ຄໍາວ່າ “ແຫ” ແລະ “ແຫ່” ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?
ອະທິບາຍຄວາມໝາຍຂອງຄໍາວ່າ “ແຫ” ແລະ “ແຫ່”
ຄໍາວ່າ “ແຫ” ແລະ “ແຫ່” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.
ຄຳວ່າ “ແຫ” ແມ່ນອຸປະກອນຫາປາຢ່າງນຶ່ງທີ່ຖັກສານເປັນຕາ ດ້ວຍເສັ້ນຍາວ ເຊັ່ນ: ປ່ານ, ຝ້າຍ, ນີລົງ, ສາຍ ເອັນເບັດ ເປັນຕົ້ນ. ແຫມີຈອມແຫ, ໂຕແຫ, ຕີນແຫ ຊຶ່ງຈອມແຫມີ ເພື່ອດຶງຂຶ້ນມາໃນເວລາຫວ່ານແລ້ວ, ໂຕແຫ ແມ່ນຕາໜ່າງທີ່ສານເພື່ອໃຫ້ປາບໍ່ສາມາດອອກໄດ້ ແລະ ຕີນແຫແມ່ນເຮັດດ້ວຍທອງ ຫຼື ເຫຼັກເປັນຄືແຫວນມືຫ້ອຍ ຕໍ່ກັນດັ່ງສາຍຄໍ ເພື່ອເຮັດໃຫ້ແຫໜັກ ແລະ ຈົມລົງ. “ແຫ” ຍັງໝາຍເຖິງສັດທີ່ບໍ່ຄຸ້ນ ຫຼື ບໍ່ສາມາດເຂົ້າຫາໄກ້ໄດ້ ງ່າຍ ເຊັ່ນ: ຄວາຍແຫ, ງົວແຫ, ປາແຫ, ໄກ່ແຫ ແລະ ອື່ນໆ.
ຄໍາວ່າ “ແຫ່” ໝາຍເຖິງການແຫ່ແຫນ ຫຼື ແຫ່ຂະບວນ ໄປເປັນໝູ່ດ້ວຍຄົນຈໍານວນຫຼາຍ ເຊັ່ນ: ແຫ່ຂະບວນປະ ທ້ວງ, ແຫ່ບັ້ງໄຟ, ແຫ່ກະຖີນ, ແຫ່ນາກ (ງານບວດ), ລົດແຫ່ (ລົດສໍາລັບຫຼີ້ນດົນຕີ), ແຫ່ຜາສາດເຜີ້ງ ເປັນຕົ້ນ.
ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:
ຄວາມໝາຍຄຳວ່າ “ແຫ”.
“ແຫ” (1. ຄໍານາມ) ເຄື່ອງຫາປາແນວນຶ່ງ ສານດ້ວຍປ່ານ ຫຼື ຝ້າຍ ເປັນຕາໃຊ້ຫວ່ານລົງໃນນໍ້າ. (2. ຄໍາກິລິຍາ) ບໍ່ຄຸ້ນ, ແຄະ.
ຕົວຢ່າງ:
- ພໍ່ຕູ້ຄ່ວາງແຫ ຫຼື ຫວ່ານແຫເກັ່ງຫຼາຍ ເປັນວົງມົນງາມ ແລະ ສາມາດຫວ່ານໄດ້ໄກອີກ, ສິ່ງສາຄັນແມ່ນ ໝານປາທຸກເທື່ອທີ່ເພີ່ນໄປຫວ່ານແຫ.
- ຄວາຍບໍ່ໄດ້ລ້ຽງ ແລະ ແຫຼ່ງໄວ້ບ້ານສອງປີແລ້ວ, ມື້ວານນີ້ຕອນເຊົ້າໄປຊອກຈັບມັນ ແຕ່ແຫຫຼາຍກວ່າຈະ ໄດ້ຈົນຮອດຕອນຄໍ່າ.
ຄວາມໝາຍຄຳວ່າ “ແຫ່”.
“ແຫ່” (1. ຄໍາກິລິຍາ) ອ້ອມ, ເປົ້າ, ໄປເປັນໝູ່, ໄປເປັນລະບຽບເພື່ອສົ່ງ ດັ່ງ ແຫ່ກະຖິນ, ໄປນໍາເຈົານາຍ, ແຫ່ແຫນ.
ຕົວຢ່າງ:
- ງານບຸນນະມັດສະການພະທາດຫຼວງວຽງ ມ່ວນຫຼາຍຄົນໄດ້ຮ່ວມຂະບວນແຫ່ຜາສາດເຜິ້ງຢ່າງຄຶກຄື້ນ.
- ໃນງານບູນບັ້ງໄຟ ຄົນໄດ້ແຫ່ບັ້ງໄຟຂອງຕົນເພື່ອນໍາໄປຈຸດແຂ່ງກັນຢ່າງມ່ວນຊື່ນລື່ນເລິງ.
ສະຫຼຸບ.
ຄໍາວ່າ “ແຫ” ແລະ “ແຫ່” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ແຫ”
ແມ່ນອຸປະກອນທີ່ເຮັດຂຶ້ນມາເພື່ອຫາປາດ້ວຍການເອົາເສັ້ນເຊືອກນ້ອຍ, ຍາວ ແລະ ໜຽວມາຖັກເປັນຕາ. ແຫມີ ຈອມແຫ, ໂຕແຫ, ຕີນແຫ. “ແຫ” ຍັງໝາຍເຖິງບໍ່ຄຸ້ນ ຫຼື ຢ້ານ ແລະ ບໍ່ສາມາດເຂົ້າຫາໄກ້ໄດ້. ສ່ວນຄໍາວ່າ “ແຫ່” ໝາຍເຖິງຂະບວນປະກອບດ້ວຍຄົນຈໍານວນຫຼາຍເປົ້າກັນໄປ ຫຼື ຫຸ້ມກັນໄປ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo