ອະທິບາຍການຳໃຊ້ ແລະ ຄວາມໝາຍຂອງຄຳວ່າ ກ່ວາ ແລະ ກ່ອນ

SA Game

DooDiDo

ຄຳວ່າ ກ່ວາ ແລະ ກ່ອນ ມີຄວາມໝາຍຄືແນວໃດ?

ພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບທີ່ຍັງເຮັດໃຫ້ເກີດຂໍ້ສົງໃສ ແລະ ຄ້າງຄາໃຈວ່າຄຳໃດ ຄວນເວົ້າໃນກາລະເວລາໃດ ຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນໃນຊີວິດປະຈຳວັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ຖ້ອຍຄຳທີ່ບໍ່ຖືກຕ້ອງຕາມຈຸດສົງທີ່ເຮົາຕ້ອງການກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປກໍ່ເປັນໄດ້ເຊັ່ນ : ຄຳວ່າ “ກ່ວາ“ ແລະ “ກ່ອນ“.

ບົດນີ້​ຈື່ງຈະຍົກເອົາ ຄຳວ່າ  “ກ່ວາ“ ແລະ “ກ່ອນ“.ມາ​ອະ​ທິ​ບາຍ, ເພາະ​ສອງ​ຄຳ​ນີ້ບາງຄົນອາດຄິດວ່າເປັນຄວາມໝາຍອັນດຽວກັນກໍ່ເປັນໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນຄຳເວົ້າ ແລະ ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາລົງລຶກເຖິງສອງຄຳນີ້ວ່າມັນມີຄວາມໝາຍ ແລະ ການນຳໃຊ້ຄືແນວໃດ.

SA Game
DooDiDo

ຄຳວ່າ ກ່ວາ.

ໝາຍເຖິງຄວາມລື່ນກາຍຈາກສິ່ງທີ່ເປັນຢູ່ ແລະ ສາມາດໃຊ້ໄດ້ໃນການປຽບທຽບກັບທຸກໆຢ່າງໃນການໃຊ້ຊີວິດປະຈຳວັນ ບໍວ່່າຈະເປັນວັດຖຸສີ່ງຂອງ, ຍານພາຫະນະ, ບຸກຄົນ, ສັດ ແລະ ອື່ນໆ.

ຕົວຢ່າງ:

  1. ປີນີ້ເຮົາໄດ້ເງິນເປົ້າຫຼາຍກ່ວາທຸກໆປີທີ່ຜ່ານມາ
  2. ຂ້ອຍຄິດວ່າລົດຈັກຄັນສີແດງນີ້ງາມກ່ວາຄັນສີຂາວໃດ໋.
  3. ແຟນໃໝ່ຄົນນີ້ມີນິໄສດີກ່ວາແຟນຄົນເກົ່າຫຼາຍ.
  4. ແມວໂຕນີ້ຕຸ້ຍກ່ວາແມວໂຕນັ້ນເນາະ.

ຄຳວ່າ ກ່ອນ.

ຄຳວ່າກ່ອນ ຖ້າຫາກໃຊ້ປະກອບໃສ່ຫຼັງຄຳນາມບອກເວລາ ໝາຍເຖິງການທີ່ມີເຫດການເກີດຂື້ນລ່ວງໜ້າມາແລ້ວ, ແຕ່ຖ້າໃຊ້ປະກອບໃສ່ໜ້າຄຳນາມບອກເວລາຈະໝາຍເຖິງເຫດການທີ່ຍັງມາບໍ່ຮອດ.

ຕົວຢ່າງ:

  1. ເດືອນກ່ອນນີ້ຂ້ອຍໄດ່ໄປທ່ຽວວັງວຽງກັບຄອບຄົວ.
  2. ຂ່າວໂຕນີ້ຂ້ອຍໄດ້ຍິນມາກ່ອນເຈົ້າແລ້ວ
  3. ມື້ອື່ນຕອນທ່ຽງຂ້ອຍຕ້ອງໄປຮອດຫ້ອງການກ່ອນ 12:00.

ສະຫຼຸບ.

     ຄຳວ່າ “ກ່ວາ“ ແລະ “ກ່ອນ“. ນັ້ນມີຄວາມໝາຍທີ່ແຕກຕ່າງກັນຢ່າງສີ້ນເຊີງ ເພາະຄຳວ່າກ່ວານັ້ນສ່ວນຫຼາຍຈະມັກໃຊ້ໃນການສົມທຽບກັນກັບທຸກໆຢ່າງທີ່ຄົນເຮົານັ້ນຢາກເກັບມາເປັນປະເດັນໃນການສົບທຽບ. ສ່ວນຄຳວ່າກ່ອນ ແມ່ນຈະໃຊ້ກັບໄລຍະເວລາ ອາດຈະເປັນຊ່ວງເວລາໃດໜື່ງທີ່ມີເຫດການເກີດຂື້ນ ກ່ອນ ຫຼື ຫຼັງປະຈຸບັນກໍ່ເປັນໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo