຕາມເສັ້ນທາງ ເພື່ອຮັບປະກັນຄວາມປອດໄພຂອງເສັ້ນທາງລົດໄຟລາວ-ຈີນ ຢ່າງເດັດຖານ.

SA Game
CRI

ທ່ານ ສຸລິນທອນ ເຮືອງວິໄລຫົງ ຜູ້ຮັກສາຄວາມປອດໄພປະຈໍາສະຖານີນະຄອນຫຼວງວຽງຈັນຂອງບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ທີ່ໄດ້ເຂົ້າຮ່ວມການຝຶກຊ້ອມຄັ້ງນີ້, ທ່ານກ່າວວ່າ: ຜ່ານການຝຶກຊ້ອມຄັ້ງນີ້ໄດ້ເຮັດໃຫ້ເຮົາຮຽນຮູ້ວິທີການຮັກສາຄວາມປອດໄພ ແລະແກ້ໄຂບັນຫາສຸກເສີນເມື່ອເກີດເຫດການຕົວຈິງໃຫ້ຮູ້ວິທີຮັບມືກັບສະຖານນະການໄດ້ຢ່າງທັນການ.

ການຝຶກຊ້ອມຄັ້ງນີ້ ປະກອບມີກໍາລັງເຈົ້າໜ້າທີ່ປ້ອງກັນຄວາມປອດໄພ, ສູນບັນຊາການລປພ ພາກສະໜາມ, ສູນບໍາລຸງຮັກສາທາງລົດໄຟ, ສູນເດີນລົດ, ບໍລິສັດກໍ່ສ້າງທາງລົດໄຟເລກ2, ກົມຕໍາຫຼວດລົດໄຟ, ກົມສູ້ຮົບກະຊວງປ້ອງກັນປະເທດ, ຫ້ອງການຕໍາຫຼວດເມືອງນາຊາຍທອງ-ບ້ານຫ້ວຍນໍ້າເຢັນ, ນາຍບ້ານ, ໜ່ວຍກູ້ໄພ 1623 ແລະ ທີມແພດເກືອບ 300 ຄົນເຂົ້າຮ່ວມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: CRI