ຄໍາວ່າ “ປີ” ແລະ “ປີ່” ມີຄວາມໝາຍຄືກັນ ຫລື ຕ່າງກັນແນວໃດ?
ອະທິບາຍຄວາມໝາຍຂອງຄໍາວ່າ “ປີ” ແລະ “ປີ່”
ຄໍາວ່າ “ປີ” ແລະ “ປີ່” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.
ຄໍາວ່າ “ປີ” ແມ່ນເວລາທີ່ໜ່ວຍໂລກໝູນອ້ອມຕາເວັນ 1 ຮອບ ມີ 365 ວັນ ໂດຍແບ່ງເປັນ 12 ເດືອນ. ປີແບ່ງຕັ້ງກັນຕາມສາດສະໜາເຊັ່ນ: ປີ ພ.ສ ແມ່ນພຸດສັກກະລາດ, ປີ ຄ.ສ ມາຈາກຄຣິສຕະສັກກະລາດ ຊຶ່ງຖືເປັນປີສາກົນ, ປີ ຈ.ສ ມາຈາກ ຈຸນລະສັກກະລາດ ເປັນຕົ້ນ. “ປີ” ໃຊ້ບອກເວລາ ເຊັ່ນ: ປີກ່ອນ, ປີກາຍ, ປີນີ້, ປີໜ້າ, ປີຕໍ່ໆໄປ, ຈັກປີ, ປີໃໝ່, ປີເກົ່າ, ປີທີ 1, ປີສຸດທ້າຍ, ປີຮຽນ, ປີການ, ປີເກີດ, ປີເສຍຊີວິດ, ຫົວປີ, ກາງປີ, ທ້າຍປີ ແລະ ອື່ນໆ.
ອີກຄວາມໝາຍນຶ່ງ “ປີ” ຍັງແມ່ນຊື່ຂອງປີກ້ວຍ ເອີ້ນໝາກປີ ຫຼື ຫົວປີ ຊຶ່ງສາມາດນໍາມາກິນໄດ້. ສ່ວນຄໍາວ່າ “ປີ່” ແມ່ນເຄື່ອງດົນຕີແນວນຶ່ງເປັນຫຼອດ ຫຼື ບັ້ງ ເຮັດຈາກໄມ້, ຢາງ, ໄມ້ ຫຼື ວັດສະດຸແນວ ອື່ນກໍໄດ້ ແຕ່ຕ້ອງມີລີ້ນທີ່ພາໃຫ້ເກີດສຽງ. ປີ່ແມ່ນເຄື່ອງດົນຕີທີ່ໃຊ້ສໍາລັບເປົ່າໃຫ້ເປັນເພງ ມີຫຼາຍຮູບແບບ ແລະ ສຽງແຕກຕ່າງກັນອອກໄປ ຂຶ້ນກັນຈຸພິເສດຂອງແຕ່ລະທ້ອງຖີ່ນ, ຢູ່ລາວນິຍົມກັນເຮັດປີຫຼາຍແບບ ຕົວຢ່າງ: ປີ່ແຕ້, ປີ່ແອ້, ປີ່ຫຼູ້, ປີ່ແກ້ວ ເປັນຕົ້ນ.
ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:
ຄວາມໝາຍຄຳວ່າ “ປີ”.
“ປີ” (1. ຄໍານາມ) ເວລາທີ່ໂລກປີ່ນອ້ອມດວງຕາເວັນຮອບນຶ່ງມີ 365 ວັນ, ລະຍະ 12 ເດືອນ ຕາມສຸລິຍະຄະຕິ. ສັງກາດ. (2. ຄໍານາມ) ດອກກ້ວຍ, ກາບທີ່ຫຸ້ມດອກກ້ວຍ, ຍອດທາດທີ່ມີຮູບຄືປີກ້ວຍຮຽກດວງປີ.
ຕົວຢ່າງ:
- ປີນີ້ອາຍຸຂ້ອຍໄດ້ 40 ປີພໍດີ ຊຶ່ງໃນໄລຍະຜ່ານມານັ້ນ ຊີວິດໄດ້ພົບພໍ້ກັບປະສົບປະການຕ່າງໆ ມີທັງ ຄວາມສຸກ ແລະ ຄວາມທຸກປົນກັນໄປ.
- ເອາະລ່າມໃສ່ໝາກປີ ແມ່ນແຊບຫຼາຍ ແລະ ເປັນທີ່ນິຍົມກັນໂດຍສະເພາະແມ່ນອາຫານຂຶ້ນຊື່ຂອງແຂວງ ຫຼວງພະບາງ.
ຄວາມໝາຍຄຳວ່າ “ປີ່”.
“ປີ່” (1. ຄໍານາມ) ຫຼອດ ຫຼື ບັ້ງສໍາລັບເປົ່າໃຫ້ເປັນເພງ ມີຫຼາຍຢ່າງຄື: ປີ່ແຕ້, ປີ່ແອ້, ປີ່ຫຼູ້, ປີ່ແກ້ວ ເປັນຕົ້ນ.
ຕົວຢ່າງ:
- ໃນງານແຂ່ງຂັນດົນຕີພື້ນບ້ານມີທັງການເສັງເປົ່າປີ່ ເປົ່າຂຸ່ຍ, ເປົ່າແຄນ ແລະ ຫຼີ້ນພີນ ເຮັດໃຫ້ງານຄືກ ຄື້ນ ແລະ ໜ້າສົນໃຈ.
- ເວລາຂັບລື້ (ເຜົ່າໄຕລື້) ແມ່ນມີການເປົ່າປີ່ ແລະ ເອົາວີພັດເຂົ້າກັນເປັນຈັ່ງຫວະໄປນໍາ ເບີ່ງແລ້ວສວຍ ງາມດີ.
ສະຫຼຸບ.
ຄໍາວ່າ “ປີ” ແລະ “ປີ່” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍແຕກຕ່າງກັນອອກເພາະປີແມ່ນໝາຍເຖິງເວລາ ຊຶ່ງເອົາການທີ່ໜ່ວຍໂລກໝູນອ້ອມດວງເວັນ 1 ຮອບເປັນ 1 ປີ ຊຶ່ງມີ 365 ວັນ ຫຼື 12 ເດືອນ. “ປີ” ຍັງໝາຍເຖິງດອກກ້ວຍ ເອີ້ນໝາກປີ ຫຼື ຫົວປີ ທີ່ເຮົາສາມາດນໍາມາກິນໄດ້. ສ່ວນຄໍາວ່າ “ປີ່” ແມ່ນເຄື່ອງດົນຕີທີ່ຄົນເຮົາສ້າງຂຶ້ນມາເພື່ອການບັນເທິງ ແລະ ມີຫຼາຍແບບຫຼາຍສຽງ ຂຶ້ນກັບແຕ່ລະທ້ອງຖີ່ນ ໃຊ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo