ຄໍາວ່າ “ມັງກອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ
ອະທິບາຍຄໍາວ່າ “ມັງກອນ” ມີຄວາມໝາຍແນວໃດ?
ຄໍາວ່າ “ມັງກອນ” ໝາຍເຖິງສັດສັກສິດ, ສັດໃນຕໍານານຂອງຈີນແນວນຶ່ງທີ່ໂດ່ງດັງໄປທົ່ວໂລກ ເປັນສັນ ຍາລັກໂດດເດັ່ນອັນນຶ່ງຂອງຈັກກະພັດ ແລະ ວັດທະນາທໍາຈີນ. ມີລໍາໂຕຍາວຄືກັນກັບງູ ມີແຂ້ວຂະໜາດ ໃຫຍ່ຄູ່ນຶ່ງ, ມີໜວດຍາວລັກສະນະຄືກັນກັບໄມ້ເລືອ ແລະ ມີແຜງຄໍຄືກັນກັບໂຕສິງຢູ່ເທິງຄໍ ຄາງ ແລະ ຂໍ້ ສອກ, ມີເກັດສີຂຽວເຂັ້ມທົ່ວບໍລິເວນລໍາຕົວ. ມັງກອນມີຂາ 4 ຂາ.
ນອກຈາກນີ້, “ມັງກອນ” ຍັງໝາຍເຖິງເດືອນ 1 ຫຼື ເດືອນເລີ່ມຕົ້ນຂອງປີ (ຕາມປະຕິທິນສາກົນ) ຊຶ່ງເປັນ ເດືອນທີ່ຢູ່ຫຼັງເດືອນ 12 ແລະ ຢູ່ກ່ອນເດືອນ 2. ໃນເດືອນ 1 ປະກອບດ້ວຍຈໍານວນວັນ 31 ວັນແຕກ ຕ່າງຈາກເດືອນ 2 ທີ່ມີພຽງ 28 ວັນ ແຕ່ 4 ປີໃດຈະມີ 29 ວັນ ເທື່ອນຶ່ງ. ເດືອນ 1 ເອີ້ນຕາມເດືອນ ລາວ ຫຼື ຕາມຮິດສິບສອງຄອງສິບສີ່ແມ່ນເອີ້ນເດືອນອ້າຍ ນັ້ນເອງ.
ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄຳວ່າ “ມັງກອນ”.
“ມັງກອນ” (1. ຄໍານາມ). ສັດແນວແນວນຶ່ງໃນນິຍາຍຂອງຈີນ ຮູບຄືແຂ້ (ມັງກຣ, ມກຣາ). ເດືອນມັງ ກອນ, ເດືອນ 1.
ຕົວຢ່າງ:
- ມື້ວານນີ້ເບີ່ງໜັງຈີນກໍາລັງພາຍໃນ, ພະເອກສາມາດໃຊ້ພະລັງເປັນຮູບໂຕມັງກອນເພື່ອຈັດການ ກັບສັດຕູຈໍານວນຫຼາຍ.
- ໃນເດືອນນຶ່ງມີການສະຫຼອງຫຼາຍງານບຸດ ດັ່ງ ບຸນປີໃໝ່ສາກົນ, ວັນສ້າງຕັ້ງກອງທັບ, ເທດສະ ການກິນຈຽງຂອງຊາວຈີນ, ຫວຽດນາມ ແລະ ມົ້ງ.
ສະຫຼຸບ.
ຄໍາວ່າ “ມັງກອນ” ແມ່ນສັດສັກສິດ ແລະ ເປັນສັນຍາລັກຂອງປະເທດຈີນ, ເປັນ ສັດໃນຕໍານານຂອງຈີນ ຍາວຄືກັນກັບງູ ມີ 4 ຕີນ, ມີແຂ້ວ, ມີໜວດຍາວ ແລະ ມີແຜງຄໍຄືກັນກັບໂຕສິງຢູ່ເທິງຄໍ ຄາງ ແລະ ຂໍ້ ສອກ, ມີເກັດສີຂຽວເຂັ້ມທົ່ວໂຕ. ນອກຈາກນີ້, “ມັງກອນ” ແມ່ນເດືອນ 1 ຫຼື ເດືອນອ້າຍ, ໃນເດືອນ 1 ມີວັນ 31 ວັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo