ຄໍາວ່າ “ຖຽງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ
ອະທິບາຍຄໍາວ່າ “ຖຽງ” ໃນພາສາລາວມີຄວາມໝາຍແນວໃດ?
ຄວາມບໍ່ເຂົ້າໃຈກັນ, ການລົມກັນທີ່ໄປຄົນລະທາງ ແລະ ເພື່ອຈະລົມກັນໃຫ້ເຂົ້າໃຈຕ້ອງໄດ້ໃຊ້ຄຳເວົ້າອະທິບາຍ ແລະ ໃຊ້ເວລາເພື່ອທຳຄວາມເຂົ້າໃຈດ້ວຍເຫດ ແລະ ຜົນທີ່ຕ່າງຝ່າຍຕ່າງມີ ແລະ ເຂົ້າໃຈ, ລວມເຖິງການໂຕ້ວາທີຢູ່ເທິງເວທີຕ່າງໆ, ການໃຊ້ຄຳເວົ້າຕອບໂຕ້ກັນໄປມານັ້ນເອີ້ນວ່າ ຖຽງ, ການຖຽງ ອາດຈະມີທັງສຽງທີ່ດັງ ແລະ ໃຊ້ອາລົມ ບາງຄົນອາດຈະເຖິງຂັ້ນຜິດກັນໄປເລີຍ ຫາກຕ່າງຝ່າຍຕ່າງບໍ່ຟັງເຫດຜົນຂອງຜູ້ໃດ.
ນອກຈາກນັ້ນແລ້ວ, ຄໍາວ່າ “ຖຽງ” ໝາຍເຖິງເຮືອນນ້ອຍທີ່ຄົນສ້າງຢູ່ໄຮ່ ຢູ່ນາ ເພື່ອສະດວກ ແລະ ມີບ່ອນພັກເວລາໄປເຮັດ ໄຮ່ ຫຼື ນາ ເອີ້ນວ່າ ຖຽງໄຮ່ ຖຽງນາ. ແລະ ອີກຄວາມໝາຍ, ຍັງມີຄວາມໝາຍວ່າການໂຕ້ຖຽງ ຫຼື ວິວາດກັນ ຍ້ອນຄວາມບໍ່ເຂົ້າໃຈຊຶ່ງກັນ ແລະ ກັນນັ້ນເອງ.
ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ຖືກຕ້ອງຕາມຫຼັກໄວຍະກອນການຂິດຂຽນ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງ ດັ່ງລຸ່ມນີ້:
ຄວາມໝາຍຄຳວ່າ “ຖຽງ”:
ຄຳວ່າ “ຖຽງ” ມີຄວາມໝາຍໃນຄຳ (1. ຄໍານາມ) ຖຽງນາ, ຖຽງໄຮ່. (2. ຄໍານາມ) ການໂຕ້ຖຽງ, ພິພາດ, ວິວາດ, ການຖຽງກັນ
ຕົວຢ່າງ:
- ເວລາໄປທ່ອງທ່ຽວພາກເໜືອຂອງລາວ ມັກຈະເຫັນທ່ຽງໄຮ່ຢູ່ຕາມເປີ້ນພູ ຢັ່ງຢາຍກັນໄປ ເບີ່ງດີໆ ກໍແປກຕາ, ບາງແຂວງຕາມທົ່ງນາ ກໍມີຖຽງນາຢັ່ງຢາຍກັນໄປເບີ່ງແລ້ວງາມຕາດີ.
- ວານນີ້ເຫັນສອງສ່ຽວໂຕ້ຖຽງກັນເລື່ອງບົດຮຽນ ເພາະໃຜກໍວ່າໃຜຖືກ, ແຕ່ຖ້າຢາກຮູ້ຄໍາຕອບທີ່ຖືກ ຕ້ອງແທ້ຄວນໄປຖາມອາຈານ ບໍ່ແມ່ນມາວິວາດກັນແນວນີ້.
ສະຫຼຸບ
ຄຳວ່າ “ຖຽງ” ໝາຍເຖິງ ຖຽງໄຮ່ ຖຽງນາ ເຮືອນນ້ອຍ ຫຼື ບ່ອນພັກເຊົາເວລາໄປ ເຮັດໄຮ່ ເຮັດນາ. ພ້ອມກັນນັ້ນ ຍັງໝາຍເຖິງການໂຕ້ຖຽງ ຫຼື ວິວາດ ໃຊ້ວາຈາເວົ້າແຮງໃສ່ກັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo