ຄໍາວ່າ “ດັກແດ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ດັກແດ້” ມີຄວາມໝາຍແນວໃດ?

ຄໍາວ່າ “ດັກແດ້” ແມ່ນຊື່ເອີ້ນທົ່ວໄປຂອງແມງໄມ້ຫຼາຍແນວ ທີ່ຢູ່ໄລຍະການຈະເລີນເຕີບໂຕປ່ຽນຈາກເປັນ ໂຕໜອນ ຫຼື ໂຕດ້ວງ ໄປຢູ່ໃນຝັກກ່ອນຈະປ່ຽນແປງຮູບຮ່າງໄປເປັນຢ່າງອື່ນທີ່ມີຮູບຮ່າງໜ້າຕາ ແລະ ຂະໜາດແຕກຕ່າງອອກໄປເຊັ່ນ: ດັກແດ້ໂຕແມງວັນ, ດັກແດ້ໂຕຍຸງ, ດັກແດ້ດ້ວງໝາກພ້າວ, ດັກແດ້ແມງ ກະເບື້ອ, ດັກແດ້ແມງຄາມ, ດັກແດ້ແມງກວ່າງ, ດັກແດ້ແລ້ມ້ອນ (ໂຕມ້ອນ), ດັກແດ້ຈັກຈັ່ນ ເປັນຕົ້ນ.

“ດັກແດ້” ເກີດຂຶ້ນໃນຂະບວນວິວັດຂອງແມງໄມ້, ພາຍຫຼັງທີ່ເປັນໜອນ ຫຼື ດ້ວງສະສົມອາຫານ ແລະ ທາດບໍາລູງແລ້ວກໍຈະເຂົ້າຝັກ ເພື່ອຈໍາສິນບໍ່ກີນຫຍັງໄລຍະນຶ່ງກ່ອນຈະກາຍເປັນແມງໄມ້. ການຈາສິນຂອງ ດັກແດ້ຂອງແມງໄມ້ແຕ່ລະຊະນິດຈະມີໄລຍະເວລາແຕກຕ່າງກັນ ອອກໄປກ່ອນຈະປ່ຽນແປງໄປເປັນແມງ ໄມ້ເຕັມຮູບແບບ ເພື່ອສືບພັນກັນຕໍ່ໄປ. “ດັກແດ້” ຍັງໃຊ້ເອີ້ນຫວ້ານແນວໜຶ່ງຫົວນ້ອຍໆຮູບຮ່າງຄ້າຍດັກ ແດ້ ນອນໃນຈໍາພວກຂະໝີ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າດັກແດ້”.

“ດັກແດ້” (1. ຄໍານາມ). ຕົວມ້ອນຢູ່ໃນຝັກຫຼອກ ຊຶ່ງປ່ຽນແປງເພດມາຈາກຮູບຕົວມ້ອນແລ້ວກໍາລັງກາຍ ເປັນບີ້.

ຕົວຢ່າງ:

  • ແມ່ຕູ້ສາ ສາວໄໝມ້ອນດ້ວຍການເອົາຝັກແຫຼ້ມ້ອນທີ່ມີດັກແດ້ຢູ່ໃນມາໃສ່ໝໍ້ນໍ້າອຸ່ນ ແລ້ວນໍາເອົາ ໄຍໃໝຝັກໄປກ້ຽວກັບອຸປະກອນການສາວ ແລະ ສາວເອົາໄໝຈົນໝົດ ເຫຼືອດັກແດ້ ເອີ້ນ ແຫຼ້ ມ້ອນ ຊຶ່ງສາມາດນໍາໄປກິນໄດ້.
  • ແມງກະເບື້ອປະສົມພັນກັນແລ້ວໄປວາງໄຂ່ໄວ້, ຈາກນັ້ນກໍກາຍເປັນໂຕບົ້ງກ່ອນຈະເຂົ້າຝັກເປັນ ດັກແດ້ໄລຍະນຶ່ງກ່ອນກາຍເປັນກະເບື້ອອີກ.

ສະຫຼຸບ.

ຄໍາວ່າ “ດັກແດ້” ແມ່ນຊື່ເອີ້ນທົ່ວໄປຂອງໜອນ ຫຼື ດ້ວງ ທີ່ເຂົ້າຝັກຈໍາສິນໃນໄລຍະເວລາໃດໜຶ່ງກ່ອນ ທີ່ຈະປ່ຽນແປງ ຫຼື ຈະເລີນພັນ ປ່ຽນຮູບຮ່າງຮູບຮ່າງໜ້າຕາ, ຂະໜາດ, ສີສັນຕ່າງໆອອກໄປຈາກດັກແດ້ ຢ່າງຊິ້ນເຊີງ. “ດັກແດ້” ແມ່ນນຶ່ງໃນຂະບວນການຂອງການເຕີບໂຕຂອງສິ່ງມີຊີວິດນັ້ນເອງ. “ດັກແດ້” ຍັງໃຊ້ເອີ້ນຫວ້ານແນວໜຶ່ງຫົວນ້ອຍໆຮູບຮ່າງຄ້າຍດັກແດ້ ນອນໃນຈໍາພວກຂະໝີ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo