ຄຳວ່າ “ກາກ” ແລະ “ຂີ້ກາກ” ມີຄວາມໝາຍອັນດຽວກັນບໍ່?
ອະທິບາຍຄວາມຄືກັນ ແລະ ຕ່າງກັນ ຂອງຄຳວ່າ “ກາກ” ແລະ “ຂີ້ກາກ”.
“ກາກ” ແມ່ນວັດສະດຸເຫຼືອ ຫຼື ເສດຂອງທີ່ຄັດເອົາແຕ່ສ່ວນດີອອກໄປນໍາໃຊ້ແລ້ວ. ສ່ວນຄໍາວ່າ “ຂີ້ກາກ” ເມື່ອໄດ້ຍີນຄໍານີ້ ເພາະແມ່ນພະຍາດຊະນິດນຶ່ງທີ່ເຮັດໃຫ້ໜ້າລໍາຄານ ຊຶ່ງພະຍາດຊະນິດນີ້ສ່ວນ ໃຫຍ່ມັກຈະເກີດກັບຜູ້ຊາຍ. ແຕ່ຖ້າເປັນສໍານວນ ຫຼື ຄໍາເວົ້າແມ່ນໃຜກະບໍ່ຢາກຖືກເວົ້າໃຫ້ເພາະມັນເປັນຄໍາທີ່ຖືກດູຖູກຢຽດຢາມ ຫຼື ເວົ້າໃຫ້ຈາກຄົນອື່ນ.
ສະນັ້ນເພື່ອເປັນການນຳໃຊ້ໃຫ້ຖືກຕ້ອງ ແລະ ເໝາະສົມຕາມຫຼັກໄວຍະກອນຂອງພາສາລາວ ຕ້ອງໄດ້ທໍາຄວາມເຂົ້າໃຈກ່ອນ. ການອອກສຽງຄໍາວ່າ “ກາກ” ແລະ “ຂີ້ກາກ” ກາກໃນທັງ 2 ແມ່ນອອກສຽງຄືກັນ. ສໍາລັບຄວາມໝາຍຂອງແຕ່ລະສັບແມ່ນມີດັ່ງລຸ່ມນີ້:
ຄວາມໝາຍຄຳວ່າ “ກາກ”:
ໝາຍເຖິງ ເສດຂອງທີ່ຄັດເອົາແຕ່ສ່ວນດີອອກແລ້ວດັ່ງຕົວຢ່າງ: ກາກເຂົ້າ, ກາກອ້ອຍ; ກາກນໍ້າຕານ ແລະ ກາກແປ້ງມັນຕົ້ນ.
ຕົວຢ່າງ:
- ໃນການລ້ຽງງົວ ແລະ ເຮັດຫົວອາຫານໃຫ້ງົວກີນ ເພື່ອຈະເລີນເຕີບໂຕໄວ ເຮົາຄວນເອົາກາກນໍ້າ ຕານໄປຫົດປະສົມເຟືອງ ເພື່ອເພີ່ມລົດຊາດໃຫ້ແກ່ມັນໃນການກີນ ຊຶ່ງຈະເຮັດໃຫ້ກີນໄດ້ຫຼາຍຂຶ້ນ ແລະ ມີນໍ້າໜັກດີ.
- ໂຮງງານຜະລິດແປ້ງມັນຕົ້ນ ໄດ້ຖີ້ມກາກມັນຕົ້ນຊະຊາຍ ເຮັດໃຫ້ທໍາລາຍສີ່ງແວດລ້ອມໃນວົງ ກວ້າງ ຊຶ່ງມັນໄດ້ສົ່ງກີ່ນເໝັນໄປຫຼາຍກີໂລແມັດ, ເຮັດໃຫ້ນໍ້າໜອງຄອງບືງເນົ່າສົ່ງຜົນໃຫ້ປາຕາຍ.
- ໃນປະເທດທີ່ຈະເລີນແລ້ວ ເຂົາເຈົ້ານໍາເອົາກາກອ້າຍໄປຜະລິດເປັນເຈ້ຍ ເພື່ອຮັກສາສີ່ງແວດລ້ອມ.
ຄວາມໝາຍຄຳວ່າ “ຂີ້ກາກ”:
ໝາຍເຖິງ ພະຍາດຜິວໜັງຊະນິດນຶ່ງ ເປັນຂອບ ແລະ ມີອາການຄັນ ຊຶ່ງສ່ວນໃຫຍ່ມັກເກີດຂຶ້ນກັບເພດ ຊາຍ. ອີກຄວາມໝາຍໜຶ່ງແມ່ນການເວົ້າສຽດສີ ແລະ ດູຖູກ ບາງກໍລະນີກະເປັນການຢອກຄົນອື່ນ.
ຕົວຢ່າງ:
- ທ້າວ ສຸກສັນ ລາວເປັນຂີ້ກາກໃສ່ຫວ່າງຂາ ເປັນເວລາຫຼາຍເດືອນ ເຮັດໃຫ້ລາວນັ່ງໆລຸກໆ ຍ້ອນ ອາການຄັນຂີ້ກາກ ແຕ່ພາຍຫຼັງທີ່ລາວໄດ້ໄປຫາໝໍເພື່ອປີ່ນປົວ ດຽວນີ້ລາວຫາຍດີເປັນປົກກະຕິແລ້ວ.
- ສາເຫດທີ່ເຮັດໃຫ້ສອງສ່ຽວເຂົາເຈົ້າຕີກັນຈົນຫົວແຕກ ແລະ ຂຸມຕາຂຽວ ຍ້ອນຄົນໜຶ່ງເວົ້າໃຫ້ຄົນ ໜຶ່ງວ່າບັກຂີ້ກາກເອີຍ.
- ໂອຍ! ຍ່າງໄວແດ່ ຢ່າຍ່າງຊ້າຄືຄົນຄັນຂີ້ກາກຫຼາຍ.
ສະຫຼຸບ
ການນໍາໃຊ້ຄຳທັງສອງມີຄວາມໝາຍ ແລະ ການນໍາໃຊ້ແຕກຕ່າງກັນໂດຍຄຳວ່າ “ກາກ” ແມ່ນສີ່ງເສດ ເຫຼືອຈາກສີ່ງໃດໜຶ່ງ ສ່ວນ “ຂີ້ກາກ” ແມ່ນພະຍາດຊະນິດໜຶ່ງ, ເປັນຄໍາເວົ້າດູຖູກ ຫຼື ຢອກຫຼີ້ນຄົນອື່ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo