ຄໍາວ່າ “ຄວ້າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄວ້າ” ​ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ຄວ້າ” ໝາຍເຖິງການຍື່ນແຂນອອກໄປຈັບເອົາແບບໄວໆ ຫຼື ແຍ່ງຊິງເອົາແບບບໍ່ທັນຕັ້ງໂຕ ເປັນຕົ້ນ ຄວ້າໄດ້ຄວ້າເອົາ ໝາຍເຖິງໃຜຈັບໄດ້ຈັບເອົາ, ເອົາມືຄວ້າເອົາ ໝາຍເຖິງເອົາມືຈັບເອົາ, ຄວ້າມືໄວ້ ໝາຍເຖິງຈັບມືໄວ້,  ໄຂວຄວ້າ ໝາຍເຖິງການໄຝ່ຝັນຫາ, ຄວ້າຝັນ ໝາຍເຖິງເຮັດໃຫ້ຄວາມຝັນເປັນຈິງ ຫຼື ເຮັດໃຫ້ສິ່ງທີ່ຄິດເປັນຈິງ, ຄວ້າລາງວັນ ໝາຍເຖິງໄດ້ຮັບຊະນະເລີດ ແລະ ໄດ້ລາງວັນ ເປັນຕົ້ນ.

ນອກຈາກນັ້ນ, ເມື່ອນໍາໄປຄວບກັບຄໍາອື່ນສາມາດເຮັດໃຫ້ຄວາມໝາຍຫຼາກຫຼາຍອອກໄປເຊັ່ນ: ຄົ້ນຄວ້າ ໝາຍເຖິງຊອກຫາສິ່ງໃດນຶ່ງໃຫ້ເຂົ້າໃຈເລິກເຊິ່ງ ຫຼື ວິໃຈສິ່ງໃດນຶ່ງ.

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້​ດີຂຶ້ນກວ່າເກົ່າ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ຄວ້າ”:

“ຄົ້ວ” (1. ຄຳກິລິຍາ) ຈັບ, ຟັບຟ້າວໆ, ທາວມືໄປຈັບເອົາ, ແຍ່ງ, ຊິງ, ຍາດ.

SA Game
DooDiDo

ຕົວ​ຢ່າງ:

  • ສອງແມ່ລູກຂີ່ລົດຈັກໄປຕະຫຼາດ ແມ່ຢ້ານລູກຕົກລົດ ຈິ່ງຄວ້າເອົາມືລູກມາກອດແອວລາວໄວ້ ແລະ ບອກຜູ້ເປັນລູກວ່າກອດແໜ້ນໆ ຫ້າມປ່ອຍເດັດຂາດ.
  • ຍິງຄົນນຶ່ງພາຍກະເປົາເງິນຍ່າງຢູ່ແຄມທາງ ມີໂຈນສອງຄົນຂີ່ລົດມານໍາກັນ ຄົນນຶ່ງດຶງກະເປົາລາວຢ່າງແຮງ ແຕ່ຍິງຄົນນັ້ນຄວ້າກະເປົາໄດ້ຄືນ ແລະ ເກີດການຕໍ່ສູ້ດຶງກະເປົາກັນໄປມາ ລາວທັງຮ້ອງທັງຕົກໃຈ ຊ່ວຍແດ່! ຊ່ວຍແດ່!.
  • ການໄຂວ່ຄວ້າສິ່ງໃດນຶ່ງເປັນສິ່ງທີ່ດີເພາະເຮັດໃຫ້ເຮົາມີແຮງບັນດານໃຈສູ້ ແຕ່ຖ້າຫາກຜິດຫວັງ ຫຼື ບໍ່ໄດ້ກໍຢ່າເສຍໃຈເກີນເຫດ.
  • ໃນທີ່ສຸດລາວກໍສາມາດຄວ້າຝັນຂອງລາວຈົນໄດ້ ກ່ອນຈະໄດ້ດັ່ງຄິດຝັນ ລາວໄດ້ຄົ້ນຄວ້າ ແລະ ວິໃຈ ສິ່ງປະດິດຂອງລາວເປັນເວລາຫຼາຍສິບປີ ແຕ່ກໍຖືວ່າຄຸ້ມຄ່າເພາະມີປະໂຫຍດຕໍ່ມະນຸດສະຍາຊາດ.
  • ປະເທດບຼາຊີວ ສາມາດຄວ້າແຊມເຕະບານໂລກ ຫຼາຍສະໄໝ ແລະ ສາມາດສົ່ງນັກເຕະດີໆ ຫຼາຍຄົນ ເພື່ອໄປຮ່ວມທີມຢູ່ລີກຂອງຢູ່ໂລບ ຊຶ່ງໄດ້ສ້າງຊື່ສຽງແກ່ປະເທດຊາດ ແລະ ເຮັດໃຫ້ຄົນຮູ້ຈັກ ເປັນຢ່າງດີ.

ສະ​ຫຼຸບ

ຄໍາວ່າ “ຄວ້າ” ໝາຍເຖິງການຍື່ນແຂນອອກໄປຈັບເອົາແບບໄວໆ ຫຼື ແຍ່ງຊິງເອົາແບບບໍ່ທັນຕັ້ງໂຕ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo