ຄໍາວ່າ “ປະເທດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປະເທດ” ມີຄວາມໝາຍແນວໃດ?

ຄໍາວ່າ “ປະເທດ” ຫຼື ປະເທດຊາດ ໝາຍເຖິງຂອບເຂດດິນແດນ ຫຼື ຜືນແຜ່ນດິນທີ່ຢູ່ອາໃສຂອງຄົນຊາດ ນຶ່ງໃນຮູບແບບເປັນລັດໜຶ່ງ ຫຼື ຫຼາຍລັດລວມກັນກໍມີ ເຊັ່ນ: ປະເທດທີ່ມີ 1 ລັດ ມີ ປະເທດລາວ, ປະ ເທດໄທ, ປະເທດຫວຽດນາມ, ປະເທດສີລັງກາ, ປະເທດຍີ່ປຸ່ນ, ປະເທດເກົາຫຼີ ເປັນຕົ້ນ. ສໍາລັບປະເທດ ທີ່ມີຫຼາຍລັດສ່ວນ ໃຫຍ່ເປັນປະເທດມີຂະໜາດກວ້າງໃຫຍ່ເຊັ່ນ: ປະເທດສະຫະລັດອາເມລິກາ, ປະເທດ ສະຫະລັດອາລັບ ອາມີເລດ, ປະເທດມຽນມາ ເປັນຕົ້ນ. ບາງປະເທດແບ່ງເປັນຫຼາຍມົນທົນ, ຫຼາຍເຂດປົກ ຄອງ ກໍມີ.

“ປະເທດ” ໃດນຶ່ງມີການປົກຄອງເປັນຂອງຕົນເອງໃນຮູບແບບຂອງການເມືອງຢ່າງໃດນຶ່ງບໍ່ຂຶ້ນກັບປະເທດ ອື່ນ ຫຼື ການຄອບງໍາໃນຮູບແບບຕ່າງໆ ເຮົາເອີ້ນປະເທດເອກະລາດ, ໃນກໍລະນີທີ່ປະເທດໃດນຶ່ງຕົກເປັນ ຫົວເມືອງຂຶ້ນ ຫຼື ຢູ່ໃຕ້ບັງຄັບບັນຊາ ຫຼື ການສັ່ງການ ລວມທັງການປົກຄອງຂອງປະເທດອື່ນ ເຮົາເອີ້ນ ປະເທດສະລາດ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າປະເທດ”.

“ປະເທດ” (1. ຄໍານາມ). ບ້ານເມືອງ, ແຜ່ນດິນທີ່ຢູ່ຂອງຄົນຊາດນຶ່ງ.

ຕົວຢ່າງ:

  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສ້າງຕັ້ງຂຶ້ນວັນທີ 2 ທັນວາ ປີ ຄສ 1975 ເປັນປະເທດເອກະລາດ ມີອະທິປະໄຕເປັນຂອງຕົນເອງບໍ່ຂຶ້ນກັບໃຜ.
  • ປະເທດນິວຊີແລນ, ອົດສະຕາລີ, ແຄນນາດາ ແລະ ປະເທດອີກຈໍານວນນຶ່ງແມ່ນນອນໃນເຄືອ ຈັກກະພົບຂອງປະເທດອັງກິດ.

ສະຫຼຸບ.

ຄໍາວ່າ “ປະເທດ” ປະເທດຊາດ ກໍວ່າໝາຍດິນແດນໃນເຂດປົກຄອງຂອງຄົນຊາດ ທີ່ມີອະທິປະໄຕ ເປັນ ຂອງຕົນເອງ, ໃນໂລກນີ້ປະເທດທີ່ມີພຽງ 1 ລັດກໍມີຫຼາຍ ແລະ ບາງປະເທດກໍມີຫຼາຍລັດລວມກັນ, ບາງ ປະເທດແບ່ງການປົກຄອງເປັນຫຼາຍມົນທົນ, ຫຼາຍເຂດປົກຄອງ ກໍມີ. “ປະເທດ” ທີ່ມີອະທິປະໄຕ ເປັນ ຂອງຕົນເອງເອີ້ນ ປະເທດເອກະລາດ. ສ່ວນປະເທດທີ່ຂຶ້ນກັບປະເທດອື່ນ ຫຼື ຖືກຄອບງໍາໂດຍປະເທດອື່ນ ເອີ້ນ ປະເທດສະລາດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo