ຄໍາວ່າ “ບອກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບອກ” ມີຄວາມໝາຍແນວໃດ?

ຄໍາວ່າ “ບອກ” ເປັນຕໍາລັກສະນະນາມໃຊ້ເອີ້ນ ສິ່ງທີ່ເປັນບັ້ງ, ມີຮູ ແລະ ຍາວ ເຊັ່ນ ບອກປືນ, ຊຶ່ງແມ່ນ ເລົາປືນນັ້ນເອງ ພ້ອມທັງເປັນລັກສະນະນາມໃຊ້ເອີ້ນບອກປືນວ່າ ປືນນຶ່ງບອກ ຫຼື ປືນສອງບອກ ເປັນຕົ້ນ, ບອກນໍ້າ (ກະບອກນໍ້າກໍ່ວ່າ) ເປັນບັ້ງໄມ້ເພື່ອໃສ່ນໍ້າໄວ້ດື່ມກິນ ຊຶ່ງເປັນທີ່ນິຍົມຂອງຄົນສະໄໝກ່ອນເພາະບໍ່ ມີກະຕຸກ ຫຼື ສິ່ງອໍານວຍຄວາມສະດວກດັ່ງທຸກວັນນີ້. “ບອກ” ຍັງແມ່ນຊື່ປາບອກ ຊຶ່ງເປັນປາມີເກັດຄ້າຍຄື ປາຂາວແຕ່ຮູບຍາວ ແລະ ກົມ.

ນອກຈາກນີ້, “ບອກ” ຍັງໝາຍເຖິງການເວົ້າ ຫຼື ເລົ່າສິ່ງທີ່ເກີດຂຶ້ນ ຫຼື ສິ່ງທີ່ຢາກເຮັດໃຫ້ຄົນອື່ນຟັງ, ເຮັດ ຕາມອີກດ້ວຍ ດັ່ງ ອາຈານບອກນັກຮຽນໃຫ້ແກ້ເລກ, ພໍ່ບອກລູກກິນເຂົ້າ, ແມ່ບອກພໍ່ໄປນາ, ໝູ່ບອກໃຫ້ ໄປຫາ, ແມ່ຕູ້ບອກຂ້ອຍໃຫ້ໄປບອກນ້ອງໄປລ້າງຖ້ວຍ ເປັນຕົ້ນ. ນອກນັ້ນ, ຍັງມີບອກສອນ ຊຶ່ງແມ່ນການ ສັ່ງສອນໃຫ້ປະພຶດດີ, ບອກເລົ່າ ແມ່ນການບອກໃຫ້ຮູ້ເລື່ອງທີ່ຕົນຈະເຮັດ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າບອກ”.

“ບອກ” (1. ຄໍານາມ) ລັກສະນະນາມໃຊ້ຮຽກປືນວ່າ ປືນນຶ່ງບອກ ຫຼື ປືນສອງບອກ. ປາມີເກັດແນວນຶ່ງ ຕົວຄືປາຂາວແຕ່ຮູບຍາວ ແລະ ກົມ ຮຽກ ປາບອກ ຫຼື ປາຂາວກົມ ກໍມີ. (2. ຄໍາກິລິຍາ) ເວົ້າໃຫ້ຮູ້, ເລົ່າ ໃຫ້ຟັງ, ສອນໃຫ້ຮູ້, ແນະນໍາ.

ຕົວຢ່າງ:

  • ບອກປືນແກັບແມ່ນເຮັດຈາກເຫຼັກຍາວ, ເປັນູຮເພື່ອໃຫ້ສາມາດບັນຈຸໝື້ ແລະ ກະສູນໄດ້, ຊຶ່ງປະຈຸບັນຂ້ອຍມີໄວຄອບຄອງ 2 ກະບອກ.
  • ແມ່ເຖົ້າບອກວ່າໃນສະໄໝສົງຄາມແມ່ນທຸກຫຼາຍ ໄປໃສກະມີແຕ່ຍ່າງ ເພາະບໍ່ມີລົດຄືທຸກວັນນີ້.

ສະຫຼຸບ.

ຄໍາວ່າ “ບອກ” ເປັນການເອີ້ນ ສິ່ງທີ່ເປັນບັ້ງ, ມີຮູ ແລະ ຍາວ ວ່າ ເປັນບອກ ຫຼື ກະບອກ ແລະ ຍັງ ແມ່ນລັກສະນະນາມອີກດ້ວຍ ດັ່ງ ປືນນຶ່ງບອກ. “ບອກ” ຍັງແມ່ນປາບອກ. ນອກຈາກນີ້, “ບອກ” ຍັງ ແມ່ນການເລົ່າ, ເວົ້າ ຫຼື ສອນໃຫ້ຮູ້ ລວມທັງການແນະນໍາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo