ຄຳວ່າ ຄ່າ ແລະ ລາຄາ ມີຄວາມໝາຍແຕກຕ່າງກັນຄືແນວໃດ?
ຄວາມຄືກັນ ແລະ ແຕກຕ່າງກັນຂອງຄຳວ່າ ຄ່າ ແລະ ລາຄາ.
ທຸກໆຄຳເວົ້າໃນພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບທີ່ມີຄວາມໝາຍຄ້າຍຄືກັນ ແຕ່ບໍ່ແມ່ນອັນດຽວກັນ ຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນໃນຊີວິດປະຈຳວັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ຖ້ອຍຄຳທີ່ບໍ່ຖືກຕ້ອງຕາມຈຸດປະສົງທີ່ເຮົາຕ້ອງການກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປ.
ບົດນີ້ຈື່ງຈະຍົກເອົາ ຄຳວ່າ ຄ່າ ແລະ ລາຄາ ມາອະທິບາຍ, ເພາະສອງຄຳນີ້ບາງຄົນອາດຄິດວ່າເປັນຄວາມໝາຍອັນດຽວກັນກໍ່ເປັນໄດ້ ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນຄຳເວົ້າ ແລະ ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາລົງລຶກເຖິງສອງຄຳນີ້ວ່າມັນມີຄວາມໝາຍທີ່ຄ້າຍຄືກັນ ແລະ ແຕກຕ່າງກັນຄືແນວໃດ.
ຄຳວ່າ ຄ່າ.
ເປັນຄຳນາມ : ໝາຍເຖິງການປຽບທຽບລະຫວ່າງວັດຖຸສິ່ງຂອງກັບຊັບສິນ ຫຼື ເງິນເພື່ອໃຫ້ໄດ້ຕາມຄວາມຕ້ອງການ ແລະ ຄວາມເໝາະສົມໃນການປຽບທຽບ, ນອກຈາກນີ້ຍັງສາມາດໃຊ້ໄດ້ກັບການປຽບທຽບໃສ່ກັບຈິດໃຈຂອງຄົນເຮົາໄດ້ອີກດ້ວຍ.
ຕົວຢ່າງ :
- ຮູບໃບນີ້ມັນມີຄຸນຄ່າຫຼາຍກັບຈິດໃຈຂອງຂ້ອຍ
- ເຮືອນຫຼັງນີ້ ກັບ ດິນຕອນນັ້ນຈັ່ງໃດກະມີຄ່າຊ່ຳໆກັນນັ້ນລະ.
- ການທີ່ໄດ້ຮັບໂອກາດໃນການເຮັດວຽກຄັ້ງນີ້ມັນມີຄຸນຄ່່າຫຼາຍກັບຊີວິດຂ້ອຍ.
ຄຳວ່າ ລາຄາ.
ໝາຍເຖິງວັດຖຸສິ່ງຂອງ, ສິນຄ້າ ແລະ ບໍລິການທີ່ຄິດເປັນລາຄາ, ເພາະລາຄາເປັນສິ່ງທີ່ກຳນົດມູນຄ່າຂອງຜະລິດຕະພັນ ແລະ ຍັງກຳນົດຜົນຈາກການດຳເນີນທຸລະກິດຂອງເງິນຕາ ທີ່ໃຊ້ເຂົ້າໃນການແລກປ່ຽນຊື້-ຂາຍຜະລິດຕະພັນ ເຊີ່ງເປັນຈຳນວນເງິນທີ່ຜູ້ຊື້ເຕັມໃຈທີ່ຈະຊຳລະ ແລະ ຜູ້ຂາຍກໍເຕັມໃຈທີ່ຈະຂາຍໃນລາຄາດຽວກັນ.
ຕົວຢ່າງ:
- ລົດຄັນນີ້ຂ້ອຍຊື້ມາໃນລາຄາ 2,000,000 ກີບ.
- ຮ້ານເສີມສວຍຮ້ານນີ້ ບໍລິການສະຜົມຜູ້ຍິງລາຄາພຽງແຕ່ 10,000 ກີບຕໍ່ຄັ້ງ.
- ເສື້ອຜືນນີ້ລາຄາເທົ່າໃດ?
ສະຫຼຸບ.
ຄຳວ່າ ຄ່າ ແລະ ລາຄາ ນັ້ນມັນມີຄວາມກ່ຽວຂ້ອງ ຫຼື ຕໍ່ເນື່ອງກັນໃນການໃຊ້ຊັບພາສາລາວ ດັ່ງນັ້ນກ່ອນທີ່ເຮົາຈະໃຊ້ຄຳສັບໃນການສົນທະນາຈື່ງຄວນໄຈ້ແຍກກ່ອນວ່າຄວນນຳໃຊ້ຄຳໃດ, ໃນກໍລະນີໃດ ເພາະທັງສອງຄຳນີ້ຖ້າເຮົານຳມາໃຊ້ໄປໃນທາງທີ່ບໍ່ຖືກຕ້ອງ ມັນສາມາດເຮັດໃຫ້ຄວາມໝາຍແຕກຕ່າງອອກຈາກຈຸດປະສົງທີ່ເຮົາຕ້ອງການໄດ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo