ຄໍາວ່າ “ໂຄສະນາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໂຄສະນາ” ມີຄວາມໝາຍແນວ ໃດ?

ຄໍາວ່າ “ໂຄສະນາ” ໝາຍເຖິງການສື່ສານຢ່າງນຶ່ງ ດ້ວຍການຮ້ອງປ່າວຜ່ານສື່ສິ່ງພີມ, ປ້າຍ, ໂທລະພາບ, ວິທະຍຸ, ສື່ອອນລາຍ, ລົງພື້ນຖານເພື່ອລະດົມ ແລະ ວິທີການຕ່າງໆ ເພື່ອສ້າງຄວາມດຶງດູດຈິດໃຈ ຫຼື ເຮັດໃຫ້ຄົນອື່ນຮູ້ເຖິງສິ່ງທີ່ເຮົາຢາກໂຄສະນາ ດັ່ງ ໃຫ້ຮູ້ຄວາມດີ, ຄຸນນະພາບ, ຊັບພະຄຸນ, ການນໍາໃຊ້ ຕ່າງໆ. ແຕ່ຖ້າໂຄສະນາເກີນຈິງແມ່ນເວົ້າເກີນຄວາມດີທີ່ມີ ນັ້ນເອງ, ຄໍາວ່າ “ໂຄສະນາ” ກົງກັນຂ້າມກັບ ຄໍາວ່າ “ຖະໜອມຖ່ອມໂຕ, ເຊື່ອງອໍາ, ປິດເປັນຄວາມລັບ ເປັນຕົ້ນ”.

ໃນທຸກວັນນີ້ “ໂຄສະນາ” ເປັນສິ່ງສໍາຄັນຫຼາຍ ໂດຍສະເພາະແມ່ນໃນການຄ້າຂາຍສິນຄ້າ, ການບໍລິການ ຕ່າງໆ. ລວມທັງໃນລະບົບການເມືອງການປົກຄອງ ຍັງຕ້ອງໄດ້ໃຊ້ໂຄສະນາເປັນປາຍແຫຼມໃນການປ້ອນ ຂໍ້ມູນໃຫ້ແກ່ຜູ້ຊົມຜູ້ຟັງ ເຊັ່ນ: ການໂຄສະນາລົດໂຕໂຢຕາ, ການໂຄສະນາແຫຼ່ງທ່ອງທ່ຽວ, ການໂຄສະນາ ອາຫານ, ການໂຄສະນາຫາສຽງ, ການໂຄສະນາແນວທາງນະໂຍບາຍຂອງລັດຖະບານ ແລະ ອື່ນໆ. ຖ້າ ເປັນຄົນປະກາດຂ່າວ ເຮົາເອີ້ນ ໂຄສົກ (ໂຄສະກະ ກໍວ່າ) ຊຶ່ງແມ່ນຜູ້ເຮັດໃຫ້ສຽງດັງ ຫຼື ເປັນຜູ້ຮ້ອງປ່າວ ຫຼື ຜູ້ໂຄສະນາ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໂຄສະນາ”.

“ໂຄສະນາ” (1. ຄໍານາມ). ການຮ້ອງປ່າວ, ໂຄສະນາການແມ່ນການທີ່ເຮັດໃຫ້ດັງສະໜັ່ນ ຄື ປ່າວໃຫ້ຮູ້, ຊື່ກົມນຶ່ງໃນລັດສະການມີໜ້າທີ່ປ່າວເລື່ອງທີ່ລັດຖະບານເຮັດ ໃຫ້ປະຊາຊົນຮັບຮູ້.

ຕົວຢ່າງ:

  • ໃນຄະນະທີ່ກໍາລັງເບີ່ງໜັງເລື່ອງພວມມ່ວນຢູ່ຢູທູບ ໂຄສະນາພັດອອກມາຄັດຈັ່ງຫວະ ເຮັດໃຫ້ ເສຍອາລົມເລີຍ.
  • ກົມໂຄສະນາອົບຮົມໄດ້ໂຄສະນາແນວທາງນະໂຍບາຍຂອງພັກ-ລັດ ດ້ວຍການອອກສື່ໂທລະ ພາບ, ວິທະຍຸ ແລະ ສື່ສິ່ງພີມຂອງລັດຖະບານ.

ສະຫຼຸບ.

ຄໍາວ່າ “ໂຄສະນາ” ແມ່ນວິທີການສື່ສານຢາກໃຫ້ຜູ້ຊົມຜູ້ຟັງເຂົ້າໃຈໃນສິ່ງທີ່ຜູ້ໂຄສະນາ ຫຼື ຄົນເຮັດຕ້ອງ ການ ໂດຍຜ່ານສື່ຕ່າງໆ, ລົງໂຄນະນາຂົນຂວາຍດ້ວຍຮູບແບບຕ່າງໆ ເພື່ອສ້າງຄວາມສົນໃຈ ແລະ ຮັບຮູ້ ນັ້ນເອງ. “ໂຄສະນາ” ກົງກັນຂ້າມກັບຄໍາວ່າ “ຖະໜອມຖ່ອມໂຕ, ເຊື່ອງອໍາ, ປິດເປັນຄວາມລັບ ເປັນຕົ້ນ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo