ຄໍາວ່າ “ແຄງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຄງ” ມີຄວາມໝາຍແນວໃດ?

ຄໍາວ່າ “ແຄງ” ແມ່ນຊື່ແມງໄມ້ຈໍານວນນຶ່ງ ເອີ້ນ ແມງແຄງ. ແມງແຄງແບ່ງອອກເປັນຫຼາຍປະເພດທີ່ມີຮູບ ຮ່າງ, ຂະໜາດ, ພຶດຕິກໍາ ແລະ ການຢູ່ອາໃສ ແຕກຕ່າງກັນໄປ, ບາງແນວໂຕໃຫຍ່ກວ່າ, ບາງແນວຂາ ຍາວກວ່າ, ບາງແນວໂຕຍາວ, ບາງແນວໂຕປ້ອມ, ບາງແນວມີໜວດ.  ແຕ່ໂດຍລວມແມງແຄງມີປີກ, ກິນ ໃບໄມ້ເປັນອາຫານ ແລະ ມີກິ່ນຂີວເປັນເອກະລັກຄ້າຍໆກິ່ນແມງດາ. ຍ່ຽວແມງແມ່ນອັນຕະລາຍເພາະແມ່ນ ກົດຊະນິດ ນຶ່ງດັ່ງນັ້ນຕ້ອງລະວັງບໍ່ໃຫ້ຖືກຜິວໜັງ ຫຼື ຕາ ເພາະຈະເຮັດໃຫ້ຜິວໃໝ້ ຫຼື ຕາບອດໄດ້.

ເຖິງ ຢ່າງໃດກໍດີຄົນເຮົາຍັງມັກນິຍົມຊອກຈັບແມງແຄງ ເພື່ອນໍາມາບໍລິໂພກ ໂດຍສະເພາະແມ່ນນໍາມາເຮັດແຈ່ວ ແມງແຄງ,  ຊຶ່ງຄົນທີ່ມັກກໍວ່າແຊບຫຼາຍ ແຕ່ກໍມີຈໍານວນນຶ່ງທີ່ບໍ່ມັກ ແລະ ວ່າມັນກິ່ນຂີວ.

ນອກຈາກນີ້, “ແຄງ” ຍັງໝາຍເຖິງແຜ່ນແພຖື ຫຼື ຜ້າຖື ດັ່ງປະກົດຢູ່ໃນກາບກອນທີ່ແຕ່ງຂຶ້ນໃນເມື່ອກ່ອນ ຄື: “ຜ້າແຄງປັ້ນ ຜືນອຶນເອົາຕາກ” (ສິນໄຊ). “ແຄງ” ຍັງແມ່ນຊື່ຫອຍນໍ້າເຄັມ ຫຼື ຫອຍທະເລແນວນຶ່ງ ເອີ້ນຫອຍແຄງ ຮູບຮ່າງເປັນໜ່ວຍກົມ, ມີເປືອກ ຫຼື ກາບເປັນຫີນປູນ ເປັນຕຸ່ມໆຊາໆ. ຫອຍແຄງເປັນທີ່ ນິຍົມກັນນໍາມາກິນ ຊຶ່ງສາມາດເຮັດໄດ້ຫຼາກຫຼາຍເມນູ ເຊັ່ນ: ລວກຫອຍແຄງ, ຍໍາຫອຍແຄງ, ຂົ້ວຫອຍ ແຄງ, ຫອຍແຄງໃສ່ຕໍາສົ້ມ ແລະ ອື່ນໆ. ອີກຄວາມໝາຍນຶ່ງ “ແຄງ” ຍັງໝາຍເຖິງການພິກຮ່າງກາຍ, ຂາ, ສິ່ງຂອງຕ່າງໆລົງຂ້າງນຶ່ງ ໝາຍເຖິງການຫງ່ຽງໂຕ ຫຼື ເຮັດໂຕບໍ່ທ່ຽງ ເຊັ່ນ: ແຄງຂ້າງ, ນອນແຄງ ຫຼື ນອນສະແຄງ, ແຄງໂຕ ເປັນຕົ້ນ. ແຕ່ແຄງໃຈ ມີຄວາມໝາຍແຕກຕ່າງໄປ ເພາະໝາຍເຖິງຄາໃຈ, ຕິດໃຈ ຫຼື ສົງໃສ ນັ້ນເອງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຄງ”.

“ແຄງ” (1. ຄໍານາມ) ແມງໄມ້ຈໍານວນນຶ່ງ ຢູ່ຕາມໃບໄມ້ກິ່ນຂີວ ຄືແມງດາ. ແຜ່ນແພຖື, ຜ້າຖື: “ຜ້າ ແຄງປັ້ນ ຜືນອຶນເອົາຕາກ” (ສິນໄຊ). ຊື່ຫອຍແນວນຶ່ງຢູ່ໃນທະເລໜ່ວຍກົມກາບເປັນຕຸ່ມໆຊາໆ ເອີ້ນ ຫອຍແຄງ. (2. ຄໍາກິລິຍາວິເສດ) ພິກລົງຂ້າງນຶ່ງ, ຫງ່ຽງ, ບໍ່ທ່ຽງ.

ຕົວຢ່າງ:

  • ພໍຕາເວັນຄໍ່າຄ້ອຍ ເດັກນ້ອຍພາກັນໄປໄຕ້ແມງແຄງຢູ່ກົກໝາກລໍາໃຍ ເພື່ອນໍາມາເຮັດແຈ່ວກິນ.
  • ຫອຍແຄງທີ່ນິຍົມກັນກິນຢູ່ລາວ ແມ່ນນໍາເຂົ້າຈາກປະເທດໄທເປັນສ່ວນໃຫຍ່ ແຕ່ມີບາງສ່ວນກໍ ນໍາເຂົ້າຈາກປະເທດຫວຽດນາມ.
  • ເດັກນ້ອຍເກີດໃໝ່ຢ່າເອົານອນຫງາຍຫຼາຍ ເພາະຢ້ານແປ ເອົານອນແຄງຂ້າງຊ້າຍຂ້າງຂວາແດ່ ຈິ່ງດີ.
  • ລົດເກງແລ່ນໄວຫຼາຍ ເສຍຫຼັກປີ້ນຕົກຂ້າງທາງນອນແຄງຂ້າງ ແຕ່ຍັງເຄາະດີເພາະບໍ່ມີຄົນບາດ ເຈັບ.

ສະຫຼຸບ.

ຄໍາວ່າ “ແຄງ” ແມ່ນຊື່ເອີ້ນຂອງແມງໄມ້ຈໍານວນນຶ່ງທີ່ອາໃສກິນໃບໄມ້ ແລະ ມີກິ່ນຂີວ ຄ້າຍກິ່ນແມງດາ, ແມງແຄງເປັນສັດມີປີກສາມາດບີນໄດ້ ແລະ ຄົນມັກນິຍົມນາມາກິນເປັນອາຫານ. “ແຄງ” ຍັງໝາຍເຖິງ ແຜ່ນແພຖື ຫຼື ຜ້າຖື. “ແຄງ” ຍັງແມ່ນຊື່ຫອຍນໍ້າເຄັມ ຫຼື ຫອຍທະເລແນວນຶ່ງ ໜ່ວຍກົມ ເປືອກ ຫຼື ກາບ ເປັນຕຸ່ມໆຊາໆ. “ແຄງ” ຍັງໝາຍເຖິງການພິກລົງຂ້າງນຶ່ງ ຫຼື ຫງ່ຽງບໍ່ທ່ຽງ ດັ່ງ ແຄງຂ້າງ, ນອນແຄງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo