ຄຳວ່າ ສີມື ແລະ ຝີມື ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ສີ​ມື ແລະ ຝີ​ມື.

ໃນ​ພາ​ສາ​ລາວ​ຫລາຍໆ​ຄຳ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ ແລະ ຫລາຍໆ​ຄຳ​ກໍ​ມີ​ຄວາມ​ໝາຍ​ທີ່​ໃກ້​ຄຽງ​ກັນສະ​ນັ້ນ​ການ​ທີ່​ຈະ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ​ແທ້​ກໍ​ຕ້ອງ​ໄດ້​ສືກ​ສາ​ລົງ​ເລີກ​ອີກກວ່າ​ປົກ​ກະ​ຕິ, ວ່າ​ເຮົາຄວນ​ໃຊ້​ຄຳ​ໃດ​ແທ້​​ໃນພາ​ສາ​ລາວ​ ​ຈິ່ງ​ຈະ​ເໝາະ​ສົມ ແລະ ຈະ​ສະ​ກົດ​ຄຳ​ແບບ​ໃດ​ໃຫ້​ຖືກ​ຕ້ອງ​ຕາມ​ຫລັກ​ໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ.

ໃນພາສາລາວຄຳ​ວ່າ​ ສີ​ມື ແລະ ຝີ​ມື ມີ​ທັງ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ກັນ ແລະ ມີ​ຄວາມ​ໝາຍ​ຄ້າຍ​ຄື​ກັນເລັກ​ນ້ອຍ ແລະ ບາງ​ຄວາມ​ໝາຍ​ສາ​ມາດ​ໃຊ້​ແທນ​ກັນ​ໄດ້ ເຊິງ​ອິງ​ໃສ່​ບາງສ່ວນຈາກວັດຈະນານຸກົມພາສາລາວມາ​ເປັນ​ບ່ອນ​ອິງ​ໃສ່​ເພື່ອອະທິບາຍ ແລະ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄໍາສັນ​ນີ້ ໃຫ້​ລະ​ອຽດ​.

SA Game
DooDiDo

ຄຳວ່າ ສີ​ມື.

ສີ​ມື ເປັນ​ຄຳ​ທີ່​ໃຊ້​ການ​ຂຽນ​ໃນ​ທາງ​ການ ໝາຍ​ເຖິງສິ່ງ​ທີ່​ເຮັດ​ອອກມາ​ດ້ວຍ​ຄວາມ​ສາ​ມາດ, ເຮັດ​ໃຫ້​ເຫັນ, ສ້າງ​ສິ​ລະ​ປະ​ດ້ວຍ​ມື, ຫລື ເວົ້າ​ໄດ້​ວ່າ​ເປັນ​ທັກ​ສະ​ຄວາມ​ສາ​ມາພິ​ເສດທີ່​ເຮັດ​ດ້ວຍ​ມື​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມາດ ແລະ ຊຳ​ນິຊຳ​ນານ.

ຕົວ​ຢ່າງ:

ສີ​ມື​ຂອງ​ການ​ແຕ້​ມ​ຂອງ​ເຈົ້າ​ນີ້​ງົດ​ງາມ​ຫລາຍ.

ນັກ​ກິ​ລາ​ລາວ​ມີ​ສີ​ມື​ໃນ​ການ​ຍິງ​ທະ​ນູ​ດີ.

ສີ​ມື​ໃນ​ການ​ປ່ຽນ​ໄພ້​ຂອງ​ເຈົ້າ​ນີ້​ບໍ່​ທຳ​ມະ​ດາ​ນໍ

ຄຳວ່າ ​ຝີ​ມື.

ມີ​ຄວາມ​ໝາຍ​ວ່າ​ ​ເປັນ​ຕຸ່ມ​ໃຫຍ່ໆ ແລະ ມີ​ໜອງ ຢູ່​ມື, ແຕ່​ກໍ​ມີ​ຫລາຍໆ​ຄົນ​ຍັງ​ໃນ​ໃນ​ຄວາມ​ໝາຍ​ດຽວ​ກັນ​ກັບ​ສີ​ມື​, ເຊິງ​ອາດ​ຈະ​ເປັນ​ບາງ​ແຂວງ ແລະ ບາງ​ເຂດ​ທີ່​ໃຊ້​ຄຳ​ເວົ້າ​ນີ້, ແຕ່​ໃນ​ທາງ​ການ​ໃນ​ການ​ສະ​ກົດ​ແລ້ວອາດ​ຈະ​ຍັງ​ບໍ່​ຖືກກັບ​ຫລັກ​ການ​ປານ​ໃດ.

ຕົວ​ຢ່າງ:

​ລຸງ​ຂອງ​ຂ້ອຍ​ລາວ​ເປັນ​ຝີ​ຢູ່​ມື, ເອີ້ນ​ວ່າ​ຝີ​ມື.

ຝີ​ມື​ໃນ​ການ​ຫລິ້ນ​ກີ​ຕ້າ​ຂອງ​ຂ້ອຍ​ນີ້​ສຸດຍອດ​ເລີຍ (ຝີ​ມື ອາດ​ຈະ​ບໍ່​ເປັນ​ທາງ​ການ​ປານ​ໃດ​ໃນ​ພາ​ສາ​ລາວ).

ສະ​ຫລຸບ.

ສີ​ມື ເປັນ​ຄຳ​ທີ່​ໃຊ້​ການ​ຂຽນ​ໃນ​ທາງ​ການ ໝາຍ​ເຖິງສິ່ງ​ທີ່​ເຮັດ​ອອກມາ​ດ້ວຍ​ຄວາມ​ສາ​ມາດ, ເຮັດ​ໃຫ້​ເຫັນ, ສ້າງ​ສິ​ລະ​ປະ​ດ້ວຍ​ມື, ຫລື ເວົ້າ​ໄດ້​ວ່າ​ເປັນ​ທັກ​ສະ​ຄວາມ​ສາ​ມາພິ​ເສດທີ່​ເຮັດ​ດ້ວຍ​ມື​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມາດ ແລະ ຊຳ​ນິຊຳ​ນານ.ສ່ວນ ຝີ​ມື ມີ​ຄວາມ​ໝາຍ​ວ່າ​ ​ເປັນ​ຕຸ່ມ​ໃຫຍ່ໆ ແລະ ມີ​ໜອງ ຢູ່​ມື.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo