ຄຳວ່າ “ສາຍ” ແລະ “ສວາຍ” ມີຄວາມໝາຍອັນດຽວກັນບໍ່?
ອະທິບາຍຄວາມຂອງຄຳວ່າ “ສາຍ” ແລະ “ສວາຍ”.
ຄໍາວ່າ “ສາຍ” ແລະ “ສວາຍ” ແມ່ນມີຄວາມໝາຍແມ່ນແຕກຕ່າງກັນ ແລະ ການອອກສຽງກໍ່ຕ່າງກັນເລັກນ້ອຍ ເພາະ “ສວາຍ” ມີການເນັ້ນສຽງ “ວ” ເພື່ອມາເປັນຕົວຄວບເທົ່ານັ້ນ.
ຄໍາວ່າ “ສາຍ” ໝາຍເຖິງສິ່ງທີ່ເປັນເສັ້ນຍາວ ເຮັດຈາກວັດສະດຸຕ່າງໆ ເຊັ່ນ: ສາຍເບັດ, ສາຍເອັນ, ສາຍເຊືອກ, ສາຍລວດ, ສາຍກິຕ້າ, ສາຍພິນ, ສາຍຄໍ, ສາຍສ້ອຍ, ສາຍແຂນ, ສາຍໄຟ, ສາຍບື, ສາຍພານ, ເປັນຕົ້ນ. ນອກຈາກນັ້ນ, ຍັງມີຄໍາວ່າ ສາຍຕາ, ສາຍລົມ, ສາຍທານ, ສາຍນໍ້າ, ສາຍຝົນ, ສາຍພູ, ສາຍຟ້າ, ສາຍທາງ, ສາຍການບິນ, ສາຍດ່ຽວ ແລະ ອື່ນໆ. “ສາຍ” ຍັງໝາຍເຖິງ ເຊື້ອສາຍລາຍລ່ອງ ເປັນພີ່ນ້ອງດຽວກັນ ຊຶ່ງເຮົາມັກໄດ້ຍີນເລື້ອຍໆ ວ່າລາວໄດ້ດີຍ້ອນເສັ້ນສາຍ. ນອກຈາກນັ້ນ, ຍັງໝາຍເຖິງ ການສາຍຮູບເງົາ ຫຼື ວີດີໂອ ຫຼື ສາຍໜັງ.
ຄໍາວ່າ “ສວາຍ” ໝາຍເຖິງເວລາ 12 ໂມງທ່ຽງ ຫຼື ກາງເວັນ ຫຼື ຕອນທ່ຽງ ຊຶ່ງເຮົາມັກຍີນຄໍາເວົ້າກຽວກັບຕອນສວາຍເຊັ່ນ: ກິນເຂົ້າສວາຍ, ນອນສວາຍ, ມາສວາຍແທ້ (ມາບໍ່ທັນດວລານັດໝາຍ ຫຼື ມາຊ້າ), ສວາຍເກີນໄປ, ສວາຍເກີນແກ້ ເປັນຕົ້ນ.
ເພື່ອໃຫ້ເຂົ້າໃຈການນນຳໃຊ້ໃຫ້ດີຂຶ້ນ ເຮົາເບີ່ງສຶກສາດັ່ງລຸ່ມນີ້:
ຄວາມໝາຍຄຳວ່າ “ສາຍ”.
“ສາຍ” (1. ຄຳນາມ) ເສັ້ນ, ແຖວ, ເຊື້ອ. ເຊືອກ, ສາຍເຊືອກ. ເສັ້ນດ້າຍ, ເສັ້ນໄໝ, ເສັ້ນລວດ. (1. ຄຳນາມ) ສາຍຕະກຸນ, ເຊື້ອ, ພີ່ນ້ອງ. (1. ຄຳກິລິຍາ) ຖ່າຍທອດຮູບພາບເຄື່ອນໄຫວ.
ຕົວຢ່າງ:
- ພະຍຸວານນີ້ ມີຝົນຕົກໜັກ ແລະ ລົມແຮງຫຼາຍ ເຮັດໃຫ້ສາຍໄຟຟ້າຂາດຢູ່ຫຼາຍຈຸດ ຈິ່ງເຮັດໃຫ້ບໍ່ມີໄຟໃຊ້ດົນພໍສົມຄວນ ກ່ອນເຂົາເຈົ້າຈະປ່ຽນສາຍໄຟແລ້ວ.
- ມື້ກີ້ນີ້ປາໂຕບັກໃຫຍ່ໆກິນເບັດຂ້ອຍ ມັນດີ້ນແຮງຫຼາຍຂອ້ຍດຶງໄວ້ດົນເຕີບ ໃນທີ່ສຸດສາຍເບັດກໍຂາດຈົນໄດ້.
- ເຊື້ອສາຍເຂົາເຈົ້າມີແຕ່ຄົນຜູ້ຈົບຜູ້ງາມ ແລະ ສະຫຼາດ ຈິ່ງເຮັດໃຫ້ໄດ້ເປັນດາລາ ແລະ ມີເງິນມີຄໍາ ເກືອບໝົດທຸກຄົນ.
- ສະໄໝກ່ອນການສາຍຮູບເງົາແມ່ນໃຊ້ຟີມທີ່ເປັນກໍ້ມົນປີ່ນ ແລ້ວເອົາໄຟເຍືອງ ເພື່ອໃຫ້ສາຍເຫັນພາບ ແລະ ມັກຂັດຂ້ອງເລື້ອຍໆ ຕ່າງປະຈຸບັນທີ່ໃຊ້ແບບດິດຈິຕອນ ຈັ່ງແມ່ນສະບາຍ.
ຄວາມໝາຍຄຳວ່າ “ສວາຍ”.
“ສວາຍ” (1. ຄໍານາມ) ເວລາກາງເວັນ, ຍາມກາງເວັນ, ເວລາຕາເວັນຂຶ້ນສູງແລ້ວ (ຄໍານີ້ໄທໃຊ້ວ່າສາຍ. ສໍານຽງລາວຝັ່ງໃຕ້ໃຊ້ວ່າສວຍ, ແຕ່ເດີມເປັນສວາຍ). (2. ຄໍານາມ) ທ່ຽງ, ຍາມທ່ຽງ, ຕາເວັນທ່ຽງ, ຕອນບ່າຍ, ເວລາ 12 ໂມງກາງເວັນ.
ຕົວຢ່າງ:
- ຄິດຍາກເດ! ຈັກຊິກິນຫຍັງຕອນສວາຍນີ້ ກິນເຝີທຸກມື້ຈົນເບື່ອ ຊິກິນລາບພັດຢ້ານຕັງຊົງຂຶ້ນ.
- ຄືນນີ້ ບໍ່ໄດ້ນອນໝົດຄືນ ຄິດວ່າແລ້ວວຽກຕອນທ່ຽງ ຊິນອນສວາຍຈັກນ້ອຍ ພໍໃຫ້ມີແຮງ.
- ແດດຕອນສວາຍນີ້ຈັ່ງແມ່ນຮ້ອນແທ້ຮ້ອນວ່າ! ຊິສັ່ງອາຫານມາກິນໃນຫ້ອງການນີ້ລະ ຂີ້ຄ້ານອອກໄປກິນເຂົ້າທາງນອກ ຢ້ານດໍາ.
ສະຫຼຸບ.
ຄຳວ່າ “ສາຍ” ແລະ “ສວາຍ” ມີຄວາມໝາຍແຕກຕ່າງກັນ. ຄຳວ່າ “ສາຍ” ໝາຍເຖິງເສັ້ນຍາວ, ເສັ້ນເຊືອກ ຫຼື ສາຍເຊືອກ. ມາຍເຖິງເຊື້ອສາຍ. ໝາຍເຖິງການສາຍຮູບເງົາ. ສ່ວນຄຳວ່າ “ສວາຍ” ໝາຍເຖິງ ຕອນບ່າຍ ຫຼື ເວລາ 12 ໂມງກາງເວັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo