ຄໍາວ່າ “ສ່ອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ
ອະທິບາຍຄໍາວ່າ “ສ່ອງ” ມີຄວາມໝາຍແນວໃດ?
ການທີ່ຈະເບິ່ງສິ່ງໃດໜຶ່ງທີ່ຢູ່ຫ່າງໄກ ຫຼື ມີສິ່ງກີດຂວາງເຮັດໃຫ້ຢາກໃນການເບິ່ງເຫັນຕ້ອງໄດ້ໃຊ້ກ້ອງສ່ອງ ຫຼື ຊອກຫາບ່ອນທີ່ສາມາດເບິ່ງເຫັນໄດ້, ເຊິ່ງອາດຈະເປັນຝາທີ່ມີປ່ອງ ຫຼື ຮູ ເລັກໆນ້ອຍໆທີ່ສາຍຕາເຮົາສາມາດເບິ່ງລອດໄປເຫັນໄດ້ນັ້ນກໍຄືຄຳວ່າ ສ່ອງ.
ຄໍາວ່າ “ສ່ອງ” ໝາຍເຖິງໝາຍເຖິງການເບິ່ງຕາມປ່ອງ, ເບິ່ງຕາມບ່ອນທີ່ເປັນຮູ, ຫຼື ຢາກເວົ້າໃຫ້ລະອຽດກໍ່ໝາຍເຖິງ ການທີ່ເຮົາສຸມສາຍຕາຜ່ານປ່ອງ, ຜ່ານຮູເພື່ອເບິ່ງສິ່ງໃກສິ່ງໜື່ງເຊັ່ນ: ການສ່ອງກ້ອງເບິ່ງດາວ, ສ່ອງກ້ອງເບິ່ງເຊື້ອແບັດທີເລຍ ຫຼື ຈຸລິນຊີຕ່າງໆ, ສ່ອງຕາມບ່ອນທີ່ມີປ່ອງມີຮູເພື່ອເບິ່ງເຫັນສິ່ງໃດສິ່ງໜຶ່ງ.
ສ່ອງ ອີກຄວາມໝາຍໜຶ່ງທີ່ສາມາດໃຊ້ໄດ້ກໍຄື ຄວາມແຈ້ງສະຫວ່າງທີ່ສາມາດລອດໄປອີກຈຸດໜຶ່ງໄດ້ເປັນຕົ້ນແມ່ນການສ່ອງໄຟສາຍໄປໃສ່ບ່ອນທີ່ມີຄວາມມືດເບິ່ງເຫັນໄດ້ຢາກເຊັ່ນ ແສງຕາວັນສ່ອງລົງມາສູ່ພື້ນດິນ ແລະ ອື່ນໆ
ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄຳວ່າ ສ່ອງ
ຄຳວ່າ ສ່ອງໄດ້ແບ່ງອອກເປັນ 2 ປະເພດຄຳຄື :
- ສ່ອງເປັນຄຳກິລິຍາ: ໝາຍເຖິງການເບິ່ງຕາມປ່ອງ, ເບິ່ງຕາມບ່ອນທີ່ເປັນຮູ, ຫຼື ຢາກເວົ້າໃຫ້ລະອຽດກໍ່ໝາຍເຖິງ ການທີ່ເຮົາສຸມສາຍຕາຜ່ານປ່ອງ, ຜ່ານຮູເພື່ອເບິ່ງສິ່ງໃກສິ່ງໜື່ງເຊັ່ນ:
ຕົວຢ່າງ:
- ຜູ່ຄົນກ່ຳລັງສ່ອງກ້ອງເບິ່ງດາວ
- ທ່ານໝໍໄດ້ສ່ອງກ້ອງຈຸລະທັດເບິ່ງເຊື້ອຈຸລິນຊີ
- ສ່ອງເປັນຄຳວິເສດ: ໝາຍເຖິງ ຄວາມແຈ້ງ, ໃສ, ສະຫວ່າງ ເຊັ່ນ
ຕົວຢ່າງ:
- ດວງຕາເວັນໄດ້ສ່ອງແສງລົງມາສູ່ພື້ນດິນ
- ສົມຈັນມີຄວາມເຊື້ອໝັ້ນຕໍ່ການນຳພາອັນສະຫຼາດສ່ອງໃສຂອງພັກ.
ສະຫຼຸບ.
ຄຳວ່າສ່ອງສາມາດເປັນໄດ້ 2 ປະເພດຄຳຄື: ຄຳກິລິຍາ ແລະ ຄຳວິເສດ, ໝາຍເຖິງການເບິ່ງຕາມປ່ອງ, ເບິ່ງຕາມບ່ອນທີ່ເປັນຮູ, ອີກຄວາມໝາຍໜຶ່ງທີ່ສາມາດໃຊ້ໄດ້ກໍຄື ຄວາມແຈ້ງສະຫວ່າງທີ່ສາມາດລອດໄປອີກຈຸດໜຶ່ງໄດ້ເປັນຕົ້ນແມ່ນການສ່ອງໄຟສາຍໄປໃສ່ບ່ອນທີ່ມີຄວາມມືດເບິ່ງເຫັນໄດ້ຢາກ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo