ການມອບ​ຮັບ​ໂຄ​ງ​ການຕະ​ຫລາດ​ກະ​ສິ​ກຳ-ອຸດ​ສາ​ຫະ​ກຳ ແຂວງ​ຫລວງ​ນ້ຳ​ທາ

SA Game

ພາບ​: laoedaily.com

ແຂວງຫຼວງນ້ຳທາ ມອບ-ຮັບ ໂຄງການປັບປຸງ ແລະ ກໍ່ສ້າງໂຊນຂາຍຊີ້ນ ຕະຫຼາດກະສິກຳ ແລະ ອຸດສາຫະກຳ.

ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາ ໄດ້ຈັດພິທີ ມອບ-ຮັບ ໂຄງການປັບປຸງ ແລະ ກໍ່ສ້າງໂຊນຂາຍຊີ້ນ ຕະຫຼາດກະສິກຳ ແລະ ອຸດສາຫະກຳ ແຂວງຫຼວງນ້ຳທາ, ໃນວັນທີ 15 ກໍລະກົດ 2021, ໂດຍການເປັນປະທານຂອງ ທ່ານ ທວງ ນາມວົງສາ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາ, ທ່ານ ບຸນເພັງ ວຽງທອງໄຊ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ທອງໄຊ ອາດຜາສຸກ ຮອງເຈົ້າເມືອງໆຫຼວງນ້ຳທາ  ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາແພງ ພະນາວັນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ຜູ້ປະສານງານໂຄງການປັບປຸງ ແລະ ກໍ່ສ້າງຕະຫຼາດໂຊນຂາຍຊີ້ນຕະຫຼາດກະສິກຳ ແລະ ອຸດສາຫະກຳແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດຂອງໂຄງການ ເຊີ່ງໂຄງການດັ່ງກ່າວ ແມ່ນນອນຢູ່ໃນແຜນກິດຈະກໍາໜື່ງທີ່ຢູ່ໃນອົງປະກອບທີ 2 ຂອງໂຄງການລ້ຽງສັດເພື່ອຜະລິດເປັນສິນຄ້າຢູ່ເຂດພາກເໜືອຂອງ ສປປ ລາວ

ການປັບປຸງ ແລະ ກໍ່ສ້າງຕະຫຼາດໂຊນຂາຍຊີ້ນ ໃຫ້ຖືກຫຼັກການສຸຂະນາໄມ ຢູ່ 4 ຕະຫຼາດ ໃນເມືອງເປົ້າ ໝາຍຂອງໂຄງການ ຄື: ເມືອງສີງ, ວຽງພູຄາ, ນາແລ ແລະ ຕະຫຼາດເທດສະບານແຂວງ ໂດຍການໃຫ້ທຶນສະໜັບສະໜູນ ຈາກທະນາຄານພັດທະນາອາຊີ ຫຼື ADB.

SA Game
ພາບ​: laoedaily.com

ເປົ້າໝາຍຂອງໂຄງການ ແມ່ນເພື່ອຍົກລະດັບ ໃນການປັບປຸງໂຄງລ່າງພື້ນຖານຕະຫຼາດຂາຍຊີ້ນ ຈາກຕະຫຼາດຂາຍຊີ້ນແບບປະຖົມປະຖານຂາດຫຼັກການສຸຂະນາໄມ ທັງບໍ່ຮັບປະກັນ ຄວາມສະອາດປອດໄພຕໍ່ຜູ້ບໍລິໂພກ ແລະ ຍັງເປັນສາເຫດໃຫ້ເກີດມີຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ ຕິດຕໍ່ຈາກສັດສູ່ສັດ ຈາກສັດສູ່ຄົນ ທີ່ມີການກ່ຽວພັນກັບການເຄື່ອນຍ້າຍຜະລິດຕະພັນສັດ ເຂົ້າ – ອອກຢູ່ໃນຕະຫຼາດ ແຂວງຫຼວງນໍ້າທາ.

ສໍາລັບການປັບປຸງ ແລະ ກໍ່ສ້າງຕະຫຼາດຂາຍຊີ້ນສົດ ຢູ່ໃນຕະຫຼາດ ເທດສະບານແຂວງ ແມ່ນໄດ້ລົງມື ກໍ່ສ້າງມາແຕ່ ຕົ້ນເດືອນ ຕຸລາ 2020 ໂດຍແມ່ນບໍລິສັດຊື່ນຊົມໄຊ ກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໄລຍະເວລາການກໍ່ສ້າງແມ່ນ 120 ວັນ (4ເດືອນ) ໃຊ້ເວລາໃນການສ້າງຕົວຈິງ 300 ວັນ ຈຶ່ງສຳເລັດ ລວມມູນຄ່າກໍ່ສ້າງ 819ລ້ານກວ່າ ກີບ ເຊີ່ງປະກອບມີ 4 ໜ້າວຽກໃຫ່ຍຄື:

ປັບປຸງໂຮງເຮືອນຂາຍຊີ້ນຫຼັງເກົ່າ ພ້ອມທັງ ປະກອບໂຕະຂາຍຊີ້ນ ແລະ ອຸປະກອນຮັບໃຊ້, ປັບປຸງຮ່ອງລະບາຍນ້ຳເສຍ ອ້ອມຮອບເຂດຂາຍຊິ້ນ, ກໍ່ສ້າງຫ້ອງນ້ຳໃນຕະຫຼາດ ສົ້ນຂາຍສັດປີກ ແລະ ກໍ່ສ້າງອ່າງບຳບັດນ້ຳເປື້ອນໃນຕະຫຼາດຂາຍຊີ້ນ ຕາມມາດຕະຖານສາກົນ.

ໃນພິທີໄດ້ເຊັນບົດບັນທຶກມອບ – ຮັບໂຄງການດັ່ງກ່າວຮ່ວມກັນ ລະຫວ່າງ ທ່ານ ທວງ ນາມວົງສາ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາ ກັບ ທ່ານ ບຸນເພັງ ວຽງທອງໄຊ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ ແລະ ທ່ານ ທອງໄຊອາດຜາສຸກ ຮອງເຈົ້າເມືອງໆຫຼວງນ້ຳທາ ແລ້ວມອບຕໍ່ໃຫ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຫຼວງນ້ຳທາ ຮ່ວມກັບ ບໍລິສັດຜູ້ສຳປະທານຕະຫຼາດ ເປັນຜູ້ຄຸ້ມຄອງ, ນຳໃຊ້, ປົກປັກຮັກສາ ພ້ອມທັງອອກລະບຽບການນຳໃຊ້ ໃຫ້ແກ່ຜູ້ປະກອບການຂາຍຊີ້ນ ມີຄວາມຮັບຜິດຊອບສູງໃນການນຳໃຊ້ ໃຫ້ປະສິດທິພາບ ແລະ ປະສິດທິຜົນ ສາມາດນຳໃຊ້ໄດ້ຍາວນານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com