ຄຳວ່າ “ຫາງ” ແລະ “ຫ່າງ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ຫາງ” ແລະ “ຫ່າງ”.

ໃນ​ພາ​ສາ​ລາວ​ຫຼາຍ​ຄຳທີ່ອອກສຽງໃກ້ຄຽງກັນ ແຕ່ຊໍ້າພັດ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ ສະ​ນັ້ນເພື່ອເປັນ​ການ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ ວ່າ​ເຮົາຄວນ​ໃຊ້​ຄຳ​ໃດ​ແທ້​​ ​ຈິ່ງ​ຈະແທດເໝາະ ແລະ ການ​ສະ​ກົດ​ຄຳ​​ໃຫ້​ຖືກ​ຕ້ອງ​ຕາມຫຼັກ​ໄວ​ຍະ​ກອນ​ຂອງ​ພາ​ສາ​ລາວ ຕ້ອງໄດ້ມີການສຶກສາໃຫ້ເຂົ້າໃຈຢ່າງລະອຽດສາກ່ອນ.

ດັ່ງທີ່ຮູ້ນໍາກັນແລ້ວວ່າປະເທດລາວມີການໃຊ້ຫຼາຍສໍານຽງ ຖ້າຟັງບໍ່ດີບາງຄໍາກໍ່ອາດເຮັດໃຫ້ເຂົ້າໃຈຜິດໃດ້ ເປັນຕົ້ນຄຳ​ວ່າ ​ຫາງ ແລະ ຫ່າງ ເຫັນວ່າການອອກສຽງໃກ້ຄຽງກັນອາດເຮັດໃຫ້ສັບສົນໃນການນຳໃຊ້ແຕ່ມີ​​ຄວາມ​ໝາຍ​ແຕກ​ຕ່າງ​ກັນ, ເພາະວ່າສອງຄຳນີ້ມີສຽງອັນດຽວກັນ ຕ່າງແຕ່ສຽງສູງ ກັບສຽງຕໍ່າ. ສໍາລັບ ຄວາມໝາຍ ລວມທັງການນໍາໃຊ້ ແມ່ນມີດັ່ງລຸ່ມນີ້:

DooDiDo

ຄວາມໝາຍຄຳ​ວ່າ “ຫາງ”:

1). ສ່ວນທ້າຍແຫ່ງລຳຄີງຂອງສັດ ຕໍ່ກົ້ນອອກໄປ, ຂົນແຫ່ງສັດຈຳພວກນົກ ທີ່ຢູ່ສ່ວນກົ້ນ,

2). ສ່ວນຍາວທີ່ຕໍ່ລຳຄີງອອກໄປ ດັ່ງ ຫາງບັ້ງໄຟ, ຫາງໂຕຫນັງສື, ສ່ວນເສດທີ່ເອົາຂອງດີອອກແລ້ວ ດັ່ງ ຫາງກະທິ

ຕົວ​ຢ່າງ:

  • ງົວກະທິງໂຕນັ້ນ ໂຕໃຫຍ່ ຫາງຍາວ ແບບບໍ່ເຄີຍເຫັນມາກ່ອນ
  • ​ນົກຍຸງເປັນນົກທີ່ງາມ ແລະ ມີເອກະລັກ ສາມາດກາງຫາງອອກໄດ້ ແລະ ງາມຫຼາຍ.
  • ໂອຍ! ວຽກຫຼາຍຍາວປານຫາງວ່າວເລີຍຊ່ວງໂຄວິດ-19 ລະບາດນີ້

ຄວາມໝາຍຄຳ​ວ່າ “ຫ່າງ”:

ຍະອອກໄກກັນ, ໄກ, ບໍ່ຕິດກັນ, ຫ່າງເຫີນກັນໄປ, ໄກກັນໄປ, ບໍ່ຄຸ້ນກັນດັ່ງແຕ່ເກົ່າ.

ຕົວ​ຢ່າງ:

  • ຊ່ວງນີ້ໂຄວິດ-19 ລະບາດ ຂໍໃຫ້ທຸກທ່ານຮັກສາໄລຍະຫ່າງ ຕາມທາງການເພີ່ນໄດ້ປະກາດ ຫຼື ຢູ່ຫ່າງໆກັນຊົ່ວຄາວກ່ອນກະໄດ້ຖ້າສະພາບການປົກກະຕິແລ້ວຄ່ອຍມາຫາກັນ.
  • ສຸພາສິດລາວເວົ້າວ່າ “ພີ່ນ້ອງສາມປີບໍ່ຂຶ້ນເຮືອນເປັນຄົນອື່ນ” ດັ່ງນັ້ນຈົ່ງຢ່າຫ່າງເຫີນກັນເດີ ໃຫ້ໄປ ມາຫາສູ່ ໄປພຸ້ນກີນປາມາພີ້ກີນເຂົ້າ.

ສະ​ຫຼຸບ

ການນໍາໃຊ້ຄຳທັງສອງມີຄວາມໝາຍ ແລະ ການນໍາໃຊ້ແຕກຕ່າງກັນໂດຍຄຳ​ວ່າ “ຫາງ” ແມ່ນຄໍານາມໝາຍ ເຖິງສີ່ງທີ່ຍາວຕໍ່ສ່ວນທ້າຍຂອງໂຕສັດ ແລະ ສິ່ງຂອງຈໍານວນໜຶ່ງ. ສ່ວນ ຄຳ​ວ່າ “ຫ່າງ” ແມ່ນການບໍ່ຢູ່ຕິດກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo