ຄໍາວ່າ “ອ່ອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອ່ອນ” ມີຄວາມໝາຍແນວໃດ?

ຄໍາວ່າ “ອ່ອນ” ໝາຍເຖິງນຸ້ມນວນ ຫຼື ນີ້ມນວນ ກົງກັນຂ້າມກັບຄໍາວ່າແຂງ ຫຼື ເອີ້ນ ບໍ່ແຂງ ເຊັ່ນ: ແປ້ງ ອ່ອນລະມູນ, ຂົນພົມອ່ອນນີ້ມນວນ, ຂົນສັດອ່ອນອົບອຸ່ນ, ນໍ້າຢາປັບຜ້າໃຫ້ນຸ້ມອ່ອນ ແລະ ກີ່ນຫອມຫວນ, ເກສອນດອກໄມ້ເປັນລະອອງອ່ອນນຸ້ມກີ່ນຫອມ. ພ້ອມນັ້ນ, “ອ່ອນ” ຍັງໝາຍເຖິງໜ້າຮັກ ຫຼື ເປັນຕາແພງ ເຊັ່ນ: ເປັນຄົນອ່ອນໂຍນ, ເປັນຄົນອ່ອນຫວານ ເວົ້ານົວຫົວມ່ວນ, ອ່ອນນ້ອມຖ່ອມຕົນ, ອ່ອນນວນ, ອ່ອນ ຊ້ອຍຜູ້ສາວຍ່າງແອວອ່ອນເປັນຕາແພງ ເປັນຕົ້ນ.

“ອ່ອນ” ຍັງໝາຍເຖິງສິ່ງທີ່ມີຊີວິດເກີດ ຫຼື ອອກໃໝ່ ຫຼື ອາຍຸຍັງນ້ອຍ ຫຼື ເຍົາໄວ ເຊັ່ນ: ຕົວ ອ່ອນດັກແດ້ (ໜອນແຫຼ້ມ້ອນ, ໜອນກະເບື້ອ, ໜອນແມງວັນ ແລະ ອື່ນໆ), ບົ້ງອ່ອນ, ເປັດອ່ອນ, ໄກ່ ອ່ອນ, (ຄວາມໝາຍໃນທີ່ນີ້ໝາຍເຖິງໄກ່ເກີດໃໝ່ ບໍ່ແມ່ນໄກ່ອ່ອນທີ່ ໝາຍເຖິງຄົນອ່ອນປະສົບປະການ), ແບ້ອ່ອນ, ງົວອ່ອນ, ຄວາຍອ່ອນ, ໃບໄມ້ປົ່ງໃໝ່ໃບອ່ອນໆ, ຍອດໄມ້ ປົ່ງໃໝ່ຍອດອ່ອນໆ, ຫຍ້າອ່ອນ, ຜັກອ່ອນ ແລະ ອື່ນໆ. “ອ່ອນ” ຍັງສາມາດເວົ້າໄດ້ວ່າໜຸ່ມກວ່າ ຫຼື ບໍ່ ແກ່ກວ່າ ຫຼື ບໍ່ເຖົ້າກວ່າ ລາວອາຍຸອ່ອນກວ່າ, ໂຕອ່ອນກວ່າເຮົາ, ງົວໂຕນັ້ນອ່ອນກວ່າງົວໂຕນີ້ ເປັນຕົ້ນ.

SA Game
DooDiDo

ນອກຈາກນີ້, “ອ່ອນ”ຍັງໝາຍເຖິງມີນ້ອຍກວ່າ ຫຼື ບໍ່ຮູ້ເທົ່າ, ບໍ່ເກັ່ງເທົ່າ, ບໍ່ມີຄວາມຮູ້ຄວາມສາມາດກວ່າ ຫຼື ບໍ່ມີປະສົບປະການ ຫຼື ຂາດປະສົບປະການ ເຊັ່ນ: ເປັນຄົນອ່ອນປະສົບປະການ, ລາວຮຽນອ່ອນກວ່າ, ອ່ອນກໍາລັງກວ່າ, ອ່ອນແອກວ່າ, ອ່ອນແຮງກວ່າ, ອ່ອນຂໍ້ກວ່າ, ອ່ອນຄວາມກວ່າ, ອ່ອນສຽງຫຼາຍ, ອ່ອນ ເພຍກວ່າ, ອ່ອນແອກແລກກວ່າ, ໃຈອ່ອນກວ່າ ແລະ ຫຼາຍໆຢ່າງ. “ອ່ອນ” ເວລາໄປປະສົມກັບຄໍາອື່ນຍັງ ໃຫ້ຄວາມໝາຍແຕກຕ່າງໄປເຊັ່ນ: ໄກ່ອ່ອນ ແມ່ນໝາຍເຖິງຄົນບໍ່ມີປະສົບປະການ ແລະ ຖືກຫຼອກງ່າຍ, ເອັນອ່ອນ ແມ່ນຊື່ຕົ້ນໄມ້ແນວນຶ່ງໃຊ້ເຮັດຢາ. ອ່ອນກາຍ ຫຼື ອ່ອນໂພດ ຫຼື ອ່ອນແທ້ອ່ອນວ່າ ເປັນຄໍາເວົ້າ ໃຫ້ໃຜຄົນນຶ່ງທີ່ບໍ່ມີຄວາມສາມາດ ຫຼື ບໍ່ເກັ່ງຈັກດີ ນັ້ນເອງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອ່ອນ”.

(1. ຄໍາກິລິຍາ) ບໍ່ແຂງ, ນຸ້ມນວນ, ນີ້ມນວນ, ອ່ອນລະມູນ. ໜ້າຮັກ, ເປັນຕາແພງ ດັ່ງ ອ່ອນໂຍນ, ອ່ອນຫວານ. ເກີດໃໝ່, ອາຍຸຍັງນ້ອຍ, ເຍົາໄວ. ໜຸ່ມ, ບໍ່ແກ່, ບໍ່ເຖົ້າ ດັ່ງ ເດັກນ້ອຍເກີດໃໝ່ ເອີ້ນເດັກ ອ່ອນ ຫຼື ເດັກແດງ, ຍອດໄມ້ ປົ່ງໃໝ່ ເອີ້ນ ຍອດອ່ອນ, ໃບໄມ້ເກີດໃໝ່ ເອີ້ນໃບອ່ອນ). ບໍ່ຮູ້, ບໍ່ເກັ່ງ, ບໍ່ ມີຄວາມສາມາດ, ບໍ່ມີປະສົບປະ ການ ຫຼື ຂາດປະສົບປະການ ດັ່ງ ອ່ອນປະສົບປະການ, ຄົນອ່ອນ.

ຕົວຢ່າງ:

  • ພົມຂົນແກະມີຂັ້ນຕອນການຜະລິດຫຍຸ້ງຍາກ ແຕ່ມີຄວາມອ່ອນນຸ້ມຫຼາຍ ແລະ ໃຫ້ຄວາມອົບອຸ່ນດີ ຈິ່ງເຮັດໃຫ້ມີລາຄາຂ້ອນຂ້າງແພງ.
  • ສາວຄົນນັ້ນງາມຫຼາຍ, ເວລາລາວຍີ້ມແມ່ນອ່ອນຫວານເປັນຕາຮັກ ສົມພໍຫຼາຍຄົນຫຼົງໄຫຼໃນຕົວ ນາງ ແລະ ຢາກໄດ້ເປັນແຟນ.
  • ສຸພາສິດລາວເວົ້າວ່າຄວາຍເຖົ້າຢາກກິນຫຍ້າອ່ອນ ໝາຍຄວາມວ່າບ່າວເຖົ້າຢາກໄດ້ສາວນ້ອຍ.
  • ຍາມໜາວໆຈັ່ງຊີ້ ແກງຜັກກາດອ່ອນໃສ່ຂິງກິນຕອນຮ້ອນໆ ຄືຊິແຊບ ເວົ້າແລ້ວຊິໄປຕະຫຼາດຊື້ມາ ເຮັດກິນກ່ອນ.
  • ດາລາຄົນນັ້ນອາຍຸເຂົ້າ 70 ປີ ແລ້ວ ແຕ່ຍັງອ່ອນປະສົບປະການໃຫ້ແກ່ພະເອກລຸ້ນນ້ອງຢູ່.

ສະຫຼຸບ.

ຄໍາວ່າ “ອ່ອນ” ໝາຍເຖິງສິ່ງທີ່ນຸ້ມນວນ ຫຼື ນີ້ມນວນ ແລະ ບໍ່ແຂງນັ້ນເອງ ອາດຈະຢູ່ໃນຮູບແບບຕ່າງໆ ເຊັ່ນ: ເປັນແປ້ງ, ຂົນສັດ, ເກສອນ, ດິນ ແລະ ອື່ນໆ. “ອ່ອນ” ຍັງໝາຍເຖິງພຶດຕິກໍາການສະແດງອອກທີ່ ໜ້າຮັກ ເຊັ່ນ: ແກ້ມອ່ອນໆເປັນຕາແພງ, ເວົ້າອ່ອນຫວານແທ້. “ອ່ອນ” ຍັງໝາຍເຖິງສິ່ງທີ່ເກີດໃໝ່ ຫຼື ອາຍຸຍັງນ້ອຍ ຫຼື ນ້ອຍກວ່າ, ໜຸ່ມກວ່າ, ບໍ່ເຖົ້າເທົ່າ. ອີກຄວາມໝາຍນຶ່ງ “ອ່ອນ” ຍັງແມ່ນມີນ້ອຍກວ່າ ຫຼື ບໍ່ຮູ້ເທົ່າ ຫຼື ບໍ່ເກັ່ງ, ບໍ່ມີຄວາມສາມາດ, ບໍ່ມີປະສົບປະການເທົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo