ຄໍາວ່າ “ກັ້ນ” ແລະ “ຂັ້ນ” ມີຄວາມໝາຍແຕກຕ່າງກັນແນວໃດ
ອະທິບາຍຄວາມໝາຍຂອງຄໍາວ່າ “ກັ້ນ” ແລະ “ຂັ້ນ”
ຄໍາວ່າ “ກັ້ນ” ແລະ “ຂັ້ນ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ແຕກຕ່າງກັນອີກດ້ວຍ ໃນບົດນີ້ຈະຂໍອະທິບາຍແຕ່ຈຸດຄືກັນລາຍລະອຽດມີດັ່ງລຸ່ມນີ້:
ຄໍາວ່າ “ກັ້ນ” ມີຄວາມໝາຍຄືກັນກັບຂັ້ນໝາຍເຖິງການບັງໄວ້ ເພື່ອໃຫ້ແຍກກັນອອກບໍ່ໃຫ້ເປັນອັນດຽວກັນ, ກັ້ນ ມີການກັ້ນດ້ວຍວັດສະດຸ ເປັນຕົ້ນ ກັ້ນດ້ວຍກໍາແພງ, ກັ້ນດ້ວຍຮົ້ວໜາມ, ກັ້ນດ້ວຍຜ້າ ກັ້ງ, ກັ້ນດ້ວຍຝາໄມ້ຟາກ, ກັ້ນດ້ວຍເສັ້ນທາງ, ກັ້ນເພື່ອບໍ່ໃຫ້ຄົບກັນ. ນອກຈາກນີ້, “ກັ້ນ” ຍັງແມ່ນການອົດ ດັ່ງ ກັ້ນຫາຍໃຈ, ກັ້ນບໍ່ໃຫ້ ໂຕ໊ດອອກ, ກັ້ນບໍ່ໃຫ້ໄອ. ອີກຄວາມໝາຍນຶ່ງກັ້ນແມ່ນເດັກນ້ອຍໃຫ້ບໍ່ເຊົາຫາຍໃຈຈົນມ້ານເຂົ້າ ນັ້ນເອງ.
ຄໍາວ່າ “ຂັ້ນ” ມີຄວາມໝາຍຄືກັນກັບກັ້ນໝາຍເຖິງແບ່ງ ຫຼື ແຍກກັນອອກບໍ່ໃຫ້ເປັນອັນດຽວກັນ ດັ່ງ ຂັ້ນກັນດ້ວຍກໍາແພງ, ຂັ້ນດ້ວຍຮົ້ວໜາມ, ຂັ້ນດ້ວຍຜ້າກັ້ງ, ຂັ້ນດ້ວຍຝາໄມ້ຟາກ, ຂັ້ນກັນດ້ວຍແມ່ນໍ້າ. “ຂັ້ນ” ຍັງ ໝາຍເຖິງກິດກັນບໍ່ໃຫ້ຄົບ, ພົບປະກັນ ເຊັ່ນ: ຂັ້ນກາງຄວາມຮັກດ້ວຍມືທີສາມ, ຖືກຂັ້ນກັນດ້ວຍຖານະ ເປັນຕົ້ນ. ນອກຈາກນີ້, “ຂັ້ນ” ຍັງໝາຍເຖິງເປັນຖ້ານໆ, ຊັ້ນໆ.
ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:
ຄວາມໝາຍຄຳວ່າ “ກັ້ນ”.
“ກັ້ນ” (1. ຄໍາກິລິຍາ) ບັງ, ອົດ, ອັດລົມຫັນໃຈໄວ້, ຫ້າມລົມຫັນໃຈໄວ້, ອາການຮ້ອງໃຫ້ຂອງເດັກນ້ອຍທີ່ບໍ່ເຊົາ ຫັນໃຈ.
ຕົວຢ່າງ:
- ເຮືອນຂ້ອຍ ແລະ ຄົນອ້ອມຂ້າງກັ້ນກັນດ້ວຍຮົ້ວລວດໜາມ ເພື່ອໃຫ້ຮູ້ເຂດແດດວ່າຂອງໃຜເປັນຂອງໃຜ.
- ໃນໂຮງໝໍຢູ່ຫ້ອງສຸກເສີນແຕ່ລະຕຽງກັ້ນກັນດ້ວຍຜ້າຢ່າງ ເພື່ອສະດວກໃນການກວດ, ປີ່ນປົວຄົນເຈັບ ຫຼື ຄົນໄຂ້.
ຄວາມໝາຍຄຳວ່າ “ຂັ້ນ”.
“ຂັ້ນ” (1. ຄໍານາມ). ບ່ອນເປັນພັກໆ, ຊັ້ນ, ຖ້ານ.
ຕົວຢ່າງ:
- ເຮືອນຂ້ອຍ ແລະ ຄົນອ້ອມຂ້າງຂັ້ນກັນດ້ວຍຮົ້ວລວດໜາມ ເພື່ອໃຫ້ຮູ້ເຂດແດດວ່າຂອງໃຜເປັນຂອງໃຜ.
- ໃນໂຮງໝໍຢູ່ຫ້ອງສຸກເສີນແຕ່ລະຕຽງຂັ້ນກັນດ້ວຍຜ້າຢ່າງ ເພື່ອສະດວກໃນການກວດ, ປີ່ນປົວຄົນເຈັບ ຫຼື ຄົນໄຂ້.
ສະຫຼຸບ.
ຄໍາວ່າ “ກັ້ນ” ແລະ “ຂັ້ນ” ມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ແຕກຕ່າງກັນອີກ ຊຶ່ງຄໍາທີ່ຄືກັນແມ່ນການແບ່ງອອກ ຫຼື ເຮັດໃຫ້ແຍກອອກຈາກກັນ ດ້ວຍວັດສະດຸ, ສິ່ງຂອງ ຫຼື ຢ່າງໃດຢ່າງ ເພື່ອວັດຖຸປະ ສົງຕ່າງໆຕາມຕ້ອງການ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo