ລັດຖະມົນຕີ ລົງ​ຕິດ​ຕາມ​ບັນ​ດາ​ຕະ​ຫລາດ​ໃນ​ນະ​ຄອນ​ຫລວງວ​ຽງ​ຈັນ

SA Game

ພາບ​: laoedaily.com

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຢ້ຽມ​ຢາມ​ຊາວຄ້າຂາຍຢູ່​ບັນ​ດາ​ ຕະຫລາດ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງຢ້ຽມຢາມ ຕະຫຼາດໜອງຈັນ (ຂົວດິນ), ຕະຫຼາດບຶງທາດຫຼວງ ແລະ ຕະຫຼາດມໍຊໍ(ເຂດດົງໂດກ) ໃນວັນທີ 15 ກໍລະກົດ 2021 ຜ່ານ​ມາ,  ໂດຍໄດ້ຮັບການຕ້ອນຮັບຈາກຫ້ອງວ່າການປົກຄອງນະຄອນຫຼວງ, ບັນດາເຈົ້າເມືອງ, ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ພ້ອມທັງບັນດາເຈົ້າຂອງຕະຫຼາດດັ່ງກ່າວ.

ການລົງຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຕະຫຼາດ, ວຽກງານຄຸ້ມຄອງສິນຄ້າ, ລາຄາ ແລະ ຄ່າບໍລິການ, ການປົກປ້ອງຜູ້ຊົມໃຊ້, ການຈັດສັນຄວາມສະອາດ, ສະດວກປອດໄພ ພາຍໃນຕະຫຼາດ ກໍຄືຄວາມພ້ອມ ແລະ ການປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຮັບຟັງການລາຍງານ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງຫົວໜ່ວຍທຸລະກິດ, ຕົວແທນຊາວຄ້າຂາຍ ແລະ ຄະນະຈັດສັນຕະຫຼາດໃນແຕ່ລະແຫ່ງ.

SA Game
ພາບ​: laoedaily.com

ຕະຫຼາດໜອງຈັນ(ຂົວດິນ) ແມ່ນໜຶ່ງໃນກິດຈະການຂອງບໍລິສັດ ລຽງເຮັງການຄ້າ ແລະ ບໍລິການຈັດສັນຕະຫຼາດ ຈຳກັດ ເປັນການລົງທຶນພາຍໃນ 100%, ອອກຊື່ທ່ານ ບຸນກອງ ແສງດາລາ ສັນຊາດລາວ, ມີທຶນຈົດທະບຽນ 20,3ຕື້ກີບ; ຕະຫລາດມີເນື້ອທີ່ທັງໝົດ 27.001 ຕາແມັດ; ເນື້ອທີ່ອາຄານ 20.000 ຕາແມັດ.

ໃນຕະຫລາດມີຫ້ອງບໍລິການໃຫ້ເຊົ່າ ຂາຍສິນຄ້າ 607 ຫ້ອງ (ນໍາໃຊ້ແລ້ວ 606 ຫ້ອງ), ໂຕະບໍລິການໃຫ້ເຊົ່າເພື່ອຂາຍສິນຄ້າ 329 ໂຕະ (ນຳໃຊ້ແລ້ວ 320 ໂຕະ), ຈໍານວນລໍ້ທີ່ບໍລິການປົກກະຕິ 139 ຄັນ, ປະເພດສິນຄ້າທີ່ບໍລິການຂາຍພາຍໃນຕະຫຼາດ ມີ ເຄື່ອງໃຊ້ປະຈຳວັນ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ ແລະ ບໍລິໂພກ (ສະບຽງອາຫານ:

ຊີ້ນປາ, ພືດຜັກ, ໝາກໄມ້) ແລະ ສິນຄ້າໃຊ້ສອຍທົ່ວໄປ. ເປີດບໍລິການສະພາບປົກກະຕິ ຕະຫຼາດສົົດແຕ່ 5:00 ໂມງເຊົ້າ ຫາ 8:30 ໂມງ ແລະ ສິນຄ້າທົ່ວໄປແມ່ນ ເປີດແຕ່ 8:00 ໂມງ ຫາ 18:00 ໂມງ.

ຕະຫຼາດບຶງທາດຫຼວງ ຕັ້ງຢູ່ບ້ານໂພນທັນ ເຂດເສດຖະກິດພິເສດບຶງທາດຫຼວງ ເມືອງໄຊເສດຖາ ມີເນື້ອທີ່38:000 ຕາມແມັດ ຈັດເປັນຕະຫຼາດຂະໜາດໃຫຍ່, ມີຈຳນວນ86 ຫ້ອງ ແລະ ຮ້ານຈຳນວນ160 ໂຕະ; ຊື່ເຈົ້າຂອງຕະຫຼາດ ບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ.

ຕະຫຼາດບຶງທາດຫຼວງເລີ່ມເປີດບໍລິການແຕ່ວັນທີ 03ມີນາ2021 ຊຶ່ງເປັນກິດຈະການຕະຫຼາດຂາຍຍົກ -ຂາຍຍ່ອຍ ສິນຄ້າກະສິກໍາ ແບ່ງເປັນອາຄານຕະຫຼາດ 19.000 ຕາແມັດ, ເດີ່ນຈອດລົດ 15.000 ຕາແມັດ, ເຂດອາຫານ 1.100 ຕາແມັດ ແລະ ເນື້ອທີ່ສິ່ງອຳນວຍຄວາມສະດວກອື່ນໆ 2.900 ຕາແມັດ.

ສະເພາະອາຄານຕະຫຼາດ ແບ່ງອອກເປັນ 2 ສ່ວນຄື: ຕະຫຼາດສົດ ມີເນື້ອທີ່ 1.200 ຕາແມັດ ປະກອບມີ 160ໂຕະ ແລະ ເຂດທີ່ເປັນຫ້ອງມີທັງຫມົດ 86 ຫ້ອງ.

ຕະຫຼາດມໍຊໍ(ເຂດດົງໂດກ) ຕັ້ງຢູ່ບ້ານດົງໂດກ ເມືອງໄຊທານີ ຂະໜາດຕະຫຼາດ 12.800 ຕາແມັດ ຈັດເປັນຕະຫຼາດຂະໜາດໃຫຍ່; ມີຈຳນວນ 88 ຫ້ອງ/ຮ້ານ, ໂຕະຂາຍເຄື່ອງ 45 ໂຕະ ໄດ້ດຳເນີນກິດຈະການຂາຍຍ່ອຍສິນຄ້າກະສິກຳ ແລະ ສິນຄ້າອຸປະໂພກ-ບໍລິໂພກທົ່ວໄປ ແຕ່ປີ 2014 ແລະ ໄດ້ປັບປຸງສ້າງຕຶກໃໝ່ ພາຍຫຼັງຕຶກໃໝ່ສຳເລັດແມ່ນເລີ່ມເປີດນຳໃຊ້ແຕ່ທ້າຍປີ 2019.

ໃນໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ ແນະນຳໃຫ້ຜູ້ປະກອບການ(ເຈົ້າຂອງຕະຫຼາດ) ຈັດຕັ້ງປະຕິບັດໃຫ້ໄດ້ຕາມເນື້ອໃນຂອງກົດໝາຍ ແລະ ລະບຽບການທີ່ວາງອອກ ໂດຍສະເພາະວຽກງານຄຸ້ມຄອງສິນຄ້າ ແລະ ຄ່າບໍລິການ, ການຈັດສັນຕະຫຼາດ ແລະ ປັບປຸງຕະຫຼາດ ໃຫ້ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້ ແລະ ໄດ້ເນັ້ນໜັກໃຫ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com