ກອງ​ປະ​ຊ​ຸມ​ສະ​ຫລຸບ​ວຽກ​ງານ 5 ປີ ເມືອງ​ແກ່ນ​ທ້າວ ແຂວງໄຊ​ຍະ​ບູ​ລີ

SA Game

ພາບ​: laoedaily.com

ເມືອງແກ່ນທ້າວ ຈັດກອງປະຊຸມ​ສະ​ຫລຸບວຽກງານ 5 ປີ ກວດກາທົ່ວເມືອງ.

ວັນທີ 22 ກໍລະກົດ 2021ນີ້, ໄດ້​ມີ​ກາ​ນ​ຈັດກອງປະຊຸມການ​ສະ​ຫລຸບວຽກງານກວດກາ ປະຈໍາ 5 ປີ (2016-2020) ທົ່ວເມືອງແກ່ນທ້າວ ແຂວງໄຊຍະບູລີ, ທີ່ສະໂມສອນຂອງເມືອງ. ໂດຍການເປັນປະທານຂອງສະຫາຍ ບຸນສົງ ລາດຊະວົງ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ ແລະ ພາກ​ສ່ວນ​ທີ່​ຕ່າງ​ໆ​ທີ່​ກ່ຽ​ວ​ຂ້ອງເຂົ້າຮ່ວມ.

​ຜ່ານ​ການ​ສະ​ຫລຸບວຽກ​ງານ​ຕ່າງໆໃນກອງປະຊຸມສະຫາຍ ບຸນສົງ ລາດຊະວົງ ຮອງເລຂາພັກເມືອງ, ປະທານກວດກາພັກເມືອງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ 5 ປີ ( 2016-2020 ), ປະຈໍາປີ 2020 ແລະ ທິດທາງແຜນການ ປີ 2021 ​ທີ່​ຈະ​ດຳ​ເນີນ​ຕໍ່​ໄປມີ​ດັ່ງ​ນີ້:

SA Game
ພາບ​: laoedaily.com

5 ປີຜ່ານມາຄະນະກວດກາພັກເມືອງໄດ້ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ ໂດຍໄດ້ກວດກາຕິດຕາມການປະຕິບັດໜ້າທີ່ຂອງຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ.

ທົ່ວເມືອງ ມີຄະນະບໍລິຫານງານພັກເມືອງ 27 ສະຫາຍ, 5 ສະຫາຍ. ໃນນີ້, ກໍາມະການປະຈໍາພັກເມືອງ 9 ສະຫາຍ, ຍິງ 2 ສະຫາຍ, ກໍາມະການພັກເມືອງ 18 ສະຫາຍ, ຍິງ 3 ສະຫາຍ, ມີ 1 ຄະນະພັກຮາກຖານກຸ່ມບ້ານພັດທະນາ, ມີ 4 ຄະນະພັກຮາກຖານສໍານັກງານ-ອົງການ, ກົມກອງ, ມີ 101 ໜ່ວຍພັກ, ເພີ່ມຂຶ້ນ 7 ໜ່ວຍພັກ.

ຜ່ານການກວດກາຕີລາຄາແບ່ງປະເພດໜ່ວຍພັກ ຈໍານວນ 94 ໜ່ວຍພັກ, ສາມາດສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ 68 ໜ່ວຍພັກ, ກວມເອົາ 72,34 %, ບໍ່ແບ່ງ 19 ໜ່ວຍພັກ ກວມເອົາ 20,21 %, ໜ່ວຍພັກກາງ 7 ໜ່ວຍພັກ ກວມເອົາ 7,44 %, ບໍ່ແບ່ງ 7 ໜ່ວຍພັກ. ທົ່ວເມືອງມີສະມາຊິກພັກທັງໝົດ 1.450 ກວ່າສະຫາຍ, ຍິງ 320 ກວ່າສະຫາຍ ເພີ່ມຂຶ້ນ 320 ກວ່າສະຫາຍ.

ຈາກນັ້ນ, ໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ 5 ປີ ( 2016-2020 ) ແລະ ທິດທາງແຜນການ ປີ 2021 ຂອງຄະນະກວດກາພັກແຂວງ, ຮັບຟັງການປະກອບຄໍາເຫັນຂອງບັນດາຂະແໜງການຕ່າງໆຢູ່ພາຍໃນເມືອງ.

ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ ເຊິ່ງສະຫາຍໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ແລະ ຈໍາເປັນສໍາລັບວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ ແລະ ການຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ເປັນຕົ້ນແມ່ນໄດ້ເນັ້ນໜັກດ້ານດີ, ດ້ານອ່ອນ, ຂໍ້ຄົ້ງຄ້າງ ແລະ ທິດທາງແຜນໃນຕໍ່ໜ້າ ຂອງຄະນະກວດກາແຕ່ລະຂັ້ນ ທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງໃຫ້ມີບາດກ້າວບຸກທະລຸ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com