ຄໍາວ່າ “ບວກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບວກ” ມີຄວາມໝາຍແນວໃດ?

ຄໍາວ່າ “ບວກ” ໝາຍເຖິງຂີ້ດິນເປື້ອນ ແລະ ນໍ້າເປື້ອນປົນກັນຢູ່ ຫຼື ບ່ອນທີ່ມີຂີ້ຕົມເປັນຮ່ອງໃຫຍ່, ເປັນ ອ່າງ, ເປັນສະ, ເປັນໜອງຢູ່. ບວກ ຫຼື ຂີ້ບວກ ມີຂະໜາດ, ຮູບຮ່າງ ແລະ ຄວາມເລິກແຕກຕ່າງກັນໄປ ແລະ ເຮົາກໍເອີ້ນຕາມລັກສະນະຕົວຈິ່ງຂອງມັນ ເຊັ່ນ: ຮ່ອງບວກ, ບວກຄວາຍ, ບວກໜອງ, ບວກນໍ້າ, ບວກຫ້ວຍ ເປັນຕົ້ນ.

ນອກຈາກນີ້, “ບວກ” ຍັງໝາຍເຖິງການບວກກັນ, ເລກບວກໃນວິຊາຄະນິດສາດ ຊຶ່ງເປັນການສົມເຂົ້າກັນ ເຮັດໃຫ້ໃຫຍ່ຂຶ້ນ ຫຼື ຫຼາຍຂຶ້ນ ກົງກັນຂ້າມກັບເລກລົບ ທີ່ເຮັດໃຫ້ມີຄ່ານ້ອຍລົງ ແລະ ກໍແຕກຕ່າງຈາກ ເລກຄູນ ແລະ ເລກຫານອີກດ້ວຍ ເຊັ່ນ ນຶ່ງບວກນຶ່ງເປັນສອງ, ນຶ່ງບວກສອງເປັນສາມ, ນຶ່ງບວກສາມ ເປັນສີ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າບວກ”.

“ບວກ” (1. ຄໍານາມ) ດິນບ່ອນຄວາຍນອນເລິກເປັນໝ້ອງລົງໄປ. (2. ຄໍາກິລິຍາ) ສົມເຂົ້າກັນ.

ຕົວຢ່າງ:

  • ມີຄວາມຫຼາຍໂຕນອນຟຸມບວກຢູ່ຂ້າງທົ່ງນາ ເພື່ອໃຫ້ຂີ້ຕົມຕິດ ເຮັດໃຫ້ໂຕຍຸງ, ໂຕຮີ້ນບໍ່ສາມາດ ກັດໄດ້.
  • ຍ້ອນຝົນຕົກແຮງຕິດກັນຫຼາຍມີເຮັດໃຫ້ເສັ້ນທາງເປ່ເພ ແລະ ມີບວກເປັນຍ່ານໆ. ບວກບາງຂຸມກະ ໃຫຍ່ບວກບາງຂຸມກະນ້ອຍ.
  • ໃນວິຊາຄະນິດສາດ, ຂ້າພະເຈົ້າຄິດວ່າເລກບວກເປັນເລກທີ່ງ່າຍກວ່າເລກຄູນ ແລະ ເລກຫານ.

ສະຫຼຸບ.

ຄໍາວ່າ “ບວກ” ໝາຍເຖິງຂີ້ຕົມທີ່ເປັນອ່າງ ເປັນຮ່ອງຢູ່ ຊຶ່ງປະກອບດ້ວຍຂີ້ດິນເປື້ອນ ແລະ ນໍ້າເປື້ອນ ປົນກັນຢູ່. ບວກ ຫຼື ຂີ້ບວກ ເອີ້ນຕາມຈຸດພິເສດ ດັ່ງ ຮ່ອງບວກ, ບວກຄວາຍ, ບວກໜອງ, ບວກນໍ້າ ແລະ ອື່ນໆ. ນອກຈາກນີ້, “ບວກ” ຍັງແມ່ນການປະສົມກັນ, ບວກກັນ ແລະ “ບວກ” ຍັງແມ່ນເລກບວກ ໃນວິຊາເລກ ຫຼື ຄະນິດສາດ ກົງກັນຂ້າມກັບເລກລົບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo