ຄໍາວ່າ “ຄົນ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຄົນ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຄົນ” ໝາຍເຖິງມະນຸດ ໂດຍລວມແບ່ງອອກເປັນສາມເຊື້ອສາຍໃຫຍ່ ຄື: ເຊື້ອສາຍຄົນອາຊີ, ເຊື້ອສາຍຄົນຢູໂລບ ແລະ ເຊື້ອສາຍຄົນອະຟາລິກາ ຊຶ່ງໃນນັ້ນໄດ້ແບ່ງຍ່ອຍເປັນຫຼາຍກຸ່ມຄົນ ແລະ ເຊື້ອຊາດ. ຄົນຍັງເອີ້ນຕາມການນັບຖືເຊັ່ນ: ຄົນຖືສາດສະໜາພຸດ, ຄົນຖືສາດສະໜາຜີ, ຄົນຖືສາດສະໜາກາໂຕລິກ, ຄົນຖືສາດສະໜາຄຣິສະຕຽນ ແລະ ສາດສະໜາອື່ນໆ.

ຄົນຍັງເອີ້ນແບບລວມໆຕາມແຕ່ລະຊ່ວງອາຍຸ, ຕາມເພດ, ຕາມລັກສະນະຮ່າງກາຍ, ຕາມວຽກ ແລະ ພຶດຕິກໍາ ເຊັ່ນ: ຄົນຊາຍ, ຄົນຍິງ, ຄົນເຖົ້າ, ຄົນແກ່, ຄົນຊະລາ, ຄົນໜຸ່ມ, ຄົນນ້ອຍ, ຄົນຍິງ, ຄົນຊາຍ, ຄົນສູງ, ຄົນເຕ້ຍ, ຄົນຮ່າງໃຫຍ່, ຄົນຈອຍ, ຄົນຕຸ້ຍ, ຄົນກ້າຫານ, ຄົນກາງ, ຄົນຂີ້ອາຍ, ຄົນຂີ້ຄ້ານ, ຄົນຂີ້ຕົວະ, ຄົນຂີ້ຢ້ານ, ຄົນຂີ້ໂລບ,ຄົນພານ, ຄົນຂຸດຮີດຜູ້ອື່ນ, ຄົນບໍ່ດີ, ຄົນຄົດໂກງ, ຄົນຂໍທານ, ຄົນລັດສະການ, ຄົນງານ, ຄົນເຮັດແທ້ທໍາຈິງ, ຄົນຊື່ສັດ, ຄົນຈົນ, ຄົນລວຍ, ຄົນຂີ້ຄຸຍ, ຄົນລະແນວ ເປັນຕົ້ນ. ນອກຈາກນັ້ນ, ຍັງໝາຍເຖິງການກວນໃຫ້ເຂົ້າກັນ ຫຼື ແກວ່ງກວ່າຍໃຫ້ເຂົ້າກັນ ເຊັ່ນ: ຄົນເຂົ້າປຸ້ນ, ຄົນເຂົ້າຊອຍ, ຄົນນໍ້າຫວານ, ຄົນໝໍ້ແກງ, ຄົນນໍ້າຮ້ອນປົນນໍ້າເຢັນ, ຄົນນໍ້າສີໃຫ້ເຂົ້າກັນ ແລະ ອື່ນໆ.

SA Game
DooDiDo

ເພື່ອ​​ໃຫ້ເຂົ້າໃຈການນໍາໃຫ້ດີຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຄົນ”.

“ຄົນ” (1. ຄໍານາມ) ມະນຸດ, ບູລຸດ. (2. ຄໍາກິລິຍາ) ກວນໃຫ້ທົ່ວ, ສັບປົນກັນ, ແກວ່ງ, ແກວ່ງກວາຍ,ສ່າຍ.

ຕົວ­ຢ່າງ: 

  • ຕາມການຄົ້ນຄວ້າ ທາງວິທະຍາສາດ ຄົນເຮົາເກີດມາຈາກລິງ ແລະ ມີວິດວັດທະນາການແຕກຕ່າງກັນ ຈິ່ງເຮັດໃຫ້ສະຫຼາດຕ່າງກັນ.
  • ຄົນລາວສ່ວນໃຫຍ່ ຜູ້ເຖົ້າມັກເອົາເດັກຢູ່ເຮືອນ ດັ່ງປະກົດໃນກາບ “ປູ່ສອນຫຼານ ຫຼານສອນປູ່”. ສ່ວນຄົນໜຸ່ມແໜ້ນແມ່ນອອກໄປເຮັດໄຮ່ເຮັດນາ ແລະ ຫາຢູ່ຫາກິນ.
  • ທ່ານ ສີທອງ ວິລະຊົນ ເປັນຄົນກ້າຫານ ບໍ່ແມ່ນຄົນຢ້ານກົວ ເປັນຄົນຮັກຊາດຢ່າງດູດດື່ມ ບໍ່ແມ່ນຄົນທໍລະຍົດຕໍ່ຊາດ.
  • ການເຮັດເຂົ້າໜົມປາດ ຕ້ອງໃຊ້ໄຟອ່ອນໆ ເພື່ອບໍ່ໃຫ້ແຮງເກີນໄປ ແລະ ຕ້ອງໄດ້ຄົນຢູ່ຕະຫຼອດ ເພື່ອບໍ່ໃຫ້ໃໝ້.
  • ການດື່ມກາເຟ ຖ້າມັກຫວານຕ້ອງເອົານໍ້າຕານໃສ່ໃຊ້ບ່ວງນ້ອຍຄົນຈົນມັນລະລາຍເຂົ້າກັນແລ້ວຈິ່ງດື່ມ.

ສະຫຼຸບ.

ຄໍາວ່າ “ຄົນ”​ ໝາຍເຖິງມະນຸດເຮົາ, ໝາຍເຖິງການຄົນນໍ້າ ຫຼື ສິ່ງໃດສິ່ງນຶ່ງໃຫ້ເຂົ້າກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo