ຄໍາວ່າ “ລະດູ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລະດູ” ມີຄວາມໝາຍແນວໃດ?

ຄໍາວ່າ “ລະດູ” ຫຼື ລະດູການ ໝາຍເຖິງຍາມ ຫຼື ສະໄໝຂອງການແບ່ງເວລາໃນນຶ່ງປີໄປຕາມສະພາບດິນ ຟ້າອາກາດ ຫຼື ຕາມລັກສະນະການປ່ຽນແປງໃນ 1 ປີ. ສໍາລັບຢູ່ປະເທດລາວ ແລະ ຂົງເຂດອ້ອມຂ້າງທີ່ ມີພູມສັນຖານ, ອາກາດໄກ້ຄຽງກັນ ໄດ້ກໍານົດ ຫຼື ແບ່ງອອກເປັນ 3 ລະດູ ຄື: ລະດູໜາວເລີມເດືອນຕຸລາ ຫາເດືອນກຸມພາ, ລະດູຮ້ອນແຕ່ເດືອນກຸມພາຫາເດືອນພືດສະພາ ແລະ ລະດູຝົນຈາກເດືອນພືດສະພາຫາ ເດືອນຕຸລາ. ແຕ່ສໍາລັບບາງປະເທດແບ່ງອອກເປັນ 4 ລະດູກໍມີ.

ນອກຈາກນີ້, “ລະດູ” ຍັງໃຊ້ເວົ້າ ຊຶ່ງໝາຍເຖິງປະຈໍາເດືອນ ຫຼື ການຕົກເລືອດຂອງແມ່ຍິງທີ່ເປັນສາວຂຶ້ນ ໄປກ່ອນເປັນໄວທອງໃນແຕ່ລະເດືອນ. ປະຈໍາເດືອນມີປະຈໍາເດືອນທີ່ອອກເປັນສີແດງ ຊຶ່ງຫຼາຍຄົນເຂົ້າໃຈ ວ່າເປັນເລືອດແຕ່ໃນທາງການແພດແມ່ນການຕົກໄຂ່ ແລະ ປະຈໍາເດືອນທີ່ເປັນສີຂາວ ຊຶ່ງເປັນເລືອດປະ ຈໍາເດືອນທີ່ອອກມາເພາະຕິດພະຍາດ ຫຼື ເປັນພະຍາດຍິງ ທົ່ວໄປເອີ້ນ ລົງຂາວ ນັ້ນເອງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລະດູ”.

“ລະດູ” (1. ຄໍານາມ). ສ່ວນນຶ່ງຂອງປີທີ່ແບ່ງອອກເປັນສາມລະດູຕາມລັກສະນະຂອງອາກາດ ລະດູລະ 4 ເດືອນ ຄື: ລະດູຝົນ, ລະດູໜາວ, ລະດູຮ້ອນ. ຍາມ, ສະໄໝ ກໍວ່າ ດັ່ງ “ຫຼິງດູຟ້າມືດກຸ້ມ ເປັນຮົມນະ ຄອນຫຼວງພຸ້ນເຍີ ລະດູເດືອນດົນດ່ວນມາເຖິງເຄົ້າ”. ເລືອດທີ່ອອກປະຈໍາເດືອນຂອງສະຕີ ຫຼື ຂອງແມ່ຍິງ ມີສອງສີ ຄື ສີແດງ ແລະ ສີຂາວ ຊຶ່ງສີແດງເປັນເລືອດປະຈໍາເດືອນທີ່ອອກປົກກະຕິ, ສ່ວນສີຂາວເປັນ ເລືອດປະຈໍາທີ່ອອກເພາະເປັນພະຍາດລົງຂາວ.

ຕົວຢ່າງ:

  • ພໍໃກ້ເຂົ້າລະດູຝົນ ຊາວນາພາກັນຕົກກ້າ ເພື່ອກະກຽມເຮັດນາຕາມລະດູການ ເພາະໄດ້ຜົນຜະລິດ ຫຼາຍກວ່າການເຮັດນາແຊງ.
  • ນັກຮຽນສາວທ້ອງປັ້ນຍ້ອນເລືອດປະຈໍາເດືອນລົງຫຼາຍຈົນໄດ້ໄປໂຮງໝໍ ເພື່ອກວດສຸຂະພາບ.

ສະຫຼຸບ.

ຄໍາວ່າ “ລະດູ” ຫຼື ລະດູການ ແມ່ນການແບ່ງຍາມ, ສະໄໝ ຫຼື ເວລາໃນນຶ່ງປີຕາມຄວາມແຕກຕ່າງຂອງ ດິນຟ້າອາກາດ. ຢູ່ປະເທດລາວແບ່ງເປັນ 3 ລະດູ ຄື: ລະດູໜາວ, ລະດູຮ້ອນ ແລະ ລະດູຝົນ. ແຕ່ບາງ ປະເທດກໍມີ 4 ລະດູ. ນອກຈາກນີ້, “ລະດູ” ຍັງໝາຍເຖິງປະຈໍາເດືອນ ຫຼື ການຕົກເລືອດປະຈໍາເດືອນ ຂອງແມ່ຍິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo