ກອງປະຊຸມສາມຝ່າຍເພື່ອຄວາມປອດໄພ ແລະ ສຸຂະພາບແຮງງານ
ກອງປະຊຸມສາມຝ່າຍເພື່ອການພັດທະນາຄວາມປອດໄພ ແລະ ສຸຂະພາບແຮງງານ
ໃນວັນທີ 22.4.2022 ທີ່ນະຄອນຫຼວງວຽງຈັນໄດ້ມີການຈັດກອງປະຊຸມປືກສາຫາລືສາມຝ່າຍ ແລະ ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການພັດທະນາແຜນງານຄວາມປອດໄພ ແລະ ສຸຂະພາບແຮງງານ ແຫ່ງຊາດ 5 ປີ ຄັ້ງທີ 3 (2022-2026). ເປັນປະທານໂດຍ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ມີບັນດາ ຜູ້ຕາງໜ້າສູນກາງສະຫະພັນກໍາມະບານ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ.
ທ່ານ ນາງ. Ujita YUKA ອະວຸໂສຜູ້ຊຽວຊານອົງການແຮງງານສາກົນ ປະຈໍາບາງກອກ (ໄທ); ທ່ານ ນາງ. ເຂັມພອນ ເຜົ່າຄໍາແກ້ວ ຜູ້ປະສານງານອົງການແຮງງານສາກົນປະຈໍາ ສປປ ລາວ; ຕາງໜ້າຊຽວຊານອົງການແຮງງານສາກົນ-ສ.ເກົາຫຼີ ປະຈໍາບາງກອກ (ໄທ); ທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ອົງການແຮງງານສາກົນ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ແລະ ຂະແໜງການກ່ຽວຂ້ອງອອ້ມຂາ້ງເຂົ້່າຮວ່ມ.
ກອງປະຊຸມດັ່ງກ່າວ, ແມ່ນເພື່ອປຶກສາຫາລື ຮ່າງແຜນງານຄວາມປອດໄພ ແລະ ສຸຂະພາບແຮງງານ (OSH) ແຫ່ງຊາດ 5 ປີ ຄັ້ງທີ III (2022-2026) ຂອງສປປ ລາວ; ເພື່ອກໍານົດວິໃສທັດ, ພັນທະກິດ ແລະ ແຜນງານຫຼັກທີ່ເປັນບຸລິມະສິດ. ພ້ອມນີ້ ໂຄງການສ້າງ ແລະ ປັບປຸງຂອບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ (OSH) ຢູ່ສປປ ລາວ ໂດຍໄດ້ຮັບການຮ່ວມມືດ້ານວິຊາການ ແລະ ງົບປະມານ ໂຄງການຮ່ວມມື ILO-Korea ທີ່ມີຫ້ອງການປະຈໍາຢູ່ບາງກອກ ປະເທດໄທ.
ເປົ້າໝາຍລວມຂອງໂຄງການແມ່ນສ້າງ ແລະ ເສີມຂະຫຍາຍຂອບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ ສປປ ລາວ ໂດຍສະເພາະແມ່ນການສົ່ງເສີມວຽກງານການປັບປຸງນິຕິກໍາ ກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານ, ສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຮັບຜິດຊອບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາຄວາມປອດໄພ ແລະ ສຸຂະພາບແຮງງານໃນຫົວໜ່ວຍແຮງງານໃຫ້ນັບມື້ດີຂື້ນກວ່າເກົ່າຫລາຍຂຶ້ນ.