ຄໍາວ່າ “ໂຄ້ງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໂຄ້ງ” ມີຄວາມໝາຍແນວໃດ?

ຄໍາວ່າ “ໂຄ້ງ” ໝາຍເຖິງໂງ ຫຼື ໂງໄປ, ຊຶ່ງເປັນການອ້ອມບໍ່ໄປທາງຊື່ ຫຼື ກົ່ງໄປນັ້ນເອງ, ອາດເປັນເສັ້ນ ທາງ, ແມ່ນໍ້າ, ເສັ້ນຂອບເຂດແດນດິນ, ເສັ້ນແຕ້ມ ຫຼ ຢ່າງອື່ນເຊັ່ນ: ທາງໂຄ້ງ, ແມ່ນໍ້າໂຄ້ງ, ລົດແລ່ນໂຄ້ງ, ຍ່າງໂຄ້ງອ້ອມໄປ, ຍົນບິນໂຄ້ງກ່ອນລົງເດີນ, ເສັ້ນຊາຍແດນໂຄ້ງໄປມາ, ໂຄ້ງອັນຕະລາຍ, ເສັ້ນ ສະແດງຄົດໂຄ້ງຂຶ້ນລົງ, ໂຄ້ງເຂົ້າ, ໂຄ້ງອອກ, ໂຄ້ງຊ້າຍ, ໂຄ້ງຂວາ, ໂຄ້ງກັບຄືນ, ດວງຈັນໂຄ້ງອ້ອມໂລກ ເປັນຕົ້ນ. ຄໍາວ່າ “ໂຄ້ງ” ກົງກັນຂ້າມກັບ ຄໍາວ່າ “ບໍ່ຄົດໂງ, ຊື່ໄປ ຫຼື ເສັ້ນຊື່, ຕົງໄປ”.

ນອກຈາກນີ້, “ໂຄ້ງ” ຍັງໝາຍເຖິງກົ່ງລົງ ຫຼື ຄົດງໍໄປມາ, ໂຄ້ງຂຶ້ນ, ຂົດຂໍບິດບ້ຽວ ຊຶ່ງສາເຫດທີ່ບໍ່ຊື່ອາດ ເກີດຂຶ້ນຍ້ອນທໍາມະຊາດ ຫຼື ຖືກກະທໍາດ້ວຍເຫດຕ່າງໆ ດັ່ງ ຖືກໜີບ, ຖືກທັບ, ຖືກຄວາມຮ້ອນ, ຖືກແຮງດັນໃຫ້ໂຄ້ງ ເຊັ່ນ: ໂຄ້ງໄມ້ ຫຼື ດັດໄມ້ ເພື່ອເຮັດຄັນທະນູ, ໂຄ້ງເຫຼັກເສັ້ນເພື່ອໃຫ້ເກັບມ້ຽນໄດ້ງ່າຍ, ລໍາໃຜ່ໂຄ້ງໄປມາຕາມສາຍລົມ. ນອກຈາກນັ້ນຍັງມີຫຼາຍປະເທດທີ່ໃຊ້ການໂຄ້ງຄໍານັບ ເພື່ອໃຫ້ກຽດຜູ້ທີ່ມີຄຸນນະວຸດທິສູງກວ່າ ຊຶ່ງພົບເຫັນເລື້ອຍໆແມ່ນຄົນຍີ່ປຸ່ນ, ຄົນເກົາຫຼີ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໂຄ້ງ”.

“ໂຄ້ງ” (1. ຄໍາກິລິຍາວິເສດ) ໂງ, ອ້ອມ, ບໍ່ຊື່, ກົ່ງ

ຕົວຢ່າງ:

  • ເສັ້ນທາງຈາກວຽກຈັນໄປຫາຫຼວງພະບາງແມ່ນມີທາງໂຄ້ງຈໍານວນຫຼວງຫຼາຍ ມີທັງໂຄ້ງທໍາມະດາ ແລະ ໂຄ້ງອັນຕະລາຍ.
  • ຄັນທະນູແມ່ນເອົາໄມ້ມາໂຄ້ງ ແລະ ໃຊ້ສາຍເຊືອກມັດ ເພື່ອເປັນບ່ອນເອົາລູກທະນູດືງໃສ່ເພື່ອຍິງອອກໄປ.
  • ຫຼາຍຄົນມັກວ່າ “ໄມ້ໂຄ້ງເອົາໄວເຮັດຂໍ ເຫຼັກງໍເອົາໄວ້ເຮັດກ່ຽວ” ຊຶ່ງໃນຕົວຈິງກໍແມ່ນດັ່ງນັ້ນແທ້.

ສະຫຼຸບ.

ຄໍາວ່າ “ໂຄ້ງ” ແມ່ນຄວາມກົ່ງໄປທາງອື່ນ, ໂງໄປໂງມາ ລວມທັງການອ້ອມບໍ່ໄປທາງຊື່ ຊຶ່ງເຮົາສາມາດ ພົບເຫັນໄດ້ທົ່ວໄປໃນທໍາມະຊາດ ຫຼື່ ສິ່ງທີ່ມະນຸດປະດິດຂຶ້ນເຮັດໃຫ້ ໂຄ້ງເຂົ້າ, ໂຄ້ງອອກ, ໂຄ້ງຊ້າຍ, ໂຄ້ງຂວາ, ໂຄ້ງກັບຄືນ ດັ່ງ ເສັ້ນໂຄ້ງ, ແມ່ນໍ້າໂຄ້ງ, ທາງໂຄ້ງ. ຄໍາວ່າ “ໂຄ້ງ” ກົງກັນຂ້າມກັບ ຄໍາວ່າ “ບໍ່ຄົດໂງ, ຊື່ໄປ ຫຼື ເສັ້ນຊື່, ຕົງໄປ”. “ໂຄ້ງ” ຍັງໃຊ້ເອີ້ນການກົ່ງລົງ, ຄົດງໍ, ຂົດຂໍບິດບ້ຽວ ແລະ ມີຫຼາຍປະເທດທີ່ໃຊ້ສະແດງເຖິງການເຄົາລົບດ້ວຍການໂຄ້ງຄໍານັບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo