ຄໍາວ່າ “ແຂວງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຂວງ” ມີຄວາມໝາຍແນວໃດ?

ຄໍາວ່າ “​ແຂວງ” ໝາຍເຖິງຂອບ​ເຂດດິນ​ແດນ ໃນເຂດການປົກຄອງຂອງຕົວເອງຕາມການແບ່ງໃນປະເທດ ນຶ່ງໆ ໂດຍປະກອບມີຫຼາຍເມືອງໂຮມເຂົ້າກັນກາຍເປັນແຂວງ. ແຂວງມີເຈົ້າແຂວງປົກຄອງ ຊຶ່ງມີອໍານາດໃນການບໍລິຫານໃຫຍ່ກວ່າເຈົ້າເມືອງ, ​ແຕ່ລະ​ແຂວງມີຂະໜາດ​​ໃຫຍ່ນ້ອຍ ແລະ ມີປະຊາກອນບໍຄືກັນ ຂຶ້ນ ກັບຈຸດພິເສດຂອງແຕ່ລະເຂດ. “​ແຂວງ” ໃນປະເທດລາວແມ່ນທຽບເທົ່າກັບ “​ຈັ່ງຫວັດ” ໃນປະເທດໄທ.

ໃນ​ປະ​ເທດ​ລາວ​ແບ່ງ​ການ​ປົກຄອງ​ອອກ​ເປັນ 17 ​ແຂວງ ​ແລະ 1 ນະຄອນ​ຫຼວງ ເຊັ່ນ: ແຂວງຜົ້ງສາລີ, ແຂວງຫົວພັນ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງພະບາງ, ແຂວງໄຊສົມ ບູນ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນາເຂດ, ແຂວງສາລະວັນ, ແຂວງເຊກອງ, ແຂວງຈໍາປາສັກ, ແຂວງອັດຕະປື ແລະ ນະຄອນ ຫຼວງວຽງຈັນ​

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ​ແຂວງ”.

“​ແຂວງ” (1. ຄໍານາມ). ແດນ, ເຂດແຂວງ, ເຂດແຄ້ວນ, ແວ່ນແຄ້ວນ,

ຕົວຢ່າງ:

  • ​ແຂວງ​ທີ່​ມີ​ເນື້ອ​ທີ່​ໃຫຍ່​ກວ່າ​ໝູ່​ແມ່ນ​ແຂວງ​ສະຫວັນ​ນາ​ເຂດ ຊຶ່ງແຂວງດັ່ງກ່າວມີປະຊາກອນຫຼາຍກວ່າໝູ່ເຊັ່ນກັນອີກ.
  • ແຂວງທີ່ຢູ່ເໜືອສຸດປະເທດລາວແມ່ນແຂວງຜົ້ງສາລີ ສ່ວນແຂວງໃຕ້ສຸດແມ່ນແຂວງຈໍາປາສັກ ຊຶ່ງຫ່າງຈາກກັນປະມານ 700 ກິໂລແມັດ.
  • ຂ້ອຍເປັນຄົນຕ່າງແຂວງ ທີ່ໄດ້ເຂົ້າມາຮໍ້າຮຽນຢູ່ນະຄອນຫຼວງວຽງຈັນຈົນຈົບ ແລະ ໄດ້ເຮັດວຽກຖາວອນຢູ່ແຫ່ງນີ້ເລີຍ.

ສະຫຼຸບ.

ຄໍາວ່າ “​ແຂວງ” ແມ່ນການແບ່ງຂອບ​ເຂດດິນ​ແດນ ແລະ ການປົກຄອງຕ່າງກັນອອກໄປ ປົກຄອງໂດຍເຈົ້າແຂວງ ແຂວງແມ່ນປະກອບມີຫຼາຍເມືອງໂຮມເຂົ້າກັນ. “​ແຂວງ” ໃນພາສາລາວໝາຍເຖິງ “​ຈັ່ງຫວັດ” ໃນພາສາໄທ. ​ປະ​ເທດ​ລາວ​ແບ່ງ​ການ​ປົກຄອງ​ອອກ​ເປັນ 17 ​ແຂວງ ​ແລະ 1 ນະຄອນ​ຫຼວງ ເພື່ອສະດວກໃນການປົກຄອງ ແລະ ກະຈາຍອໍານາດ ໂດຍແບ່ງເປັນ 3 ພາກໃຫຍ່ ຄື ພາກເໜືອ, ພາກກາງ ແລະ ພາກໃຕ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo