ກອງ​ປະ​ຊຸມ​ສາມ​ຝ່າຍ​ເພື່ອ​ຄວາມ​ປອດ​ໄພ ແລະ ສຸ​ຂະ​ພາບ​ແຮງ​ງານ

SA Game

ຮສສ

ກອງ​ປະ​ຊຸມ​ສາມ​ຝ່າຍ​ເພື່ອ​ການ​ພັດ​ທະ​ນາຄວາມ​ປອດ​ໄພ ແລະ ສຸ​ຂະ​ພາບ​ແຮງ​ງານ

ໃນວັນທີ 22.4.2022 ທີ່ນະຄອນຫຼວງວຽງຈັນໄດ້​ມີ​ການ​ຈັດກອງປະຊຸມປືກສາຫາລືສາມຝ່າຍ ແລະ ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການພັດທະນາແຜນງານຄວາມປອດໄພ ແລະ ສຸຂະພາບແຮງງານ ແຫ່ງຊາດ 5 ປີ ຄັ້ງທີ 3 (2022-2026). ເປັນປະທານໂດຍ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ມີບັນດາ ຜູ້ຕາງໜ້າສູນກາງສະຫະພັນກໍາມະບານ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ.

ທ່ານ ນາງ. Ujita YUKA ອະວຸໂສຜູ້ຊຽວຊານອົງການແຮງງານສາກົນ ປະຈໍາບາງກອກ (ໄທ); ທ່ານ ນາງ. ເຂັມພອນ ເຜົ່າຄໍາແກ້ວ ຜູ້ປະສານງານອົງການແຮງງານສາກົນປະຈໍາ ສປປ ລາວ; ຕາງໜ້າຊຽວຊານອົງການແຮງງານສາກົນ-ສ.ເກົາຫຼີ ປະຈໍາບາງກອກ (ໄທ); ທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ອົງການແຮງງານສາກົນ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ແລະ ຂະແໜງການກ່ຽວຂ້ອງອອ້ມຂາ້ງເຂົ້່າຮວ່ມ.

SA Game
ຮສສ

ກອງປະຊຸມດັ່ງກ່າວ, ແມ່ນເພື່ອປຶກສາຫາລື ຮ່າງແຜນງານຄວາມປອດໄພ ແລະ ສຸຂະພາບແຮງງານ (OSH) ແຫ່ງຊາດ 5 ປີ ຄັ້ງທີ III (2022-2026) ຂອງສປປ ລາວ; ເພື່ອກໍານົດວິໃສທັດ, ພັນທະກິດ ແລະ ແຜນງານຫຼັກທີ່ເປັນບຸລິມະສິດ. ພ້ອມນີ້ ໂຄງການສ້າງ ແລະ ປັບປຸງຂອບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ (OSH) ຢູ່ສປປ ລາວ ໂດຍໄດ້ຮັບການຮ່ວມມືດ້ານວິຊາການ ແລະ ງົບປະມານ ໂຄງການຮ່ວມມື ILO-Korea ທີ່ມີຫ້ອງການປະຈໍາຢູ່ບາງກອກ ປະເທດໄທ.

SA Game
ຮສສ

ເປົ້າໝາຍລວມຂອງໂຄງການແມ່ນສ້າງ ແລະ ເສີມຂະຫຍາຍຂອບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ ສປປ ລາວ ໂດຍສະເພາະແມ່ນການສົ່ງເສີມວຽກງານການປັບປຸງນິຕິກໍາ ກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານ, ສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຮັບຜິດຊອບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາຄວາມປອດໄພ ແລະ ສຸຂະພາບແຮງງານໃນຫົວໜ່ວຍແຮງງານໃຫ້ນັບມື້ດີຂື້ນກວ່າເກົ່າຫລາຍຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຮສສ