ປະຊຸມການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ປະຈຳປີ 2021

SA Game

ຮສສ

ເປີດກອງປະຊຸມຄະນະກຳມະການຄຸ້ມຄອງຊ່ວຍເຫຼືອເດັກ ເອັສໂອເອັສລາວ ປະຈຳປີ 2021

ໄດ້​ມີ​ການ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ເດັກ​ເອັ​ສ​ໂອ​ເອັ​ສ​ໃນວັນທີ 25 ເມສາ 2022 ທີ່ ເຮືອນຮັບແຂກ ກະຊວງ ຮສສ, ນະຄອນຫຼວງວຽງຈັນ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ປະທານຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ

ໂດຍມີ ທ່ານ ເລນນິດ ເຈນ ປະທານບ້ານຊ່ວຍເຫຼືອເດັກ ເອັສໂອເອັສ ປະຈຳພາກພື້ນອາຊີປາຊີຟິກ, ມີບັນດາ ທ່ານຄະນະກຳມະການຄຸ້ມຄອງບ້ານຊ່ວຍ ເຫຼືອ ເດັກ ເອັສໂອເອັສ ຈາກຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ແຂວງຫຼວງ ພະບາງ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ຈໍາປາສັກ ພ້ອມດ້ວຍ ຄະນະອຳນວຍການ ຫ້ອງການປະສານງານໂຄງການ, ຄະນະອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍເອັສ ໂອເອັສ ແລະ ໂຮງຮຽນ ເອັສໂອເອັສ ແຮກມານມາຍເນີ ທີ່ໄດ້ເຂົ້າຮ່ວມ

SA Game
ຮສສ

ປະຈຸບັນ ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ທັງ 6 ແຫ່ງ ໃນອບເຂດທົ່ງປະເທດ ແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຫຼາຍດ້ານ, ເຊິ່ງສະແດງອອກໃນການປັບປຸງ ບ້ານຊ່ວຍ ເຫຼືອເດັກເອັສໂອເອັສ ດ້ວຍການສ້າງນິຕິກຳ; ປັບປຸງລະບົບກົນໄກການປະສານງານ ຢູ່ແຕ່ລະຂັ້ນ; ປັບປຸງ ການຄຸ້ມຄອງບໍລິຫານ, ມາດຕະຖານຄຸນນະພາບການບໍລິການ, ລະບົບການ ລາຍງານ ແລະ ການຕິດຕາມ ກວດກາ; ສົ່ງເສີມໃຫ້ບ້ານຊ່ວຍເຫຼືອເດັກ ມີຄວາມມຍືນຍົງ ໂດຍການປຸກລະ ດົມຂົນຂວາຍ ການມີສ່ວນ ຮ່ວມຈາກສັງຄົມໃຫ້ຫຼາຍຂື້ນ. ພ້ອມດຽວກັນ ກໍຍົກສູງຄວາມຮັບຜິດຊອບຂອງພະນັກງານຄູ, ຜູ້ສຶກສາ ອົບຮົມເດັກ, ຫົວໜ້າເຍົາວະຊົນ, ພະນັກງານຂັ້ນບ້ານ ແລະ ພະນັກງານທັງໝົດ ທີ່ພວມປະຈຳການ ເຮັດໜ້າທີ່ ຂອງຕົນເປັນຢ່າງດີ. ປະຈຸບັນມີເດັກນ້ອຍ ທີ່ຢຸ່ ໃນການຄຸ້ມຄອງຂອງໂຄງການທັງໝົດ 984 ຄົນ ຍິງ 438 ຄົນ.

ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ໃນນາມປະທານຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ ໄດ້ມີຄຳເຫັນບາງຕອນສຳຄັນວ່າ: ຄຽງຄູ່ ກັບຜົນສໍາເລັດ ພວກເຮົາຍັງມີສິ່ງທ້າທ້າຍບາງອັນ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງໃຫ້ດີ ເປັນຕົ້ນ: ຍັງມີແມ່-ນ້າສາວ ແລະ ພະນັກງານ ເອັສໂອເອັສ ຈຳນວນໜຶ່ງ ລາອອກຈາກວຽກ ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການຮັບສະໝັກ, ສິ້ນເປືອງ ງົບປະມານໃນການສ້າງບຸກຄະລາກອນໃໝ່

SA Game
ຮສສ

ຜົນການຮຽນຂອງຊາວໜຸ່ມ ເອັສໂອເອັສ ຈຳນວນໜຶ່ງ ບໍ່ດີເທົ່າທີ່ຄວນ ເຮັດໃຫ້ການສອບເສັງເຂົ້າໂຮງຮຽນອາຊີວະ, ວິທະຍາໄລ, ມະຫາວິທະຍາໄລບໍ່ຜ່ານ ແລະ ຜູ້ທີ່ຮຽນຈົບ ບາງຈໍານວນຍັງພົບຄວາມຫຍຸ້ງຍາກ ໃນການຊອກວຽກ ເຮັດງານທຳ; ຜູ້ໃຫ້ທຶນສະໜັບສະໜູນ ມີທ່າອ່ຽງຫຼຸດຜ່ອນຄ່າໃຊ້ຈ່າຍ ສຳລັບໂຮງຮຽນອະນຸບານ ແລະ ໂຮງຮຽນ SOS ເຮີແມນມາຍເນີ, ການຊອກຫາແຫຼ່ງທຶນສະໜັບສະໜູນຢູ່ພາຍໃນປະເທດ ຍັງມີຈຳກັດ; ການດໍາເນີນການ ສຶກສາຄວາມເປັນໄປໄດ້ໃນການ ມອບ-ໂອນ ໂຮງຮຽນ SOS ເຮີແມນມາຍເນີ ໃຫ້ລັດ ເປັນຜູ້ຄຸ້ມຄອງ ບໍລິຫານ ຍັງບໍ່ສາມາດສໍາເລັດຕາມກໍານົດເວລາ ທີ່ກໍານົດໄວ້ ເນື່ອງຈາກຕ້ອງໄດ້ເອົາຂໍ້ມູນ ລະອຽດດ້ານບຸກຄະລາກອນຄູ ຕິດພັນກັບການສະໜອງໂກ່ຕ້າຄູ ແລະ ງົບປະມານ ສໍາລັບການຄຸ້ມຄອງ ບໍລິຫານ.

ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການສະຫຼຸບລາລາຍງານ ຕີລາຄາການຈັດຕັ້ງ ປະຕິບັດ ວຽກງານໂຄງການ ບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ໃນໄລຍະໜື່ງປີທີ່ຜ່ານມາ ແລະ ທິດທາງແຜນການ ປີ 2022 ແລະ ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາໃນດ້ານຕັ້ງໜ້າ, ຂໍ້ຄົງຄ້າງ-ບັນຫາສີ່ງທ້າທ້າຍ, ບົດຮຽນທີ່ຖອດຖອນໄດ້ ແລະ ວິທີການແກ້ໄຂໃນຊຸມປີຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານບ້ານຊ່ວຍ ເຫຼືອເດັກນ້ອຍເອັສໂອເອັສລາວ ມີປະສິດທິຜົນສູງຂື້ນກວ່າເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຮສສ