ທ່ານ ນາງ ວິລາວັນ ເຍ່ຍ​ປໍ​ເຮີ່ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີກາຊັກສະຖານ

SA Game

ກະຊວງການຕ່າງປະເທດ

ຍື່ນສານຕາຕັ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ​ສະຫະ​ພັນ​ຣັດ​ເຊຍ

ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ​ສະຫະ​ພັນ​ຣັດ​ເຊຍ ທ່ານ ນາງ ວິລາວັນ ເຍ່ຍ​ປໍ​ເຮີ່ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Kassym-Jomart Tokayev, ປະທານາທິບໍດີ ແຫ່ງ ສາທາລະນະ​ລັດກາຊັກສະຖານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະ​ລັດກາຊັກສະຖານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສ. ຣັດເຊຍ ວັນ​ທີ 19 ເມສາ 2022 ຜ່ານມາ.

ໃນພິທີ​ຍື່ນ​ສານ ໄດ້​ມີ​​ບັນດາເອກອັກຄະລັດຖະທູດປະເທດຕ່າງໆ ​ເຂົ້າ​ຮ່ວມ​ທັງຫມົດ 10 ປະເທດ, ຊຶ່ງລວມມີ ປະເທດ ກູບາ, ສປປ ລາວ, ໂດມານີແກນ, ອາເຈນຕິນາ, ບັງກາລາເທດ, ເປຣູ, ຣູອານດາ, ເບນິນ, ນີເກເຣຍ ແລະ ຈາດ.

ກ່ອນ​ໜ້າມື້ຍື່ນ​ສານ​ຕາ​ຕັ້ງ​ຢ່າງເປັນ​ທາງ​ການ, ​ວັນ​ທີ 18 ເມສາ 2022 ທ່ານ ທູດເຮົາ ໄດ້​ເຂົ້າ​ຢ້ຽມຂໍ່ານັບ​ ທ່ານ Adil Kapanovich Tursunov, ຮອງລັດຖະມົນຕິກະຊວງການຕ່າງປະເທດ ກາຊັກສະຖານ ​ເພື່ອ​ຍື່ນ​ສຳ​ເນົາ​ສານ​ຕາ​ຕັ້ງ

SA Game
ກະຊວງການຕ່າງປະເທດ

ໃນໂອກາດດັ່ງກ່າວນັ້ນ, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ກາຊັກສະຖານ ແລະ ໄດ້ປຶກສາຫາລື ກ່ຽວກັບແຜນການພົວພັນ ໃນຕໍ່ຫນ້າ.

ໃນ​ໂອກາດ​ການ​ຍື່ນ​ສານຕາຕັ້ງ, ທ່ານ Kassym-Jomart Tokayev, ປະທານາທິບໍດີ ແຫ່ງ ສາທາລະນະ​ລັດກາຊັກສະຖານ ໄດ້​ອອກ​ຄຳ​ເຫັນ ແລະ ໄດ້​ເນັ້ນ​ຫນັກເຖິງ ສະພາບ​ການ​ທາງດ້ານ​ພູມ​ສາດ-​ການ​ເມືອງ ​ແລະ ພື້ນຖານ​ເສດຖະກິດ​ໃນ​ທົ່ວໂລກ​ ໃນໄລຍະຜ່ານ​ມາ ເຫັນວ່າພົບຄວາມ​ຫຍຸ້ງຍາກ​ທີ່​ສຸດ, ເນື່ອງຈາກ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ກາຍເປັນບົດທົດສອບທີ່ຮ້າຍແຮງ ສໍາລັບປະເທດຂອງພວກເຮົາ.

ຄຽງ​ຄູ່​ກັນ​ນັ້ນ, ຄວາມ​ເຄັ່ງ​ຕຶງ​ທີ່ກຳລັງ​ເກີດ​ຂຶ້ນ ທີ່ກ່ຽວພັນກັບ​ການ​ພົວພັນ​ສາກົນ​ໃນປັດຈຸບັນ ກໍ່​ໄດ້ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ໃນທົ່ວໂລກ. ​ພ້ອມນັ້ນ, ທ່ານ​ ປະທານາທິບໍດີກາຊັກສະຖານ ກໍ່​ໄດ້​ສະ​ແດງ​ຄວາມ​ມຸ້ງຫວັງ​ ໃຫ້ມີການແກ້​ໄຂ​ຂໍ້ຂັດ​ແຍ່ງ​ທີ່ກຳລັງເກີດຂື້ນ​ຢ່າງ​ຮີບດ່ວນ ​ແລະ ຍຸຕິ​ທຳ​ ໂດຍອີງຕາມ​ກົດ​ບັດຂອງອົງການ ສປຊ.

ໃນໂອກາດດຽວກັນ ທ່ານ Kassym-Jomart Tokayev ໄດ້ກ່າວວ່າ: ກາຊັກສະຖານ ແມ່ນກຽມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ສະຫນັບສະໜູນ ຢ່າງເຕັມທີ່.

ສະນັ້ນ, ​ເພື່ອ​ເປັນການກໍ່ສ້າງ​ລັດ ໃນສະພາບການທີ່ມີ​​ການ​ແຂ່ງຂັນ, ມີປະຊາທິປະ​ໄຕ ​ແລະ ມີສັງຄົມ​ຢ່າງ​ແທ້​ຈິງ, ພວກເຮົາ ຈຶ່ງມີຄວາມຈຳເປັນທີ່ຈະກ້າວໄປສູ່​ການ​ພັດທະນາ​ສາຍພົວພັນ​ມິດຕະພາບ​ ທີ່​ເປັນ​ມູນ​ເຊື້ອ ແລະ ເສີມສ້າງມິດຕະພາບ ​ກັບ​ບັນດາ​ປະ​ເທດຕ່າງໆ​ໃນທົ່ວ​ໂລກ.

ພ້ອມທັງໄດ້ກ່າວເຖິງຜົນສຳເລັດໃນການພັດທະນາເສດຖະກິດສັງຄົມ ຂອງກາຊັກສະຖານ ແລະ ພ້ອມນັ້ນ, ທ່ານ Kassym-Jomart Tokayev ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທູດປະເທດຕ່າງໆ ທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສາທາລະນະ​ລັດກາຊັກສະຖານ ຢ່າງເປັນທາງການ, ໃນນັ້ນ ລວມທັງ ທ່ານ ທູດເຮົາ ແລະ ກໍ່ໄດ້ອວຍພອນປີໃຫມ່ລາວ ພສ 2565 ທີ່ຫາກໍ່ຜ່ານພົ້ນໄປຫວ່າງບໍ່ດົນມານີ້.

ພ້ອມດຽວກັນນັ້ນ, ທ່ານ ທູດເຮົາ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເປັນເອກອັກຄະລັດຖະທູດ ປະຈຳ ສາທາລະນະລັດກາຊັກສະຖານ

ແລະ ພ້ອມທັງ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໃຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ກາຊັກສະຖານ, ລວມທັງ ປະຊາຊົນ ກາສັກສະຖານ ທຸກຖ້ວນຫນ້າ, ຊຶ່ງເພິ່ນກໍ່ໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕໍ່າແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການຕ່າງປະເທດ