ຄໍາວ່າ ຄວາມຮູ້ສຶກ ໃນ​ພາ​ສາ​ລາວ​ໝາຍ​ຄວາມ​ວ່າ​ແນວ​ໃດ? 

SA Game

DooDiDo

ຄໍາວ່າ ຄວາມຮູ້ສຶກ ມີ​ຄວາມ​ໝາຍ​ໃນ​ພາ​ສາ​ລາວ​ແນວ​ໃດ?

​      ການ​ສຳ​ພັດ​ທີ່​ຮູ້​ສຶກ​ໄດ້​ຈາກ​ສິ່ງພ​າຍນອກ​ສູ່​ພາຍ​ໃນ ແລະ ພາຍ​ໃນ​ສົ່ງ​ອອກ​ມາ​ສະ​ແດງ​ອາ​ການ​ຢູ່​ພາຍນອກ​ເປັນ​ຕົ້ນ​ແມ່ນ​ສີ​ໜ້າ​ທ່າ​ທາງ ອາ​ການ​ຕ່າງໆ ລວມ​ໄປ​ເຖິງການກະທຳບາງ​ຢ່າງ​ທີ່​ສະ​ແດງ​ເຖິງ​ຄວາມ​ຮູ້​ສຶກ​ອອກ​ມາ ແລະ ບາງ​ຄັ້ງ​ກໍ​ອາດ​ຈະ​ເປັນ​ການຮ່າງກາຍເຮັດອອກໄປໂດຍ​ບໍ່​ຮູ້​ສຶກ​ຕົວໂດຍຜ່ານຄວາມ​ຮູ້​ສຶກໃດໜຶ່ງອອກມາໃຫ້ຄົນອຶ່ນໆເຫັນໄດ້.

ຄວາມຮູ້ສຶກແມ່ນ ປະ​ສາດສ່ວນໜຶ່ງຂອງຮ່າງກາຍມີຫຼັກສະນະຄ້າຍຄືເສັ້ນໄຍມີໜ້າທີ່ນຳຄຳສັ່ງ ແລະ ຄວາມຮູ້ສຶກອອກຈາກສະໝອງ ຫຼື ອະໄວຍະວະທຸກສ່ວນຂອງຮ່າງກາຍໂດຍໝາຍເຖິ່ງຈິດໃຈ ຫຼື ແນວຄິດຂອງຄົນເຮົາທີ່​ເຮົາ​ສາ​ມາດ​ຮູ້​ສຶກ​ໄດ້ ໃນ​ນີ້​ຈະ​ຂໍ​ນຳ​ເອົາ​ຄວາມ​ຄິດ​ຄວາມ​ເຫັນ​ສ່ວນ​ຕົວ ແລະ ບາງ​ຕອນ​ຈາກວັດ​ຈະ​ນາ​ນຸກ​ົມ​ພາ​ສາ​ລາວ​ມາ​ອະ​ທິ​ບາຍ ແລະ ຍົກ​ຕົວ​ຢ່າງ​ໃຫ້​ເຂົ້າ​ໃຈ​ການ​ນຳ​ໃຊ້​ໄປ​ນຳ​ກັນ.

SA Game
DooDiDo

 ຄຳ​ວ່າ ຄວາມຮູ້ສຶກ 

ແມ່ນການສະແດງອອກຈາກການກະທຳຄົນໆໜຶ່ງໄດ້ຮັບຮູ້ ແລະ ຈັບຕ້ອງເຖິ່ງສີງຕ່າງໆທີ່ມາກະທົບໃສ່ຕົວເຮົາເອງ, ເຊິງການກະທຳນັ້ນອາດຈະແມ່ນເຮົາເຮັດໄປເອງ ຫຼື ຈາກຄົນອຶ່ນທີ່ເຮັດອອກມາແລ້ວມາກະ​ທົບຕໍ່​ຄວາມຮູ້ສຶກຂອງເຮົາ ໃຫ້ເຮົາມີແນວຄິດນ້ອຍອົກນ້ອຍໃຈ ຫຼື ເສຍໃຈໃນສິງນັ້ນກໍ່ຄືຄວາມຮູ້ສຶກເຊັ່ນ: ການຮ້ອງໃຫ້, ຫົວ, ມ່ວນຊື່ນ.

ຕົວ­ຢ່າງ: 

  • ເສຍ​ດາຍ​ເດ! ຂ້ອຍມີເງິນສີບຫ້າພັນກີບຂ້ອຍຈະເອົາໄປຊື້ແພແດງແຕ່ຂ້ອຍໄດ້ເຮັດເງິນຕົກໝົດເລີຍ.
  • ຂ້ອຍ​ຄິດ​ຮອດ​ແມ່​ຫລາຍ, ແມ່ຂ້ອຍຈາກຂ້ອຍໄປແຕ່ຂ້ອຍຍັງນ້ອຍ
  • ຫຼ້ານ້ອຍລາວດີໃຈຫຼາຍປ້າຂອງລາວຈະພາໄປທ່ຽວ
  • ຂ້ອຍດີໃຈຫຼາຍແມ່ຂອງຂ້ອຍຈະພາໄປຢາມບ້ານເກີດ
  • ປີນີ້ຂ້ອຍຮູ້​ສືກວ່າ​ຮຽນ​ເຂົ້າ​ໃຈ​ດີຫລາຍ, ທັງເສັງໄດ້ເປັນທີ່ໜຶ່ງທັງສອງພາກຮຽນ
  • ບອກ​ຄວາ​ມ​ຮູ້​ສຶກ​ກັບ​ແມ່, ຂ້ອຍຮັກແມ່ຂອງຂ້ອຍທີ່ສຸດ

ສະຫຼຸບ. 

ຄໍາວ່າ ຄວາມຮູ້ສຶກ ໝາຍ​ເຖິງ ຄວາມຄິດ, ຄວາມເສຍໃຈ, ດີໃຈ, ສິງທີ່ສຳພັດຈັບຕ້ອງໄດ້ລວມທັງທາງຮ່າງກາຍ ແລະ ຈິດໃຈ.​

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo