ຄໍາວ່າ “ກ່ານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ
ອະທິບາຍຄໍາວ່າ “ກ່ານ” ໃນພາສາລາວມີຄວາມໝາຍແນວໃດ?
ໃນພາສາລາວການທີ່ມີຫລາກຫລາຍສີສະຫລັບກັນເປັນລາຍໆໄປນັ້ນ ຫລາຍຄົນກໍເອີ້ນວ່າລາຍ, ແລ້ວແຕ່ວ່າຊິເປັນລາຍຂອງຫຍັງ ບໍ່ຄັ້ງກໍວ່າລາຍເສືອ, ລາຍຂີ້ຄັນຄາກ ແລະ ອື່ນໆ, ແຕ່ອີກຄຳໜຶ່ງທີ່ມັກນຳໃຊ້ກັນນັ້ນກໍຄື ຄຳວ່າ ກ່ານ, ເຊິ່ງ ຄຳວ່າກ່ານນັ້ນຈະບໍ່ນັ້ນວ່າເປັນສີຫຍັງ ຫລື ເປັນລາຍຫຍັງ ແຕ່ຮູ້ໄດ້ວ່າມີຫລາກຫລາຍສີປົນກັນຢ່າງນ້ອຍທີ່ສຸດຕ້ອງມີປະມານສອງສີຂື້ນໄປ.
ຄໍາວ່າ “ກ່ານ” ໝາຍເຖິງການຂັ້ນກັນດ້ວຍສີຕ່າງໆ ເປັນຕົ້ນ: ງູກ່ານປ້ອງ ໝາຍເຖິງງູພິດທີ່ມີສີກ່ານຂັ້ນກັນຫຼາຍເທື່ອແຕ່ຫົວເຖິງຫາງ, ນົກຄໍກ່ານ, ໝາຫ່າງກ່ານ, ລີ້ນກ່ານ, ທາງມ້າລາຍກ່ານດ້ວຍສີຂາວ ແລະ ດໍາ ແລະ ອື່ນໆ.
ເພື່ອທໍາຄວາມເຂົ້າໃຈການນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:
ຄວາມໝາຍຄຳວ່າ “ກ່ານ”.
ຄຳວ່າ “ກ່ານ” ມີຄວາມໝາຍໃນ (1. ຄຳກໍາມະ) ເອົາສີຕ່າງໆ ກັ້ນກັນໄວ້ (2. ຄຳກໍາມະວິເສດ) ມີສີຕ່າງໆສັບກັນໄປມາ ກ່ານປ້ອງ ງູທໍາທານ (ງູກ່ານປ້ອງ).
ຕົວຢ່າງ:
- ງູກ່ານປ້ອງມີຫຼາຍປະເພດ ບາງປະເພດມີສີດໍາກ່ານດ້ວຍສີຂາວແຕ່ຫົວຈົນຮອດຫາງ, ບາງປະເພດມີສີດໍາ ແລະ ສີເຫຼືອງກ່ານກັນໄປ ແຕ່ທັງໝົດນັ້ນລ້ວນແຕ່ເປັນງູພິດຕອດເຖິງຂັ້ນຕາຍເຊັ່ນກັນ.
- ໝາຫາງກ່ານເປັນຕາຮັກ ຖ້າໄດ້ລູກຂໍໄປເຮັດແນວຈັກໂຕແດ່ເດີ.
- ສີ້ນມີຫຼາຍປະເພດ ທີ່ມີເອກະລັກສະເພາະຕົວແຕກຕ່າງກັນໄປ ແຕ່ສ່ວນໃຫຍ່ຈະມີສີກ່ານຂັ້ນກັນໄປ ແລະ ມີລວດລາຍດອກຕ່າງໆ.
ສະຫຼຸບ
ຄຳວ່າ “ກ່ານ” ໝາຍເຖິງການຂັ້ນກັນດ້ວຍສີຕ່າງກັນເປັນສິ່ງທີ່ມີຫລາກຫລາຍສີສະຫລັບກັນເປັນລາຍໆໄປນັ້ນ, ແລະ ຍັງມີຄວາມໝາຍຄືການເອົາສີຕ່າງໆ ກັ້ນກັນໄວ້ ຫລື ມີສີຕ່າງໆສັບກັນໄປມາ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo