ຄໍາວ່າ “ກ້ານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກ້ານ” ​ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

​ໃນ​ຈຳ​ນວນ​ກິ່ງ​ຕ່າງໆ​ຂອງ​ຕົ້ນ​ໄມ້, ຄໍາວ່າ ​“ກ້ານ” ໝາຍເຖິງຂວັ້ນ ຫຼື ແກນກາງຂອງໃບໄມ້ ເຊັ່ນ: ກ້ານຕອງ, ກ້ານກ້ວຍ, ກ້ານພ້າວ, ກ້ານໃບພູ, ກ້ານບົວ. ໝາຍເຖິງສິ່ງຂອງທີ່ກົມມົນຍາວ ຫຼື ຄ້າຍທໍ່ ຫຼື ສີ່ງທີ່ຕໍຫົວ ແລະ ບ່າຂອງຄົນ ແລະ ສັດເຂົ້າກັນ ເຊັ່ນ: ກ້ານບິກ, ກ້ານສໍ, ກ້ານຄໍ. ຄວາມ​ຈິ່ງ​ແລ້ວ​ພາ​ສາ​ລາວ ຄຳ​ວ່າ ກ້ານ​ນີ້​ຍັງ​ໃຊ້​ສຳ​ລັບ​ຊົນ​ເຜົ່າ​ບາງ​ຊົນ​ເຜົ່າ​ຂອງ​ລາວ​ເຮົາ​ເຊັ່ນ​ຊົນ​ເຜົ່າ​ກະ​ຫລ່ອມ ຄຳ​ວ່າ​ກ້ານ​ນີ້​ຍັງ​ໝາຍ​ເຖິງ​ຄວາມ​ພາຍ​ແພ້, ບໍ່​ຊະ​ນະ ນຳ​ອີກ.

ນອກຈາກນີ້, ຍັງໝາຍເຖິງການໃຕ້ ຫຼື ເຍືອງ ດ້ວຍໄຟ ເພື່ອຊອກຫາສັດ ໃນເວລາກາງຄືນເຊັ່ນ: ກ້ານກົບ, ກ້ານຂຽດ, ກ້ານປາ, ກ້ານແມງແຄງ, ກ້ານແມງໄມ້, ກ້ານນົກ, ກ້ານສັດປ່າ ເປັນຕົ້ນ.

ຄຳ​ວ່າ “ກ້ານ”.

SA Game
DooDiDo

ເປັນ​ທັງ​ຄຳ​ນາມ ແລະ ຄຳ​ກຳ​ມະ, ຖ້າ​ເປັນ​ຄຳ​ນາມ “ກ້ານ” ຂວັ້ນໃບໄມ້ທີ່ຍາວໆ, ແກນກາງຂອງໃບໄມ້. ສິ່ງຂອງເປັນທໍ່ກົມຍາວ, ສີ່ງທີ່ຕໍ່ຫົວ ແລະ ບ່າໃສ່ກັນຂອງຄົນ ຫຼື ສັດ, ຈະ​ມີ​ຄວາມ​ໝາຍ​ວ່າ ກ້ານ​ໄມ້ ສິ່ງ​ທີ່​ເປັນ​ທອນ​ກົມໆ ໃຊ້​ໄດ້​ກັບ ກ້ານ​ບິກ, ກ້ານ​ສໍ, ກ້ານ​ຄໍ ແລະ ອື່ນໆ, ສ່ວນ​ວ່າ​ຖ້າ​ເປັນ​ຄຳ​ກຳ​ມະ ກໍ​ມີ​ຄວາມ​ໝາຍ​ວ່າ ໄຕ້ໄຟຊອກຫາສັດປ່າ ໃນເວລາກາງຄືນ, ໄປ​ຫາ​ກິນ ສ່ວນ​ຫລາຍ​ປະ​ຊາ​ຊົນ​ລາວ​ຈະ​ເອີ້ນ​ວ່າ ໄປ​ກ້ານ​ກົບ ກໍ​ຄື​ການ​ໄປ​ຊອກ​ຫາ​ກົບ​ຫາ​ຂຽດ​ມາ​ເປັນ​ອາ​ຫານ, ນ​ອກ​ຈາ​ກົບ​ຂຽດ​ແລ້ວ​ຍັງ​ໃຊ້​ໄດ້​ກັບ​ສັດ​ອີກ​ຫລາຍ​ຈ່ຳ​ພວກ ຄຳ​ວ່າ ກ້ານ​ ມີ​ຄວາມ​ໝາຍ​ຄ້າຍ​ຄື​ກັບ​ໄປ ລ່າ ແຕ່​ຈະ​ເປັນ​ສັດ​ນ້ອຍ ແລະ ເບົ່າ​ກວ່າ​ຄຳ​ວ່າ ລ​່າ.

ຕົວ​ຢ່າງ:

  • ເວລາຊິເອົາຕອງກ້ວາຍ ເພື່ອຄວາມສະບາຍໃຫ້ຕັດກ້ານມັນລົງມາແລ້ວ ຈິ່ງມາລິເອົາແຕ່ໃບຕອງ.
  • ຄວາຍຜູ້ງ່ານ ມີກ້ານຄໍທີ່ມີກ້າມເປັນໝັດໃຫຍ່ ເວລາຊົນກັນແມ່ນອາໃສກ້ານຄໍ ແລະ ເຂົາເປັນຫຼັກ.
  • ບິກກ້ານນີ້ຈັ່ງແມ່ນງາມ ກ້ານມີສີສົດໃສ ແລະ ມີລວດລາຍດີ ຂຽນກໍ່ມ່ວນມືເຮັດໃຫ້ບໍ່ຢາກເຊົາ.
  • ວານນີ້ໄປກ້ານຂຽດ ໄດ້ເຕັມຂ້ອງນຶ່ງ ປະມານເຄີ່ງກິໂລ ເອົາມາເຮັດຂຽດຢ້າງ, ເອາະ ກິນ ແຊບຄັກແຊບແນ່.

ສະ​ຫຼຸບ

ຄຳ​ວ່າ “ກ້ານ” ໝາຍເຖິງກ້ານໃບໄມ້, ກ້ານຄໍ, ກ້ານບິກ ແລະ ອື່ນໆ, ນອກຈາກນີ້ຍັງໝາຍເຖິງການໄຕ້ໄຟ ເພື່ອໄປຊອກຫາກິນຫາຢູ່ ເປັນຕົ້ນແມ່ນສັດປ່າຕ່າງໆໃນເວລາກາງຄືນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo