ຄໍາວ່າ “ຊ່ອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊ່ອງ” ​ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄຳ​ວ່າ ຊ່ອງ ຖ້າ​ຈະ​ເວົ້າ​ວ່າ​ຄ້າຍ​ຄື​ກັບ ຄຳ​ວ່າ ສ່ອງ ກໍ​ບໍ່​ຜິດ​ຫລາຍ​ປານ​ໃດ ເນືອງ​ຈາກ​ມີ​ຄວາມ​ຄ້າຍ​ຄື​ກັນ​ບາງ​ຢ່າງ​ເຊັ່ນ​ວ່າ ຊ່ອງ​ຄວາມ​ໝາຍ​ກໍ​ຄື​ການ​ທີ່​ມີ​ຊ່ອງ​ທີ່​ສາ​ມາດ​ເຂົ້າ​ຜ່ານ​ໄປ​ໄດ້ ຫຼື ຊ່ອງ​ທາງ​ຕ່າງໆ​ໃນ​ການ​ທີ່​ຈະ​ເຂົ້າ​ໄປ ຫຼື ຜ່ານ​ໄປ ບໍ່​ວ່າ​ຈະ​ເປັນ​ຊ່ອງ​ຂອງ​ເສັ້ນ​ທາງ​ໃນ​ການ​ຈະ​ເດີນ​ທາງ​ໄປ ຫຼື ຊ່ອງ​ທາງ​ຕ່າງໆ​ໃນ​ການ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ, ອາດ​ຈະ​ເປັນ​ຊ່ອງ​ທາງ​ໃນ​ການ​ເຮັດ​ທຸ​ລະ​ກິດ, ຊ່ອງ​ທາງ​ໃນ​ການ​ທີ່​ຈະ​ໄດ້​ວຽກ ແລະ ອື່ນໆ

ຄຳ​ວ່າ ຊ່ອງອາດ​ຈະ​ແຍກ​ໄດ້​ສອງ​ແບບ ກໍ​ຄື ໃຊ້​ໃນ​ທາງ​ຮູບ​ປະ​ທຳ ແລະ ນາມ​ມະ​ທຳ ທີ່​ຈະ​ພົບ​ວ່າ​ໄດ້​ນຳ​ໃຊ້​ຕະ​ຫລອດ​ກໍ​ແມ່ນ​ ຊ່ອງ​ທາງໃນ​ການ​ເດີນ​ທາງ​ໄປ​ສະ​ຖານ​ທີ່​ຕ່າງໆ ແລະ ຊ່ອງ​ທາງ​ທີ່​ໃຊ້​ໃນ​ການ​ເຂົ້າ​ເຖິງ​ເຊັ່ນ​ວ່າ ຊ່ອງ​ທາງ​ໃນ​ການ​ຈະ​ໄດ້​ເຂົ້າ​ເຮັດວຽກ​ງານໃນ​ສະ​ຖາ​ບັນ​ໃດ​ໜຶ່ງ, ຊ່ອງ​ທາງ​ໃນ​ການ​ແກ້​ບັນ​ຫາ, ຊ່ອງ​ທາງ​ໃນ​ການ​ຫາ​ເງິນ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າຊ່ອງ

ຄຳວ່າຊ່ອງສາມາດເປັນໄດ້ແຕ່ປະເພດຄຳນາມ ທີ່ບົງບອກເຖິງ ປ່ອງ, ຮູ, ທາງ, ລະຫວ່າງ ຫຼື ບ່ອນຫວ່າງຂອງສະຖານທີ່ ທີ່ມີບ່ອນຕຶບໜາທັງສອງຂ້າງ, ແລະ ຄຳວ່າຊ່ອງນີ້ ສ່ວນຫຼາຍຈະມັກປະສົມກັບຄຳອື່ນເຊັ່ນ: ຊ່ອງແຄບ, ຊ່ອງວ່າງ, ຊ່ອງທາງ ແລະ ອື່ນໆ.

ຕົວຢ່າງ:

  1. ທາງນ້ຳຍາວຢູ່ລະຫວ່າງດິນ ຫຼື ເກາະດອນເຊືື່ອມຕໍ່ທະເລທັງສອງຂ້າງດັ່ງ ຊ່ອງແຄບມະລະກາ.
  2. ເປັນຫຍັງຈື່ງເຮັດໃຫ້ເກີດມີຊ່ອງວ່າງລະຫວ່າງເຈົ້າກັບເຂົາ.
  3. ເຈົ້າມີຊ່ອງທາງໃນການແກ້ໄຂບັນຫາແລ້ວບໍ່?

ສະຫຼຸບ:

   ຄຳວ່າ ຊ່ອງ  ມີ​ຄວາມ​ໝາຍ​ເຖິງ​ຊ່ອງ​ທາງ​ໃນ​ການ​ເດີນ​ທາງ​ໄປ​ສູ່​ເປົ້າ​ໝາຍ​ບໍ່​ວ່າ​ຈະ​ເປັນ​ໃນ​ຮູບ​ແບບ ຮູບ​ປະ​ທຳ ຫຼື ນາມ​ມະ​ທຳ ແລະ ຍັງມີ​ຄວາມ​ໝາຍ​ຄ້າຍ​ຄື​ກັບ​ສ່ອງ​ແຕ່ສາມາດເປັນໄດ້ພຽງຄຳນາມເທົ່ານັ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo